ໄອແລນ ຕັດສິນວ່າເຂົ້າຈີ່ຂອງ subway ເປັນຂອງຫວານ ຈື່ງເກັບພາສີນ້ຳຕານເພິ່ມ.


ສານໄອແລນຕັດສິນໃຫ້ ເຂົ້າຈີ່ ຂອງ Subway ເປັນ ເຂົ້າໜົມຫວານ ເພາະມີນ້ຳຕານຫຼາຍເກີນໄປຈື່ງຕ້ອງເສຍພາສີເພິ່ມ.

ເຖິງຈະເປັນ ເຂົ້າຈີ່ ທີ່ໃຊ້ກັບແຊນວິສຂອງ Subway ທີ່ເປັນຮ້ານອາຫານຊື່ດັງ ແລະ ຂະຫຍາຍໄປຫຼາຍເຖິງ 110 ປະເທດທົ່ວໂລກ ແຕ່ຫຼ້າສຸດສານໄອແລນໄດ້ຕັດສິນວ່າ ເຂົ້າຈີ່ຂອງ Subway ຄວນເປັນ ເຂົ້າໜົມຫວານຫຼາຍກວ່າເພາະມີນ້ຳຕານຫຼາຍເກີນໄປ ຈົນບໍ່ສາມາດກຳນົດເປັນເຂົ້າຈີ່ໄດ້ຕາມກົດໝາຍ ດັ່ງນັ້ນຈື່ງຕ້ອງເສຍພາສີເພີ່ມ.

ຄຳຕັດສິນນີ້ມີຂື້ນຫຼັງຈາກທີ່ Bookfinders ເຊິ່ງເປັນ Franchise ຂອງ Subway ໃນໄອແລນໄດ້ອຸທອນຄະດີທີ່ຟ້ອງໃຫ້ຄືນເງິນພາສີມູນຄ່າເພິ່ມຫຼັງຈາກຕ້ອງຊຳລະພາສີໃນອັດຕາ 9.2% ໂດຍລະບຸວ່າ ເຂົ້າຈີ່ທີ່ໃຊ້ໃນແຊນວິສ Subway ນັບເປັນ ອາຫານຫຼັກ (Staple Food) ແລະ ສົ່ງຜົນໃຫ້ໄດ້ຮັບການຍົກເວັ້ນພາສີມູນຄ່າເພິ່ມ.

ແຕ່ສານກໍໄດ້ຕັດສິນວ່າເຂົ້າຈີ່ຂອງ Subway ຄວນຈັດໃຫ້ເປັນເຂົ້າໜົມຫວານເພາະວ່າມີປະລິມານນ້ຳຕານໃນເຂົ້າຈີ່ລວມແລ້ວຫຼາຍກວ່າ 10% ດັ່ງນັ້ນຈຶ່ງເກີນນກວ່າ 2% ທີ່ລະບຸໄວ້ຕາມກົດໝາຍ ເຊິ່ງກົດໝາຍດັ່ງກ່າວເຮັດໃຫ້ເກິດຄວາມແຕກຕ່າງລະຫວ່າງ ເຂົ້າຈີ່ທີ່ເປັນອາຫານຫຼັກ ກັບ ເຂົ້າໜົມອົບອື່ນໆທີ່ໃຊ້ວິທີເຮັດແບບເຂົ້າໜົມຫວານ.

Subway ບໍ່ເຫັນດ້ວຍກັບການກຳນົດລັກສະນະດັ່ງກ່າວໂດຍໃນຖະແຫຼງການໄດ້ລະບຸວ່າ “ແນ່ນອນວ່າເຂົ້າຈີ່ຂອງ Subway ຄືເຂົ້າຈີ່ ເຮົາອົບເຂົ້າຈີ່ສົດໃຫມ່ໃນຮ້ານອາຫານຂອງເຮົາມາດົນກວ່າ 3 ທົດສະວັດແລ້ວ” ໂດຍ Subway ຊີ້ວ່າ ຄຳຕັດສິນດັ່ງກ່າວນັ້ນເປັນໄປຕາມກົດທີ່ຫຼ້າສະໄໝແລ້ວ.

ກໍລະນີນີ້ຫນ້າສົນໃຈ ເພາະໃນຫລາຍໆປະເທດ ມີການພະຍາຍາມຄວບຄຸມ ການບໍລິໂພກອາຫານເພື່ອສຸຂະພາບຂອງປະຊາຊົນ ເຊັ່ນຄວບຄຸມຄວາມຫວານ, ຄວາມເຄັມ ອາຫານ ແລະເຄື່ອງດື່ມທີ່ໃສ່ນ້ຳຕານຫລາຍ ຈະຖືກເກັບພາສີເພີ່ມ ເມື່ອຫັນກັບມາເບິ່ງບ້ານເຮົາແລ້ວ ນອກຈາກຍັງບໍ່ມີການຄວບຄຸມໃນທາງກົດຫມາຍແລ້ວ ນັບມື້ບັນດາອາຫານແລະເຄື່ອງດື່ມຍິ່ງເຄັມແລະຍິ່ງຫວານໄປຫນ້າຕິດໆ.

ທີ່ມາ: https://www.facebook.com/1683658098593742/posts/2563121913980685/?extid=0&d=n