CNN ຍົກໃຫ້ ເຂົ້າຈີ່ ແລະ ແໜມເຂົ້າ 2 ເມນູຈາກລາວເປັນ 50 ອາຫານ Street Foods ທີ່ດີທີ່ສຸດໃນເອເຊຍ

Street Foods

ນອກຈາກການທ່ອງທ່ຽວຂອງ ສປປ ລາວ ເຮົາໃນໄລຍະນີ້ຈະໄດ້ຮັບຜົນຕອບຮັບດີແລ້ວ ໃນອີກດ້ານໜຶ່ງເບິ່ງຄືວ່າຄວາມນິຍົມທາງດ້ານອາຫານກໍຄືຈະບໍ່ນ້ອຍໜ້າພາກການທ່ອງທ່ຽວເລີຍ. ເພາະຫຼ້າສຸດນີ້ເວັບໄຊສື່ສານມວນຊົນລະດັບໂລກຢ່າງ CNN ໄດ້ຈັດ ເຂົ້າຈີ່ ແລະ ແໜມເຂົ້າ ເປັນ 2 ເມນູຈາກລາວທີ່ຕິດ 50 ອາຫານທີ່ດີທີ່ສຸດໃນເອເຊຍ ຫຼື 50 of the best street foods in Asia

ສຳລັບປະເທດລາວເຮົານັ້ນແມ່ນຕິດອັນດັບໄປເຖິງ 2 ເມນູໂດຍແມ່ນ ເຂົ້າຈີ່ ແລະ ແໜມເຂົ້າ ທີ່ຄົນຕ່າງຊາດອະທິບາຍວ່າເຖິງຈະເບິ່ງຄືທໍາມະດາ ແຕ່ເມື່ອໄດ້ລອງກິນລົງໄປແມ່ນຢຸດກິນບໍ່ໄດ້ເລີຍ, ທີ່ສຳຄັນ 2 ເມນູນີ້ຫາຊື້ໄດ້ງ່າຍແລະສາມາດພົບເຫັນໄດ້ທົ່ວໄປ.

Street Foods

ເລີ່ມຕົ້ນທີ່ເຂົ້າຈີ່ ເຖິງວ່າຈະເປັນເມນູເຂົ້າໜຽວປີ້ງສຽບໄມ້ທຳມະດາ ແຕ່ອາຫານຂ້າງທາງນີ້ມັນມີຫຍັງຫຼາຍກວ່າທີ່ຕາເປົ່າແນມເຫັນ ເພາະເຂົ້າຈີ່ມີສີເຫຼືອງງາມທີ່ທາດ້ວຍໄຂ່ ແລະ ໄດ້ປີ້ງເທິງເຕົາຖ່ານດ້ວຍໄຟອ່ອນ ປະກອບດ້ວຍຣົດຊາດທີ່ນົວ, ມັນ ແລະ ກິ່ນຫອມ ສິ່ງນີ້ເອງຄືຄວາມພິເສດທີ່ເຮັດໃຫ້ເຮົາສາມາດກິນໄດ້ເລື້ອຍໆ.

Street Foods

ໃນສ່ວນຂອງແໜມເຂົ້າ ອີກໜຶ່ງເມນູຍອດນິຍົມຂອງຄົນລາວ ແລະ ຍັງສາມາດຄອງໃຈຄົນຕ່າງຊາດໄດ້ອີກ ເພາະເມນູຈານນີ້ມີສ່ວນປະສົມຫຼາຍຢ່າງ ເມື່ອກິນເຂົ້າໄປພ້ອມກັນແລ້ວບອກໄດ້ເລີຍວ່າແຊບສຸດໆ ໂດຍເຈົ້າຈະໄດ້ສຳຜັດຄວາມກອບຈາກສ່ວນປະສົມຫຼັກເຊັ່ນ: ເຂົ້າ, ໝາກພ້າວຂູດ, ໄຂ່, ຖົ່ວດິນ ທີ່ໄດ້ປຸງ ແລະ ປະສົມໃຫ້ເຂົ້າກັນຢູ່ກ້ອນດຽວ ເມື່ອໄດ້ກິນຄູ່ກັບຜັກ ແລະ ໝາກເຜັດແຫ້ງ ບອກໄດ້ເລີຍວ່າຈານໜຶ່ງກໍບໍ່ພໍ.

ໂດຍການຈັດ 50 ອາຫານທີ່ດີທີ່ສຸດໃນເອເຊຍຂອງ CNN ໃນຄັ້ງນີ້ກໍເພື່ອຢາກຍ້ອງຍໍ ແລະ ຊົມເຊີຍເຖິງພອນສະຫວັນຂອງຄົນເອເຊຍທີ່ສາມາດສ້າງສັນເມນູອາຫານໄດ້ເປັນເອກະລັກສະເພາະຕົວ ແລະ ເພື່ອຖ່າຍທອດວັດທະນະທໍາ-ປະເພນີຂອງອາຫານຂອງຖິ່ນຂອງແຕ່ລະປະເທດໃນພາກພື້ນເອເຊຍທີ່ສືບຕໍ່ກັນມາ.

ທີ່ມາ: https://cutt.ly/uXF2qsd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ