TikTok ເຜີຍວ່າກໍາລັງທົດສອບ “Nearby” ໜ້າຟີດໃໝ່ທີ່ມີຄຸນສົມບັດສະແດງເນື້ອຫາກ່ຽວຂ້ອງກັບພື້ນທີ່ໃກ້ຄຽງຂອງຜູ້ໃຊ້

TikTok

TikTok

TikTok ເອີ້ນໄດ້ວ່າເປັນແພລັດຟອມນ້ອງໃໝ່ໄຟແຮງທີ່ສຸດໃນຂະນະນີ້ ເພາະວ່າເປີດຕົວມາບໍ່ຮອດ 10 ປີ ກໍສາມາດແຊງໜ້າແພລັດຟອມຍອດອື່ນໆ ໄດ້ຢ່າງໜ້າເຫຼືອເຊື່ອ ດ້ວຍລູກຫຼິ້ນທີ່ແປກໃໝ່ ບວກກັບເປັນແພລັດຟອມທີ່ມັກຈະມີຟີເຈີໃໝ່ມາໃຫ້ຜູ້ໃຊ້ປະຫຼາດໃຈຢູ່ສະເໝີ.

TikTok

ແລະຫຼ້າສຸດນີ້ທາງ TikTok ເຜີຍວ່າກໍາລັງທົດສອບ “Nearby” ໜ້າຟີດໃໝ່ທີ່ມີຄຸນສົມບັດສະແດງເນື້ອຫາກ່ຽວຂ້ອງກັບພື້ນທີ່ໃກ້ຄຽງຂອງຜູ້ໃຊ້ເຊັ່ນ ຮ້ານຄ້າຫຼືສະຖານທີ່ຕ່າງໆ ໂດຍການທົດສອບນີ້ບໍ່ແມ່ນຈະເກີດຂຶ້ນກັບໜ້າຟີດຂອງທຸກຄົນ ເພາະຈະເປັນຜູ້ໃຊ້ບາງກຸ່ມໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ ເຊິ່ງຜູ້ໃຊ້ຈະເຫັນໜ້າຟີດໃໝ່ນີ້ໃນໜ້າຫຼັກທີ່ໃກ້ກັບໜ້າ “ກໍາລັງຕິດຕາມ” ແລະ “ສໍາລັບເຈົ້າ”.

ແລະການທີ່ TikTok ເພີ່ມຟີດ Nearby ອາດເຮັດໃຫ້ເກີດປະໂຫຍດຕ່າງໆ ເຊັ່ນ: ເປັນພື້ນທີ່ໂຄສະນາເຮັດໃຫ້ຜູ້ໃຊ້ພົບກັບທຸລະກິດນ້ອຍໃໝ່ໆ ໃນພື້ນທີ່ໃກ້ຄຽງກໍໄດ້. ທັງນີ້ ການທົດລອງແມ່ນຍັງຢູ່ໃນຂໍ້ຈໍາກັດຫຼາຍຢ່າງ ແລະ TikTok ຍັງບໍ່ມີແຜນກ່ຽວກັບການປ່ອຍໜ້າຟີດດັ່ງກ່າວ.

TikTok

ເຊິ່ງຟີດ Nearby ກໍາລັງທົດສອບໄປພ້ອມກັບການໃຫ້ຜູ້ໃຊ້ຕິດແທັກສະຖານທີ່ ເພື່ອໃຫ້ຜູ້ໃຊ້ໄດ້ຮັບຊົມເນື້ອຫາທີ່ມີຄວາມໃກ້ຕົວແລະສະເພາະຕົວຫຼາຍຂຶ້ນ ແຕ່ TikTok ຍັງບໍ່ສາມາດໃຫ້ຄໍາຕອບໄດ້ວ່າຈະມີພຽງວິດີໂອທີ່ຕິດແທັກສະຖານທີ່ເທົ່ານັ້ນ ຫຼືບໍ່ ທີ່ຈະສະແດງໃນຟີດ Nearby.

TikTok

ຖ້າຫາກວ່າ ໃນກໍລະນີທີ່ TikTok ປ່ອຍໜ້າຟີດໃໝ່ນີ້ອາດຈະເຮັດໃຫ້ກະທົບຕໍ່ແອັບພິເຄຊັ່ນອື່ນໆ ເຊັ່ນ: Google ຫຼື TripAdvisor ເພາະກ່ອນໜ້ານີ້ Google ກໍເຄີຍອອກມາເຜີຍວ່າ ກຸ່ມຄົນ Gen Z ແມ່ນມີຄວາມນິຍົມໃຊ້ TikTok ແລະ Instagram  ໃນການຄົ້ນຫາຂໍ້ມູນຫຼາຍກວ່າ Google.

ປັດຈຸບັນນີ້ TikTok ກາຍເປັນແພລັດຟອມຍອດນິຍົມອັນດັບໜຶ່ງໃນຫຼາຍໆດ້ານ ແລະ ສາມາດແຊງໜ້າແພລັດຟອມຍອດຮິດກ່ອນໜ້ານີ້ຢ່າງ YouTube, Google, Twitter, Facebook , Instagram ມາໄດ້ແບບເຫຼືອເຊື່ອ ເຊິ່ງນັ້ນເຮັດໃຫ້ບັນດາແພລັດຟອມຕ່າງໆພາກັນງັດກົນລະຍຸດ ຫຼື ວິທີການມາສູ້ກັບ TikTok ເພື່ອເປັນການດຶງຍອດຜູ້ໃຊ້ກັບມາ.

ທີ່ມາ:                       

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ