ເຄັດລັບຜົມງາມຂອງ Cardi B ແມ່ນການເອົາ ນ້ຳຕົ້ມຫອມບົ່ວ ມາສະຜົມ

ເຄັດລັບຜົມງາມ

ຖ້າເວົ້າເຖິງນັກຮ້ອງ-ນັກສະແດງ ຫຼື ຄົນດັງ ກໍຕ້ອງມີຄົນໃຫ້ຄວາມສົນໃຈເປັນພິເສດ ຖ້າຫາກວ່າມີຜົນງານໂດດເດັ່ນຍິ່ງຢາກຈະຕິດຕາມ. ເຊັ່ນດຽວກັບ Cardi B ນັກຮ້ອງຊື່ດັງທີ່ມີຜົນງານຫຼາຍເພງທີ່ຕິດຫູ ແລະຖ້າເວົ້າເຖິງນັກຮ້ອງຄົນນີ້ແລ້ວ ເມື່ອໃຜເຫັນກໍຕ້ອງສະດຸດຕາສະດຸດໃຈກັບຜົມທີ່ງົດງາມຂອງລາວ ຈົນຫຼາຍໆຄົນຕັ້ງຄຳຖາມວ່າເປັນຫຍັງຜົມຈຶ່ງງາມ ແລະ ຫຼ້າສຸດລາວກໍໄດ້ບອກເຄັດລັບນີ້ແລ້ວ.

ເຄັດລັບຜົມງາມ

ຫຼ້າສຸດ Cardi B ກໍໄດ້ເປີດເຜີຍເຄັດລັບຜົມງາມເປັນທີ່ຮຽບຮ້ອຍແລ້ວ ນັ້ນກໍຄືການຕົ້ມຫອມບົ່ວ ແລ້ວເອົານ້ຳຂອງມັນມາສະຜົມ ໂດຍໄດ້ເລີ່ມເຮັດເມື່ອ 6 ປີກ່ອນ ແຕ່ກໍມີບ້າງຄັ້ງທີ່ຕ້ອງໄດ້ຢຸດສະເພາະ “ຂີ້ຄ້ານ”. Cardi B ຍັງໄດ້ບອກອີກວ່າ ເສັ້ນຜົມຂອງລາວຈະແຂງແຮງເງົາງາມທຸກຄັ້ງທີ່ສະຜົມ.

ເຄັດລັບຜົມງາມ

ມີຫຼາຍຄົນທີ່ສົງໄສວ່າ ການທີ່ເອົາຫອມບົ່ວມາສະນັ້ນ ກິ່ນມັນຈະບໍ່ແຮງເກີນໄປບໍ່ ແລະ ມັນບໍ່ຕິດເສັ້ນຜົມບໍ່, ຢ່າງໃດກໍຕາມ Cardi B ໄດ້ຢືນຢັນວ່າບໍ່ມີກິ່ນເລີຍ ແລະ ເປັນການຮັກສາສຸຂະພາບຂອງເສັ້ນຜົມອີກດ້ວຍ ເປັນການສ້າງເສັ້ນຜົມໃຫ້ເງົາງາມແກ່ເສັ້ນຜົມຂອງລາວ ຢ່າງເຫັນຜົນໄດ້ແທ້ຈິງ. ຈາກຂໍ້ມູນຂອງ Hellokhunmor.com  ຄົ້ນພົບວ່າ ຫອມບົ່ວອຸດົມໄປດ້ວຍສານອາຫານທີ່ຈໍາເປັນຕໍ່ຮ່າງກາຍ ເຊັ່ນ: ວິຕາມິນຊີ, ວິຕາມິນບີ 6, ສານກຳມະຖັນ ໂດຍສະເພາະການທີ່ຫອມບົ່ວມີສານປະກອບທາງເຄມີ ເຊັ່ນ: ກຳມະຖັນ, ສານຕ້ານອະນຸມູນອິດສະຫຼະ ຈຳພວກສານຟາລາໂວນອຍ (Flavonoid) ທີ່ມີການຊ່ວຍຕ້ານແບັກທີເຣຍ ແລະ ຕໍ່ຕ້ານການອັກເສບ. ນອກຈາກນີ້ ຫອມບົ່ວຍັງຊ່ວຍໃນການບຳລຸງເສັ້ນຜົມໄດ້ອີກດ້ວຍ ແຕ່ກໍຕ້ອງລະມັດລະວັງໃນການໃຊ້ ເພາະອາດຈະເກີດມີການແພ້ກໍເປັນໄດ້ (ສຳລັບໃຜສົນໃຈກໍຕ້ອງຫາຂໍ້ມູນ ກ່ອນຈະລົງມືເຮັດຕາມ).

ເຄັດລັບຜົມງາມ

ຂໍ້ມູນຈາກ: https://cutt.ly/QXclSeE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ