ເປັນຫຍັງຈຶ່ງຫ້າມໃຫ້ “ໝາ” ກິນຊັອກໂກແລັດ?

ໝາ

ຜ່ານມາເຮົາອາດເຄີຍໄດ້ຍິນ ຫຼື ເຫັນຄໍາເຕືອນກ່ຽວກັບການຫ້າມໃຫ້ໝາກິນຊັັອກໂກແລັດ ເພາະມັນເປັນອັນຕະລາຍຕໍ່ໝາ ແຕ່ສໍາລັບຄົນທົ່ວໄປທີ່ບໍ່ເຄີຍໄດ້ຍິນເລື່ອງຄໍາເຕືອນ ອາດຈະມີຄວາມຄິດແຕກຕ່າງອອກໄປ ເພາະເຂົາເຈົ້າອາດໃຈດີເອົາຊັອກໂກແລັດໃຫ້ໝາກິນປະຈໍາ ເນື່ອງຈາກເວລາໝາກິນ ເບິ່ງຄືມັນຈະດີໃຈ ແລະ ມັກຣົດຊາດຂອງຊັອກໂກແລັດ ແຕ່ການກະທໍາແບບນີ້ອາດເປັນຕົ້ນຕໍທີ່ເຮັດໃຫ້ນ້ອງ ໝາ ທີ່ແສນໜ້າຮັກໄດ້ກັບສູ່ດາວໝາແບບບໍ່ກັບມາເລີຍກໍເປັນໄດ້.

ໝາ

ເຊິ່ງສາເຫດທີ່ເຮັດໃຫ້ໝາດີໃຈເມື່ອໄດ້ກິນຊັອກໂກແລັດກໍຍ້ອນວ່າ ມັນມີປະສາດສຳຜັດທີ່ສາມາດຮັບຣົດຫວານໄດ້ດີເປັນພິເສດ ຖ້າທຽບກັບສັດລ້ຽງຊະນິດອື່ນເຊັ່ນ ແມວ ດັ່ງນັ້ນຈຶ່ງເຮັດໃຫ້ໝາມັກກິນຊັອກໂກແລັດຄືກັນກັບຄົນເຮົາ ໂດຍທີ່ມັນບໍ່ຮູ້ວ່າກໍາລັງຮັບສານພິດເຂົ້າໄປໃນຮ່າງກາຍ.

ໝາ

ໃນບັນດາສານເຄມີຫຼາຍຕົວທີ່ພົບໃນຊັອກໂກແລັດ ໂດຍສະເພາະພວກ ດາຣ໌ກ ຊັອກໂລແລັກ ແລະ ໂກໂກ້ນັ້ນ ມີສ່ວນປະສົມຂອງສານຈໍາພວກ ຄາເຟອີນ (Caffeine) ແລະ ທີໂອໂບຣມິນ (Theobromine) ທີ່ເປັນສານປະກອບກຸ່ມອັກຄາລອຍ (Alkaloid) ຣົດຂົມ ມີຄຸນສົມບັດເປັນການກະຕຸ້ນອ່ອນໆ ໃນຮ່າງກາຍເຮົາ. ແຕ່ສຳລັບຮ່າງກາຍຂອງໝາແລ້ວມັນບໍ່ຈະສາມາດຍ່ອຍສະຫຼາຍສານທີໂອໂບຣມິນໄດ້ດີເທົ່າຮ່າງກາຍຂອງມະນຸດເຮົາ. ສະນັ້ນສານດັ່ງກ່າວມັນຈຶ່ງກາຍເປັນພິດສຳລັບໝາ ເຊິ່ງຈະກາຍເປັນພິດໜ້ອຍ ຫຼື ຫຼາຍແມ່ນຂຶ້ນກັບປະລິມານຊັອກໂກແລັດທີ່ກິນແລະນ້ຳໜັກຕົວຂອງໝາເອງ.

ໝາ

ພິດຈາກຊັອກໂກແລັດນັ້ນຈະສົ່ງຜົນຕໍ່ລະບົບຫົວໃຈ, ລະບົບປະສາດສ່ວນກາງ ແລະ ໝາກໄຂ່ຫຼັງ ໂດຍຖ້າຫາກໝາກິນໃນປະລິມານໜ້ອຍຈະເຮັດໃຫ້ໝາເກີດອາການອາຈຽນ, ຖອກທ້ອງ, ໝົດແຮງ ແລະ ອື່ນໆ ໄດ້ໃນ 6 ເຖິງ 12 ຊົ່ວໂມງ ຫຼັງຈາກທີ່ໝາກິນຊັອກໂກແລັດ ຫຼື ອາດມີອາການຊໍາເຮື້ອໄດ້ເຖິງ 72 ຊົ່ວໂມງ ໃນກໍລະນີທີ່ໝາກິນຊັອກໂກແລັດເຂົ້າໄປໃນປະລິມານຫຼາຍຈະສົ່ງຜົນໃຫ້ໝາກ້າມຊີ້ນສັ່ນ ຫຼື ອາດເຮັດໃຫ້ຫົວໃຈເຕັ້ນແຮງຂຶ້ນສອງເທົ່າ ແລະ ອາດເສຍຊີວິດໄດ້.

ໝາ

ທັງນີ້ ເບິ່ງຄືວ່າຊັອກໂກແລັດຈະເປັນສັດຕູຕົວຮ້າຍທີ່ອາດເອົາຊີວິດຂອງໝາໄປ ຈົນເຮົາບໍ່ຢາກໃຫ້ໝາແສນຮັກຂອງເຮົາເຂົ້າໃກ້ຊັອກໂກແລັດ ແຕ່ວ່າອັນຕະລາຍຈາກຊັອກໂກແລັດທີ່ມີຕໍ່ໝານັ້ນ ແມ່ນຍັງຂຶ້ນກັບປະເພດຂອງຊັອກໂກແລັດທີ່ກິນເຂົ້າໄປອີກດ້ວຍ ເພາະຖ້າເປັນຊັອກໂກແລັດແທ້ໆ ຣົດເຂັ້ມໆ ກໍຈະມີສານຈໍາພວກຄາເຟອີນ ແລະ ທີໂອໂບຣມິນ ຫຼາຍກວ່າຊັອກໂກແລັດນົມເຖິງ 6 ເທົ່າ. ດັ່ງນັ້ນຊັອກໂກລັດແທ້ຈຶ່ງບໍ່ເໝາະສົມກັບໝາ ສ່ວນຊັອກໂກແລັດນົມທີ່ໄດ້ຮັບການລະລາຍຈົນເຈືອຈາງແລ້ວ ໝາບາງຕົວກໍສາມາດຮັບໄດ້ແຕ່ໃນປະລິມານທີ່ຈໍາກັດ.

ເຖິງວ່າຊັອກໂກແລັດຈະມີໂອກາດເປັນພິດແລະເຮັດໃຫ້ໝາຕາຍໂດຍມີເປີເຊັນທີ່ໜ້ອຍກໍຕາມ ແຕ່ກໍຖືວ່າຊັອກໂກແລັດບໍ່ຄວນເປັນສິ່ງທີ່ໃຫ້ໝາກິນຢູ່ດີ ເພາະພູມຕ້ານທານຂອງໝາແຕ່ລະໂຕບໍ່ເທົ່າກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ