ຖ້າຫາກວ່າເວົ້າເຖິງວົງການ Cover Dance ໃນລາວແລ້ວ, ຫຼາຍຄົນຈະຕ້ອງຄິດຫາກຸ່ມເຕັ້ນທີ່ມີຊື່ວ່າ “BLACKLIST” ແນ່ນອນ. ສໍາລັບຄັ້ງນີ້ພິເສດທີ່ສຸດເພາະທີມງານ Lao X ໄດ້ມີໂອກາດເຈາະເລິກສໍາພາດທີມເຕັ້ນທີ່ຫຼ້າສຸດສາມາດເຂົ້າໄປຕິດອັນດັບທີ 10 ຈາກ 238 ທີມຈາກທົ່ວໂລກໃນການແຂ່ງຂັນ “Cheonan World Dance Festival 2020”

Blacklist ມິສະມາຊິກຫຼັກທັງໝົດ 11 ຄົນປະກອບມີ: Toto, Jason, Bounlieng, Peter, Jhaypee, Burdy, Owen, Copy, Topfy, Mikey ແລະ Mark.

 ວົງ Blacklist ເຄີຍມີຜົນງານອັນໂດດເດັ່ນຜ່ານມາເຊັ່ນ: ລາງວັນທີ1 ງານ Changwon Kpop World Festival 2019 ທີ່ປະເທດລາວ, ລາງວັນທີ 2 ງານ UYD 2018, ລາງວັນທີ 2 ງານ UD Town Kpop Festival 2019 ທີ່ອຸດອນ ປະເທດໄທ ແລະ ຫຼ້າສຸດແມ່ນ ອັນດັບທີ 10 ຈາກ 238 ທີມທົ່ວໂລກ ເຊິ່ງຖືໄດ້ວ່າເກັ່ງອີ່ຫຼີສໍາລັບທີມ Blacklist.

 ເມື່ອເຮົາຍ້ອນຫາອະດີດເຖິງສາເຫດທີ່ເຂົາເຈົ້າມາຮວມຕົວກັນເປັນທີມເຕັ້ນ BLACKLIST ແມ່ນເລິ່ມຈາກງານແຂ່ງງານໜຶ່ງເຊິ່ງພວກເຂົາບໍ່ຮູ້ຈະໃສ່ວ່າຫຍັງແລ້ວມີລຸ້ນເອື້ອຍລາວເຫັນ ເລີຍທ້ວງວ່າພວກໂຕມັກໃສ່ສີດຳຄືບໍ່ໃສ່ຊື່ວ່າ BLACKLIST ເລີຍເຮັດໃຫ້ທີມເລີຍພາກັນຕົກລົງເອົາຊື່ນີ້ ແລະ ພວກເຮົາໄດ້ໃຊ້ຊື່ນີ້ມາ 5ປີແລ້ວ.

 ປັດຈຸບັນ ສໍາລັບການແຂ່ງຂັນໃນງານ Cheonan World Dance Festival 2020 ທີ່ຈັດຂຶ້ນໂດຍປະເທດເກົາຫຼີແມ່ນແຂ່ງໂດຍການສົ່ງວິດີໂອເຕັ້ນເຊິ່ງມີຫຼາຍກວ່າ 200 ທີມທົ່ວໂລກທີ່ເຂົ້າຮ່ວມ ແລະ ຕອນນີ້ Blacklist ກໍຜ່ານການຄັດເລືອກຈົນໄດ້ອັນດັບທີ 10 ໃນຄືນວັນສຸກທີ 23 ຕຸລາ 2020 ນີ້ເອງ. ຍັງບໍ່ໝົດ! Blacklist ເພິ່ນກະຊິບມາວ່າຍັງກຽມຊ້ອມໃນງານແຂ່ງຂັນໃຫຍ່ຂອງປະເທດລາວທີ່ກຳລັງຈະເກີດຂຶ້ນໃນເດືອນ 11 ນີ້ອີກດ້ວຍ.

 ຫາກເວົ້າເຖິງສິ່ງທີ່ທ້າທາຍໃນວົງການ Cover Dance ໃນລາວສຳລັບ Blacklist ເພິ່ນເວົ້າວ່າ: ການທີ່ມີທີມເຕັ້ນຫຼາຍໆທີມ ເຊິ່ງຕ່າງກໍມີການພັດທະນາຫຼາຍຂຶ້ນ, ເຮັດໃຫ້ພວກເຮົາເອງກໍຕ້ອງໄດ້ເຝິກຝົນຕົວເອງ ແລະ ມີຄວາມຄິດສ້າງສັນທີ່ຈະສ້າງການສະແດງແບບໃໝ່ໆອອກມາຕະຫຼອດເວລາ. ພວກເຮົາຍັງດີໃຈທີ່ໄດ້ເຫັນນ້ອງໆທີ່ຫັນມາໃສ່ໃຈການເຕັ້ນ ແລ້ວກໍໄດ້ມີທີມນັກເຕັ້ນໃໝ່ໆເກີດຂຶ້ນມາ ເຮັດໃຫ້ວົງການເຕັ້ນບ້ານເຮົາມີຄວາມຄຶກຄື້ນ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນອີກດ້ວຍ.

 ອີກດ້ານໜຶ່ງ, ສິ່ງທິ່ຍາກໃນການທີ່ສະແດງ ຫຼື ກຽມໂຊໃນການແຂ່ງຂັນແຕ່ລະຄັ້ງ ສ່ວນຫຼາຍກໍແມ່ນເລື່ອງຂອງເວລາ. ພວກເຮົາກໍມີສະມາຊິກທີ່ຮຽນບ່ອນຕ່າງກັນ, ບາງຄົນກໍຍັງຮຽນມັດທະຍົມ, ຮຽນມະຫາວິທະຍາໄລ ແລະ ບາງຄົນກໍເຮັດວຽກແລ້ວ ເຊິ່ງບາງຄັ້ງກໍມີຄົນທີ່ຄາວຽກ ຫຼື ເວລາຊ້ອມບໍ່ຕົງກັນແນ່, ແຕ່ພວກເຮົາກໍຈະມີການຊ້ອມຢູ່ທີ່ບ້ານ ຫຼື ແກະທ່າເຕັ້ນມາເອງພໍປະມານໜຶ່ງກ່ອນ ແລ້ວເວລາທີ່ລວມໂຕກັນຊ້ອມກໍຈະຄ່ອຍໆມາປັບທ່າເຕັ້ນໃຫ້ເຂົ້າກັນອີກເທື່ອໜຶ່ງ.

 ສຸດທ້າຍນີ້ສາມາດຕິດຕາມຜົນງານພວກເຮົາແມ່ນໄດ້ທີ່ page: Blacklist Dance Crew ຢູ່ Facebook. ແລ້ວກໍຍັງມີຢູ່ Youtube: Blacklist Dance Crew ຊື່ດຽວກັນ. ກ່ອນຈົບກໍຢາກຝາກໃຫ້ໄວໜຸ່ມລາວທຸກຄົນເຮົາອອກມາຊ່ວຍກັນສ້າງສັນສິ່ງໃໝ່ໆໃຫ້ອອກໄປສູ່ໃນເວທີສາກົນ ບໍ່ວ່າຈະເລື່ອງເຕັ້ນ, ຮ້ອງເພງ ຫຼື ການແຂ່ງຂັນຕ່າງໆ ເພາະພວກນ້ອງເຊື່ອວ່າໄວໜຸ່ມລາວກໍມີຄວາມສາມາດທີ່ເປັນເອກກະລັກບໍ່ໜ້ອຍໜ້າໄວໜຸ່ມຊາດອື່ນໆແນ່ນອນ.

ຂໍຂອບໃຈຮູບພາບ ແລະ ຂໍ້ມູນຈາກທີມ Blacklist

No comment

ຕອບກັບ