ຜົນວິໄຈໃໝ່ບົ່ງບອກວ່າ ເຊື້ອໂຄວິດ-19 ຢູ່ລອດໄດ້ດົນເຖິງ 28 ວັນ


ນັກວິໄຈ ຊາວອົດສະຕີລີເປີດເຜີຍຜົນການວິໄຈທີ່ໜ້າຕົກໃຈ ໂດຍພົບວ່າເຊື້ອໂຄວິດ-19 ສາມາດຢູ່ໄດ້ດົນສຸດເຖິງ 28 ວັນ ໂດຍສະເພາະຢູ່ເທິງໃບເງິນ, ໜ້າຈໍໂທລະສັບມືຖື ແລະ ເທິງພື້ນຜິວສະແຕນເຫຼດ.

ອົງການວິໄຈວິທະຍາສາດ ແລະ ອຸດສາຫະກຳແຫ່ງເຄືອຈັກກະພົບ ຫຼື CSIRO ເປີດເຜີຍຜົນງານວິໄຈກ່ຽວກັບຄວາມສາມາດໃນການມີຊີວິດລອດຂອງເຊື້ອໄວຣັສໂຄໂຣນາສາຍພັນໃຫມ່ ເຊິ່ງພົບຂໍ້ມູນທີ່ໜ້າຕົກໃຈວ່າ ເຊື້ອໄວຣັສຊະນິດນີ້ ສາມາດມີຊີວິດລອດຢູ່ເທິງໃບເງິນ, ໜ້າຈໍໂທລະສັບ ຫຼື ສະແຕນເຫຼດ ໄດ້ດົນສຸດເຖິງ 28 ວັນ ໃນອຸນຫະພູມສະເລ່ຍ 20 ອົງສາ. ເຊິ່ງບໍ່ເປັນຕາມງານວິໄຈກ່ອນໜ້ານີ້ພົບວ່າ ໄວຣັສຊະນິດນີ້ມີຊີວິດຢູ່ເທິງໃບເງິນ ແລະ ແກ້ວພຽງ 2-3 ມື້, ມີຊີວິດຢູ່ເທິງພລາສຕິກ ແລະ ສະແຕນເລດພຽງ 6 ມື້ເທົ່ານັ້ນ.

ຂະນະທີ່ທົດລອງດ້ວຍປັດໄຈດຽວກັນກັບເຊື້ອໄວຣັສໄຂ້ຫວັດໃຫຍ່ສາຍພັນເອ ພົບວ່າໄວຣັສຊະນິດນີ້ສາມາດຢູ່ເທິງພື້ນຜິວໄດ້ 17 ວັນ ຈຶ່ງບໍ່ໜ້າແປກໃຈທີ່ໂຄວິດ-19 ຈະລະບາດເປັນວົງກວ້າງ ແລະ ເຮັດໃຫ້ມີຜູ້ຕິດເຊື້ອຈຳນວນຫຼາຍກວ່າໄຂ້ຫວັດໃຫຍ່ສາຍພັນເອ ຫຼາຍເທົ່າໂຕ, ເຊິ່ງການຄົ້ນພົບນີ້ຈະຊ່ວຍໃຫ້ວົງການແພດສາມາດຄາດການ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໄດ້ຢ່າງຊັດເຈນຫຼາຍຂຶ້ນ ຜົນວິໄຈຫຼ້າສຸດທີ່ອອກມາຍິ່ງເຮັດໃຫ້ພາກລັດຕ້ອງຢ້ຳເຕືອນປະຊາຊົນໃຫ້ຮັກສາຄວາມສະອາດໃຫ້ຫຼາຍຍິ່ງຂຶ້ນເຊັ່ນ: ການເພີ່ມການອະນາໄມພື້ນຜິວທີ່ເຮົາຈະຕ້ອງສຳຜັດເປັນປະຈຳ ລວມທັງການລ້າງມືໃຫ້ຫຼາຍຂຶ້ນເວລາທີ່ຕ້ອງສຳຜັດກັບວັດຖຸທີ່ເປັນກຸ່ມສ່ຽງ ທັງໜ້າຈໍໂທລະສັບ,​ ໃບເງິນ ແລະ ພື້ນຜິວສະແຕນເຫຼດຂອງເຄື່ອງໃຊ້ສາທາລະນະຕ່າງໆ.

ຢ່າງໃດກໍຕາມ ຜົນການວິໄຈໃນຄັ້ງນີ້ຍັງບົ່ງຊີ້ອີກວ່າ ເມື່ອອຸນຫະພູມສູງຂຶ້ນຢູ່ປະມານ 30-40 ອົງສາ ໄລຍະການມີຊີວິດຢູ່ລອດຂອງໄວຣັສຈະຫຼຸດລົງ ກໍນັບວ່າເປັນໂຊກດີຂອງປະເທດທີ່ອາກາດຮ້ອນແບບປະເທດລາວພວກເຮົາ.

ທີ່ມາ:​ https://www.thairath.co.th/news/foreign/1951094?fbclid=IwAR30bnpqFAIU-yXHyZf2KfXJMSmDQJJHBlm5hJNDOq6zd6UMMVmLGWeKK7o