24 ຕຸລາ ວັນສະຫະປະຊາຊາດ


ວັນສະຫະປະຊາຊາດ ຫຼື U.N. Day (United Nations Day) ໄດ້ປະກາດຢ່າງເປັນທາງການເມື່ອວັນທີ 24 ຕຸລາ ມີຈຸດປະສົງເພື່ອແຈ້ງໃຫ້ຄົນທັງໂລກຮູ້ເຖິງເປົ້າໝາຍ, ຈຸດປະສົງ ແລະ ການບັນລຸຜົນຂອງສະຫະປະຊາຊາດ ມີຜົນບັງຄັບໃຊ້ເມື່ອວັນທີ 24 ຕຸລາ 1945 ເປັນວັນກຳເນີດຂອງອົງການສະຫະປະຊາຊາດ ແລະໃນວັນທີ 6 ທັນວາ 1971 ໄດ້ມີມະຕິຂອງສະຫະປະຊາຊາດທີ 2782 (XXVI) ສະໜັບສະໜູນໃຫ້ວັນສະຫະປະຊາຊາດ ເປັນວັນພັກປະຈຳຊາດໃນປະເທດສະມາຊິກທຸກໆປະເທດ.

ອົງການສະຫະປະຊາຊາດ ຫຼື UN (United Nations Organization) ເປັນອົງກອນລະຫວ່າງປະເທດທີ່ມີບົດບາດສຳຄັນໃນການນຳສັນຕິພາບສູ່ໂລກ ໂດຍພະຍາຍາມໃຫ້ມະນຸດທຸກຊາດ ທຸກພາສາ ໄດ້ຢູ່ຮ່ວມກັນຢ່າງສະເໝີພາກ ແລະ ສະຫງົບສຸກ. ກໍ່ຕັ້ງຂຶ້ນໃນຊ່ວງສົງຄາມໂລກຄັ້ງທີ 2 (1939-1945) ໂດຍຄວາມຮ່ວມມືຂອງນາຍົກລັດຖະມົນຕີແຫ່ງອັງກິດ ວິນສຕັນ ເຊີຊິລ ແລະ ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ແຟຣງຄລິນ ດີ. ຣູສເວລທ໌ ເນື່ອງມາຈາກ 3 ເຫດຜົນຄື:

  • ເພື່ອຢຸດຢັ້ງກໍລະນີພິພາດລະຫວ່າງປະເທດຄູ່ກໍລະນີດ້ວຍສັນຕິວິທີ
  • ເປັນແກນກາງໃນການນຳສັນຕິພາບຖາວອນມາສູ່ໂລກ
  • ເປັນສູນກາງຄວາມຮ່ວມມືຊ່ວຍເຫຼືອລະຫວ່າງປະເທດໃນເສດຖະກິດ, ສັງຄົມ ແລະ ວັດທະນະທຳ.

ອົງການສະຫະປະຊາຊາດ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ພາສາທາງການມີຢູ່ 6 ພາສາຄື: ອັງກິດ, ຝຣັ່ງ, ສະເປນ, ລັດເຊຍ, ຈີນ ແລະ ພາສາອາຫລັບ.

ເລຂາທິການແຫ່ງສະຫະປະຊາຊາດຄົນປັດຈຸບັນແມ່ນ ທ່ານ ອັງຕໍນີອູ ກູແຕຣຶສ ຊາວໂປຕຸເກສ ເຊິ່ງຮັບຕຳແໜ່ງຕໍ່ຈາກ ທ່ານ ບັນ ຄີ ມຸນ ເມື່ອວັນທີ 1 ມັງກອນ 2017.

ຮຽບຮຽງໂດຍ: Alounny

ຂອບໃຈຂໍ້ມູນຈາກ: https://th.wikipedia.org/wiki/%E0%B8%A7%E0%B8%B1%E0%B8%99%E0%B8%AA%E0%B8%AB%E0%B8%9B%E0%B8%A3%E0%B8%B0%E0%B8%8A%E0%B8%B2%E0%B8%8A%E0%B8%B2%E0%B8%95%E0%B8%B4

https://hilight.kapook.com/view/28804