ຢູໂຣບປະເຊີນໄພແລ້ງຮຸນແຮງສຸດໃນຮອບ 500 ປີ ສົ່ງຜົນກະທົບດ້ານການຂົນສົ່ງ-ການຜະລິດໄຟຟ້າ ແລະ ຜົນຜະລິດພືດບາງຊະນິດ

ໄພແລ້ງ

ສຳນັກຂ່າວຕ່າງປະເທດໄດ້ເປີດເຜີຍວ່າ ໃນຂະນະນີ້ຢູໂຣບກໍາລັງປະເຊີນກັບ ໄພແລ້ງ ຄັ້ງຮຸນແຮງສຸດໃນຮອບ 500 ປີ ໂດຍພື້ນທີ່ 2 ໃນ 3 ຂອງທະວີບຢູໂຣບຕົກຢູ່ໃນສະຖານະແຈ້ງເຕືອນ ກະທົບການຂົນສົ່ງ, ການຜະລິດໄຟຟ້າ ແລະ ຜົນຜະລິດຂອງພືດບາງຊະນິດ.

ໄພແລ້ງ

ທາງດ້ານສໍານັກເຝົ້າລະວັງໄພແລ້ງຂອງຢູໂຣບ (European Drought Observatory) ເປີດເຜີຍລາຍງານວ່າ ພື້ນທີ່ໃນຢູໂຣບ 47% ຕົກຢູ່ໃຕ້ສະພາວະເຕືອນໄພ ເນື່ອງຈາກມີຄວາມຊຸ່ມໃນດິນບໍ່ພຽງພໍ ແລະ ພື້ນທີ່ອີກ 17% ຢູ່ໃນສະຖານນະແຈ້ງເຕືອນວ່າ ພືດພັນຕ່າງໆ ໄດ້ຮັບຜົນກະທົບ.

ໄພແລ້ງ

ໂດຍຕົວຊີ້ວັດຄວາມແຫ້ງແລ້ງຂອງສຳນັກເຝົ້າລະວັງໄພແລ້ງຂອງຢູໂຣບແມ່ນມາຈາກການວັດແທກ ປະລິມານນ້ຳຝົນ ແລະ ຄວາມຊຸ່ມໃນດິນ ລວມເຖິງສ່ວນຂອງລັງສີຈາກດວງຕາເວັນທີ່ພືດດູດກືນເພື່ອເຮັດການສັງເຄາະແສງ.

ໃນລາຍງານຍັງລະບຸອີກວ່າ ຄວາມແຫ້ງແລ້ງຮຸນແຮງແມ່ນສົ່ງພົນຜົນກະທົບຕໍ່ຫຼາຍພາກພື້ນໃນຢູໂຣບ ນັບຕັ້ງແຕ່ຕົ້ນປີທີ່ຜ່ານມາ ໂດຍມັນໄດ້ຂະຫຍາຍຕົວ ແລະ ເພີ່ມທະວີຄວາມຮຸນແຮງ ຕັ້ງແຕ່ຕົ້ນເດືອນສິງຫາຂອງປີນີ້ ຂະນະທີ່ສະພາບພູມອາກາດໃນພາກພື້ນຢູໂຣບຕາເວັນຕົກ ແລະ ເມດິເຕີເຣນຽນ ມີທ່າອ່ຽງວ່າຈະມີອາກາດອົບອຸ່ນ ແລະ ແຫ້ງແລ້ງກວ່າສະພາວະປົກກະຕິຈົນເຖິງເດືອນພະຈິກຂອງປີ 2022 ນີ້.

ໄພແລ້ງ

ເຊິ່ງໃນພື້ນທີ່ຢູໂຣບສ່ວນໃຫຍ່ ຕ້ອງປະເຊີນກັບອຸນຫະພູມທີ່ຮ້ອນເອົ້າຫຼາຍອາທິດໃນໄລຍະລະດູຮ້ອນນີ້ ເຊິ່ງມັນສົ່ງຜົນໃຫ້ໄພແລ້ງຮຸນແຮງເພີ່ມໄປອີກ ເພາະມີໄຟປ່າເກີດຂຶ້ນ ແລະມີການເຕືອນໄພດ້ານສຸຂະພາບ ລວມເຖິງມີການຮຽກຮ້ອງໃຫ້ມີການດໍາເນີນການເພີ່ມຕື່ມ ເພື່ອແກ້ໄຂບັນຫາການປ່ຽນແປງສະພາບພູມອາກາດ. ຈາກການປະເມີນເບື້ອງຕົ້ນໃນໄລຍະສິ້ນສຸດລະດູການຂອງຄະນະສຳນັກເຝົ້າລະວັງໄພແລ້ງຂອງຢູໂຣບລະບຸວ່າ ສະພາບຄວາມແຫ້ງແລ້ງໃນປັດຈຸບັນນີ້ເບິ່ງຄືວ່າຈະຮຸນແຮງສຸດໃນຮອບ 500 ປີ.

ໄພແລ້ງ




ຂະນະດຽວກັນບັນຫາການຂາດນ້ຳ ແລະ ຄວາມຮ້ອນສົ່ງຜົນກະທົບເຮັດໃຫ້ພືດບາງຊະນິດຂອງຢູໂຣບໃນໄລຍະລະດູຮ້ອນຂອງປີ 2022 ມີຜົນຜະລິດລົດລົງ; ໂດຍ ເມັດເຂົ້າໂພດ, ຖົ່ວເຫຼືອງ ແລະ ດອກຕາເວັນ ລົດລົງເຫຼືອ 16%, 15% ແລະ 12% ຕາມລໍາດັບ ເຊິ່ງຕໍ່າກວ່າຄ່າສະເລ່ຍຂອງໄລຍະ 5 ປີທີ່ຜ່ານມາ.

ໄພແລ້ງ

ນອກຈາກນີ້ ການຂາດແຄນປະລິມານນ້ຳຝົນຍັງສົ່ງຜົນກະທົບຕໍ່ການປ່ອຍນ້ຳໃນແມ່ນ້ຳທົ່ວຢູໂຣບພ້ອມ ໂດຍປະລິມານນ້ຳລົດລົງ ສົ່ງຜົນກະທົບຕໍ່ພາກພະລັງງານ ແລະ ຜູ້ຜະລິດໄຟຟ້າຈາກພະລັງງານນ້ຳ ລວມເຖິງລະບົບຫຼໍ່ເຢັນຂອງໂຮງໄຟຟ້າດັ່ງກ່າວ ແລະ ຈາກປະລິມານນ້ຳລົດລົງຕໍ່າເຮັດໃຫ້ການຂົນສົ່ງພາຍໃນປະເທດຢຸດລົງ ເຊິ່ງມັນສົ່ງຜົນກະທົບຕໍ່ການຂົນສົ່ງຖ່ານຫີນ ແລະ ນ້ຳມັນ.

ຢ່າງໃດກໍຕາມ ສຳນັກເຝົ້າລະວັງໄພແລ້ງຂອງຢູໂຣບ ລະບຸວ່າປະລິມານນ້ຳຝົນໃນໄລຍະກາງເດືອນສິງຫາອາດຊ່ວຍບັນເທົາພາວະແຫ້ງແລ້ງໄດ້ ແຕ່ວ່າຖ້າຫາກເກີດພາຍຸແລະຝົນຕົກໜັກ ກໍອາດເຮັດໃຫ້ເກີດຄວາມເສຍຫາຍເພີ່ມຕື່ມອີກ.



ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ