ມາແລ້ວຣີວິວຊຸດທຳອິດຈາກສື່ຕ່າງປະເທດຂອງ iPhone 12 ໂດຍລວມດີຂຶ້ນທຸກດ້ານ ແຕ່ແບັດຫມົດໄວຍ້ອນ 5G.


iPhone 12 ແລະ iPhone 12 Pro ທີ່ວາງຈຳໜ່າຍໃນບາງປະເທດແລ້ວ ເລິ່ມມີຣີວິວອອກມາຈາກສື່ດັງໆແລ້ວໃນປີນີ້ທັ້ງສອງຮຸ່ນມີຂໍ້ແຕກຕ່າງກັນນ້ອຍກວ່າ iPhone 11 ແລະ iPhone 11 Pro ເພາະ Apple ບໍ່ໃຊ້ຫນ້າຈໍແບບ LCD ອີກຕໍ່ໄປ ແຕ່ຫັນມາໃຊ້ໜ້າຈໍ OLED ແບບ Super Retina XDR ໃນມືຖືທຸກຮຸ່ນພ້ອມ ເພິ່ມແມ່ເຫຼັກ MagSafe ມາດ້ານຫຼັງສໍາຫຼັບການສາກແບບໄຮ້ສາຍ ແລະ ອຸປະກອນເສີມໃນຕົວເຄື່ອງ Design ໃໝ່ຂອບຫຼ່ຽມຄ້າຍຄືຍຸກ iPhone 4 ຈົນເຖິງ 5s ແລະ ມາພ້ອມ chip A14 Bionic ທີ່ໃຊ້ສະຖາປັດຍະກຳການຜະລິດ 5 ນາໂນແມັດ.

ໂດຍລວມແລ້ວສື່ຕ່າງໆບອກວ່າ iPhone 12 ແລະ iPhone 12 Pro ມີການອອກແບບທີ່ດີ ສື່ສ່ວນໃຫຍ່ມັກ Design ຂອບຫຼ່ຽມທີ່ຈັບຖະຫນັດມືຫຼາຍຂື້້ນ ຂອບຈໍຂອງ iPhone 12 ນ້ອຍລົງເມື່ອທຽບກັບ iPhone 11 ເພາະປ່ຽນຈາກ LCD ມາເປັນ OLED ແກ້ວດ້ານຫຼັງຂອງ iPhone 12 ເຫັນຮອຍນິ້ວມືໄດ້ແຈ້ງກວ່າແກ້ວສີຂຸ້ນເທິງ iPhone 12 Pro ແຕ່ຂອບຂອງ iPhone 12 Pro ທີ່ເປັນສະແຕນເລດຜິວຂອງມັນຈະເຫັນຮອຍນິ້ວມືແຈ້ງກວ່າຂອງອາລູມີນຽມໃນຮຸ່ນທຳມະດາ.

ກ້ອງ ແລະ ວີດີໂອ

ໃນດ້ານຂອງກ້ອງປີນີ້ກ້ອງຫຼັກຂອງ iPhone ມີຮູຮັບແສງກວ້າງຂື້ນເປັນ f/1.6 ທຽບກັບ f/1.8 ໃນຮຸ່ນເກົ່າ ຈາກການທົດສອບຂອງ Website ຕ່າງໆພົບວ່າຖ່າຍຮູບໃນບ່ອນທີ່ແສງຫນ້ອຍດີຂຶ້ນພຽງເລັກນ້ອຍບໍ່ເຖິງຂັ້ນ ກ້າວກະໂດດ ແຕ່ການທີ່ທຸກເລນຂອງກ້ອງ ສາມາດຖ່າຍ Night Mode ໄດ້ຖືວ່າເປັນພັດທະນາການທີ່ດີ ເຖິງແມ່ນວ່າຈະມີພຽງແຕ່ກ້ອງຫຼັກເທົ່ານັ້ນທີ່ຖ່າຍ Night Mode ໄດ້ດີທີ່ສຸດກໍຕາມ ສ່ວນກ້ອງ Ultra-wide ຍັງມີມຸມມອງ 120 ອົງສາ ແລະ ຮູຮັບແສງ f/2.4 ຄືເກົ່າ.

ເລນເທເລເທິງ iPhone 12 Pro ຄືກັບ 11 Pro ທຸກຢ່າງ ສ່ວນເຊັນເຊີ LiDAR ທີ່ເພິ່ມເຂົ້າມາຈະເຮັດວຽກກໍຕໍ່ເມື່ອຖ່າຍຮູບບຸກຄົນໃນ Night Mode ເທົ່ານັ້ນ ເຊິ່ງ The Verge ໄດ້ເຮັດການທົດສອບ ແລະ ພົບວ່າ focus ໄວຂຶ້ນ, ເກັບລາຍລະອຽດຂອງຮູບໄດ້ຫຼາຍຂຶ້ນ ແລະ ເຮັດວຽກໄດ້ລື່ນໄຫຼກວ່າໂຫມດດຽວກັນເທິງ Google Pixel 5 ກັບອີກຂໍ້ດີຄືຊ່ວຍໃຫ້ Features ໃນ App AR ທັງຫລາຍເຮັດວຽກໄດ້ດີຂື້ນ ນອກຈາກນີ້ຍັງບໍ່ມີປະໂຫຍດອື່ນໃຫ້ເຫັນຊັດເຈນ.

ດ້ານການຖ່າຍວີດີໂອ iPhone 12 ແລະ iPhone 12 Pro ຍັງເຮັດໄດ້ດີຄືເກົ່າ, ການຖ່າຍໃຫ້ສີສົດໃສລາຍລະອຽດຄົບຖ້ວນ, ກັນສັ່ນເຮັດວຽກໄດ້ດີ ໂດຍສະເພາະໃນການຖ່າຍຄວາມລະອຽດ 4K HDR ແບບ Dolby Vision ຍິ່ງເກັບລາຍລະອຽດຄວາມມືດ ແລະ ສະຫວ່າງຂອງວີດີໂອໄດ້ເປັນຢ່າງດີເມື່ອເບິ່ງເທິງໜ້າຈໍມືຖື ແຕ່ອາດມີຂໍ້ຈຳກັດຫາກຕ້ອງການເບິ່ງວີດີໂອແບບ Dolby Vision ເທິງໜ້າຈໍໃຫຍ່.

iPhone 12 ແລະ iPhone 12 Pro ຖ່າຍວີດີໂອ HDR ເປັນ File Dolby Vision Profile 8.4 ເຊິ່ງເປັນລະບົບ Dolby Vision ທີ່ສົ່ງ metadata ຂອງ Dolby Vision ໄປພ້ອມກັບ HLG ແບບ 10 bit ເຮັດໃຫ້ສາມາດຫຼິ້ນວີດີໂອ File ດຽວກັນໂດຍບໍ່ຕ້ອງແຍກ Version ໄດ້ເທິງໂທລະພາບທີ່ບໍ່ຮອງຮັບ Dolby Vision ໂດຍວີດີໂອຈະຫຼີ້ນເປັນ HLG ຫຼື SDR ຕາມທີ່ໂທລະພາບຮອງຮັບແທນ ( ແຕ່ຫາກໂທລະພາບຮອງຮັບທັງ HLG ແລະ Dolby Vision ແຕ່ບໍ່ຮອງຮັບ Profile 8.4 ກໍຈະຫຼີ້ນເປັນ HLG ແທນຈື່ງອາດຕ້ອງເຊັກສະເປັກ ໂທລະພາບໃຫ້ດີດີວ່າຮອງຮັບແບບໃດ).

ອີກຂໍ້ຈຳກັດຄື iPhone 12 ຈະຖ່າຍ 4K HDR  ແບບ Dolby Vision ໄດ້ທີ 30 fps ເທົ່ານັ້ນຕ້ອງເປັນ 12 Pro ເຖິງຈະຖ່າຍໄດ້ແບບ 60fps ເປັນອີກໜື່ງຂໍ້ແຕກຕ່າງລະຫວ່າງຮຸ່ນທຳມະດາກັບ Pro.

ໜ້າຈໍ ແລະ ປະສິດຕິພາບໂດຍລວມ.

ປີນີ້ທັ້ງສອງຮຸ່ນໃຊ້ໜ້າຈໍ Super Retina XDR ຂະໜາດ 6.1 ນິ້ວ ຄວາມລະອຽດ 1170 x 2532 Pixel ເທົ່າກັນ ແລະ ສື່ທຸກສຳນັກກໍຍ້ອງໃນດ້ານການສະແດງສີ Contrast ratio ແລະ ການຮອງຮັບ HDR ລວມໄປເຖິງ Dolby Vision.

ເຖິງແມ່ນວ່າຈະເບິ່ງຄືໜ້າຈໍບໍ່ຕ່າງກັນແຕ່ຄວາມສະຫວ່າງໜ້າຈໍຂອງ 12 ຈະສະຫວ່າງຫນ້ອຍກວ່າ 12 Pro ພຽງເລັກນ້ອຍໂດຍ Apple ລະບຸໃນ Website ວ່າ iPhone 12 Pro ມີຄວາມສະຫວ່າງສູງສຸດ 625 nits (Tom’s Guide ທົດສອບໄດ້ທີ່ 569 nits  ເມື່ອຕັ້ງຄ່າສູງສຸດ)

ສ່ວນ iPhone 12 Pro ຈະມີຄວາມສະຫວ່າງສູງສຸດທີ່ 800 nits ແຕ່ທັ້ງສອງຮຸ່ນມີຄວາມສະຫວ່າງສູງສຸດໃນໂຫມດ HDR ເທົ່າກັນທີ່ 1,200 nits ສື່ທຸກເຈົ້າມີຂໍ້ຕິຄືກັນຄືເສຍດາຍທີ່ໜ້າຈໍ iPhone 12 ທັ້ງສອງຮຸ່ນຍັງບໍ່ເປັນ 120 Hz ແບບໃນ iPad Pro ຫຼື ມືຖືຮຸ່ນທັອບຝັ່ງ Android.

ທັ້ງ 12 ແລະ 12 Pro ໃຊ້ chip A14 Bionic ເຊັ່ນດຽວກັນ ເຊິ່ງເຮັດຄະແນນຊະນະ Snapdragon 865  ແລະ 865+ ໄດ້ເກືອບທຸກການທົດສອບແຕ່ Tom’s Guide ຕັ້ງຂໍ້ສັງເກດວ່າການທີ່ໜ້າຈໍມີ Refresh rate ພຽງ 60 Hz ອາດເຮັດໃຫ້ຜູ້ໃຊ້ຮູ້ສຶກວ່າ iPhone 12 ຊ້າກວ່າມືຖືທີ່ໜ້າຈໍ 90Hz ຫຼື 120Hz ໄດ້ເຖິງແມ່ນວ່າ Hardware ພາຍໃນຈະມີປະສິດຕິພາບສູງກວ່າ.

ຂໍ້ແຕກຕ່າງຫຼັກຂອງສະເປັກພາຍໃນຄື 12 Pro ມີ Ram 6GB ຂະນະທີ່ 12 ທຳມະດາມີ Ram 4 GB ເຊິ່ງອາດຍັງບໍ່ແຕກຕ່າງຫຼາຍປານໃດ ສຳຫຼັບການໃຊ້ງານໃນປັດຈຸບັນແຕ່ Ram 6GB  ເທິງ 12 Pro ໜ້າຈະຍືດອາຍຸການໃຊ້ງານໃຫ້ຮອງຮັບ App ໃນອານາຄົດໄດ້ຍາວນານກວ່າ ແລະ ເຮັດວຽກ Multitask ໄດ້ດີກວ່າ.

Battery ແລະ 5G.

ທາງດ້ານ Battery ໃນປີນີ້ມີຄວາມກ່ຽວຂ້ອງກັບການໃຊ້ງານ 5G ຫຼາຍໂດຍ The Verge ທີ່ເຮັດການທົດສອບ 5G ທັ້ງໃນ iPhone 12 ແລະ 12 Pro ພົບວ່າ Battery ທັ້ງສອງຮຸ່ນໃຊ້ງານໄດ້ຫນ້ອຍລົງກວ່າ iPhone 11 ແລະ Nilay Patel ຜູ້ຣີວິວ 12 Pro ພົບວ່າ Battery ເຫຼືອ 18% ຫຼັງເຮັດການທົດສອບ 5G ຢ່າງໜັກປະມານ 2.5 ຊົ່ວໂມງ ແຕ່ຕອນທີ່ລາວຢູ່ເຮືອນ ແລະ ໃຊ້ Wi-Fi ກໍຍັງສາມາດໃຊ້ງານໄດ້ແບບເຕັມມື້ຢູ່.

ສ່ວນໃນການທົດສອບຂອງ Tom’s Guide ທີ່ iPhone 11 ເຄີຍຢູ່ໄດ້ 11 ຊົ່ວໂມງ 16 ນາທີ ຝັ່ງ iPhone 12 ນັ້ນຢູ່ໄດ້ພຽງແຕ່ 8 ຊົ່ວໂມງ 25 ນາທີເທົ່ານັ້ນ ແຕ່ເມື່ອປິດ 5G ຈະຢູ່ໄດ້ 10 ຊົ່ວໂມງ 23 ນາທີ ເພິ່ມຂຶ້ນເຖິງປະມານ 2 ຊົ່ວໂມງສ່ວນ iPhone 12 Pro ໄດ້ຢູ່ 9 ຊົ່ວໂມງ 6 ນາທີ ເມື່ອເປິດ 5G ແລະ 11 ຊົ່ວໂມງ 24 ນາທີ ຫາກປິດ 5G.

ການທົດສອບ 5G ສື່ຫຼາຍສຳນັກທີ່ທົດສອບທັ້ງແບບ Sub 6GHz ພົບວ່າຈະມີຄວາມໄວຫຼາຍກວ່າ 4G LTE ແຕກຕ່າງກັນໄປຕາມພື້ນທີ່ຕັ້ງ ແຕ່ໄວກວ່າເລັກນ້ອຍໄປຈົນເຖິງໄວກວ່າສອງເທົ່າ ສ່ວນແບບ mmWave ໃນສະຫະລັດອາເມຣິກາເອງກໍຍັງມີພື້ນທີ່ໃຊ້ງານຫນ້ອຍ ເຮັດໃຫ້ຖ້າຫາກສະຫລັບພື້ນທີ່ທີ່ຮອງຮັບກັບບໍ່ຮອງຮັບໄປມາ ຈະເຮັດໃຫ້ກິນ Battery ຫຼາຍກວ່າ 5G ທົ່ວໄປ ແຕ່ການເຊື່ອມຕໍ່ຜ່ານລະບົບນີ້ເຮັດຄວາມໄວໄດ້ເຖິງ 2 Gbps ໃນການທົດສອບເທິງ iPhone 12 Pro.

ຈຸດອ່ອນນີ້ Apple ພະຍາຍາມແກ້ໄຂໂດຍໃສ່ Features Smart Data ມາໃຫ້ໂດຍຈະເປິດໃຊ້ 5G ເວລາຈຳເປັນເທົ່ານັ້ນ. ແຕ່ຖ້າໄປໃຊ້ໃນປະເທດທີ່ຍັງບໍ່ມີ 5G ກໍບໍ່ຫນ້າເປັນຫ່ວງໃນຈຸດນີ້.

ບໍ່ແຖມສາຍສາກ ແລະຍັງໃຊ້ Port Lightning ເກົ່າໆ.

ສິ່ງໜື່ງທີ່ເຮັດໃຫ້ Apple ຖືກມືຖືຝັ່ງ Android ຫຼາຍໆເຈົ້າອອກມາເຍີ້ຍ ກໍຄືການບໍ່ແຖມຫົວສາກໄຟ ແລະ ຫູຟັງມາໃນກ່ອງອີກຕໍ່ໄປ ເຊິ່ງຜົນກະທົບນີ້ຕົກມາຢູ່ທີ່ຜູ້ບໍລິໂພກທີ່ບໍ່ເຄີຍໃຊ້ iPhone ມາກ່ອນ ຫຼື ມີຫົວສາກ Apple ຮຸ່ນເກົ່າທີ່ເປັນ USB-A to Lightning ຫຼື ຜູ້ທີ່ຢາກສາກໄວເທິງ iPhone 12 ແລະ 12 Pro ດ້ວຍສາຍ USB-C to Lightning ຕ້ອງລຳບາກຊື້ຫົວສາກໃໝ່ ເຖິງວ່າ Apple ຈະລົດລາຄາຫົວສາກ 20W ແລະ ຫູຟັງ EarPods ລົງມາລະດັບນຶ່ງແລ້ວ ແຕ່ຖ້າຫາກຕ້ອງຊື້ອຸປະກອນທັງສອງອັນລວມກັນ ກໍຕ້ອງຈ່າຍເງິນຊື້ຕື່ມອີກເປັນມູນຕ່າເຖິງເກືອບຫ້າແສນກີບຢູ່ດີ.

MagSafe.

ໃນວີດີໂອການທົດສອບຂອງ Marques Brownlee YouTube ຊື່ດັງ ລາວພົບວ່າອຸປະກອນສາກແບບໄຮ້ສາຍ MagSafe ເຮັດວຽກໄດ້ດີສາກແບບໄຮ້ສາຍໄດ້ 15W ຕາມທີ່ໂຄສະນາ ແລະ ສາກຜ່ານເຄສຈາກ Apple ທີ່ຜະລິດມາເພື່ອ MagSafe ໂດຍສະເພາະໄດ້. ແຕ່ຫາກຕິດກະເປົາບັດ MagSafe ໄປອີກຊັ້ນພ້ອມກັບເຄສກໍຈະສາກບໍ່ໄດ້ ນອກຈາກນີ້ລາວຍັງພົບວ່າ Magsafe ສາມາດສາກ Pixel 5 ແລະ Galaxy Note 20 ໄດ້ນຳອີກ ແຕ່ຈະໄດ້ໄຟພຽງແຕ່ 7.5 W ເທົ່ານັ້ນ.

ໜື່ງຈຸດທີ່ Marques ເປັນຫ່ວງຄືແມ່ເຫຼັກຂອງ Magsafe ບໍ່ໄດ້ດູດແຮງຫຼາຍປານໃດ ແລະ ພົບວ່າໂຕເຄື່ອງຫຼຸດຈາກທີ່ສາກໄຮ້ສາຍໄດ້ງ່າຍໆພຽງແຕ່ຈັບສັ່ນເບົາໆ ລວມເຖິງກະເປົ໋າບັດທີ່ຕິດເຄື່ອງກໍອາດຫຼຸດອອກໄດ້ຕອນຈັບໂຕເຄື່ອງເຂົ້າອອກຈາກກະເປົ໋າຖົງໂສ້ງ ໂດຍລາວຄາດຫວັງວ່າຜູ້ຜະລິດອຸປະກອນເສີມອື່ນໆອາດເຮັດອຸປະກອນພ້ອມແມ່ເຫຼັກທີ່ມີກຳລັງດູດສູງກວ່ານີ້ອອກມາໃນອະນາຄົດ.

ສະຫຼຸບ.

ໂດຍລວມແລ້ວ iPhone 12 ນັ້ນຖືເປັນການອັບເກດຈາກ iPhone 11 ຫຼາຍດ້ານເຊັ່ນ: Chip A14 ກ້ອງຫຼັກທີ່ຮູຮັບແສງໃຫຍ່ຂື້ນ ແລະ ໜ້າຈໍທີ່ປ່ຽນຈາກ LCD ມາເປັນ OLED ເຖິງວ່າອາຍຸການໃຊ້ງານ Battery ຈະລົດລົງເພາະ 5G ກໍຕາມ.

ສ່ວນ iPhone 12 Pro ເມື່ອທຽບກັບ 11 Pro ອາດບໍ່ແຕກຕ່າງກັນຫຼາຍປານໃດ ແຕ່ກໍຈະໄດ້ໜ້າຈໍທີ່ມີຂະໜາດໃຫຍ່ຂຶ້ນພຽງເລັກນ້ອຍ ແລະໄດ້ Design ໃຫມ່ ພ້ອມເຊັນເຊີ LiDAR ສຳຫຼັບຖ່າຍຮູບບຸກຄົນໃນເວລາກາງຄືນ ແລະ ຖ່າຍວີດີໂອ 4K HDR Dolby Vision ແບບ 60 fps ເຊິ່ງຈະພຽງພໍໃຫ້ອັບເກດ ຫຼື ບໍ່? ຄົງຕ້ອງໃຊ້ວິຈາລະນະຍານ ແລະ ພິຈາລະນາລາຄາກັນອີກຄັ້ງ.

iPhone 12 ກັບ iPhone 12 Pro ໃນປີນີ້ມີຂໍ້ແຕກຕ່າງນ້ອຍກວ່າທີ່ເຄີຍເຫັນ ເຫຼືອພຽງກ້ອງເທເລທີ່ເພິ່ມມາ ໜ້າຈໍທີ່ສະຫວ່າງກວ່າພຽງເລັກນ້ອຍ, ເຊັນເຊີ LiDAR, Ram ທີ່ຫຼາຍກວ່າຢູ່ 2GB, Battery ຫຼາຍກວ່າພຽງເລັກນ້ອຍ ແລະ ການຖ່າຍວີດີໂອແບບ 4K HDR Dolby Vision 60 fps ແຕ່ສຳຫຼັບຜູ້ທີ່ຢາກປະຢັດງົບໃນປີທີ່ເສດຖະກິດບໍ່ຄ່ອຍດີ ການມີຂໍ້ແຕກຕ່າງນ້ອຍລົງນີ້ອາດເປັນໂອກາດດີທີ່ຈະຊື້ຮຸ່ນທຳມະດາ ແລະ ໄດ້ໜ້າຈໍ OLED ແທນທີ່ຈະຕ້ອງຊື້ນຮຸ່ນທີ່ມີໜ້າຈໍ LCD ແບບປີທີ່ຜ່ານມາ.

ອີກສອງຮຸ່ນທີ່ຈະອອກມາພາຍຫຼັງຄື iPhone 12 MiNi ບໍ່ໄດ້ຕ່າງຈາກຮຸ່ນທຳມະດາຫຼາຍປານໃດ ນອກຈາກຂະໜາດໜ້າຈໍ 5.4 ນິ້ວ ສ່ວນໃຜທີ່ຢາກໄດ້ Battery ທີ່ທົນກວ່າ ຫຼື ຢາກໄດ້ຮຸ່ນຈັດເຕັມກວ່ານີ້ອາດຕ້ອງລໍຖ້າ iPhone 12 Pro Max ທີ່ນອກຈາກຈະໄດ້ Battery ທີ່ມີຄວາມຈຸຫຼາຍກວ່າ ຍັງມີກ້ອງຫຼັກທີ່ມີຂະໜາດເຊັນເຊີໃຫຍ່ກວ່າ iPhone 12 Pro ແລະ ມີ sensor-shift OIS ຫຼື ລະບົບກັນສັ່ນຢູ່ທີ່ຕົວເຊັນເຊີແທນທີ່ເລນເຮັດໃຫ້ຖ່າຍຮູບໄດ້ນິ້ງກວ່າອີກດ້ວຍ ເຊິ່ງຕ້ອງລໍຖ້າເບິ່ງຣີວິວອີກຄັ້ງເມື່ອວາງຂາຍ.

ທີ່ມາ: https://www.blognone.com/node/119157