2 ນັກເສດຖະສາດຊາວອາເມຣິກາ ຄວ້າໂນເບລ 2020 ຈາກຜົນງານທິດສະດີການປະມູນແບບໃໝ່

Photo credit: REUTERS

ສອງນັກເສດຖະສາດຊາວອາເມຣິກາໄດ້ຮັບການປະກາດໃຫ້ເປັນຜູ້ຄວ້າຮາງວັນໂນເບລສາຂາເສດຖະສາດປະຈຳປີນີ້.
ສະຖາບັນ The Royal Swedish Academy of Science ປະກາດມອບຮາງວັນໂນເບລສາຂາເສດຖະສາດປະຈຳ ປີ 2020 ໃຫ້ແກ່ ທ່ານ ພອລ ອາມິກຣອມ (Paul R. Milgrom) ແລະ ທ່ານໂຣເບີດ ບີ ວິວສັນ (Robert B. wilson) ຊາວອາເມຣິກາຈາກວຽກການພັດທະນາທິດສະດີການປະມູນ ແລະ ການຄຶດຄົ້ນຮູບແບບການປະມູນແບບໃໝ່.

ຮາງວັນໂນເບວສາຂາເສດຖະສາດຄືສາຂາສຸດທ້າຍທີ່ມີການປະກາດໃນແຕ່ລະປີ ຫຼັງຈາກເມື່ອຕົ້ນເດືອນຕຸລາທີ່ຜ່ານມາ ໄດ້ມີການປະກາດລາຍຊື່ຜູ້ໄດ້ຮັບຮາງວັນໂນເບວໃນສາຂາການແພດ, ເຄມີ, ຟີຊິກ, ວັນນະກຳ ແລະ ສັນຕິພາບມາແລ້ວ.

ກ່ອນໜ້ານີ້ ຮາງວັນໂນເບວສາຂາເສດຖະສາດນີ້ ບໍ່ໄດ້ລວມຢູ່ໃນຄວາມປາດຖະໜາຂອງ ທ່ານ ອັລເຟຣດ ໂນເບລ (Alfred Nobel) ຕັ້ງແຕ່ທຳອິດ ແຕ່ທະນາຄານກາງສະວີເດັນໄດ້ເລີ່ມມອບຮາງວັນສາຂານີ້ ເມື່ອປີ ຄ.ສ 1968 ໃນໂອກາດຄົບຮອບ 300 ປີ ໂດຍຜູ້ຊະນະສາຂານີ້ຈະໄດ້ຮັບຮາງວັນ 1.1 ລ້ານໂດລາສະຫະລັດ ຈຶ່ງເຮັດໃຫ້ທີມງານຮາງວັນ ໂນເບລ ເລີ່ມສົນໃຈໃນສາຂານີ້.

ທີ່ມາ: https://www.voathai.com/a/nobel-economic-2020/5618329.html