ເຄດ ຣູບິນທະວີດຮູບພາບ “ມື້ນີ້ຂ້ອຍໄດ້ໃຊ້ສິດຂອງຂ້ອຍແລ້ວ”

 (Kathleen Rubins)  – ນັກບິນອາວະກາດໄດ້ໂພສຮູບພາບ ເຊີນຊາວຊາວອາເມຣິກາອອກໄປໃຊ້ສິດໃນເລືອກຕັ້ງປະທານາທິບໍດີຄົນໃໝ່ ຄົນທີ 46 ຂອງສະຫະລັດອາເມຣິກາ ວ່າ  “ I voted today – ມື້ນີ້ຂ້ອຍໄດ້ໃຊ້ສິດຂອງຂ້ອຍແລ້ວ ”

ອີກບໍ່ເຖິງ 2 ອາທິດ ກໍຈະເຖິງວັນເລືອກຕັ້ງໃຫຍ່ໃນຮອບ 4 ປີຂອງປະເທດສະຫະລັດອາເມຣິກາທີ່ຈະມີການເລືອກຕັ້ງຂຶ້ນ ໃນວັນທີ 4 ພະຈິກຕາມເວລາຂອງປະເທດລາວ.
ຜູ້ມີສິດອອກສຽງເລືອກຕັ້ງ ຄືປະຊາຊົນຜູ້ທີ່ອາຍຸ 18 ປີຂຶ້ນໄປ ທຸກຄົນມີສິດລົງຄະແນນສຽງ ເຊິ່ງຕອນນີ້ຫຼາຍລັດໄດ້ມີການອອກກົດໝາຍໃຫ້ມີການສະແດງບັດປະຈຳໂຕເພື່ອພິສູດຕົວບຸກຄົນ ເຖິງຈະລົງຄະແນນເລືອກຕັ້ງໄດ້.
ວິການເລືອກຕັ້ງກໍບໍ່ຕ່າງຈາກປະເທດອື່ນ ຄືປະຊາຊົນເຂົ້າໄປໄປກາບັດເລືອກຕັ້ງ ຫຼື ລົງຄະແນນສຽງເລືອກຕັ້ງລ່ວງໜ້າຫາກບໍ່ສະດວກໃນວັນນັ້ນ ແຕ່ໃນຮອບຫຼາຍປີທີ່ຜ່ານມາ 

ການເລືອກຕັ້ງທາງໄປສະນີໄດ້ເປັນທີ່ນິຍົມຫຼາຍຂຶ້ນໃນການເລືອກຕັ້ງຄັ້ງຫລ້າສຸດໃນປີ 2016 ທີ່ຜ່ານມາ ເຊິ່ງມີຄົນເລືອກຕັ້ງທາງໄປສະນີສູງເຖິງ 21%.

ຢ່າງໃດກໍຕາມ ການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາໃນຄັ້ງນີ້ເປັນທີ່ໜ້າຕິດຕາມ ເພາະນັ້ນຄືສິ່ງທີ່ຈະກຳນົດວ່າປະຊາຄົມໂລກ ແລະ ບັນດາປະເທດຈະມີການປ່ຽນ ແລະ ກະທົບໄປໃນທິດທາງໃດ.

ທີ່ມາ: https://twitter.com/nasa_astronauts/status/1319375479669846017?s=21

https://www.bbc.com/thai/international-54117622