ນັກກະວີຍິງຊາວອາເມຣິກາຄົນທຳອິດໃນຮອບ 27 ປີ ຄວ້າຮາງວັນໂນເບລສາຂາວັນນະກຳ 2020


ລູອິດ ກລິກ (Louise Glück) ນັກກະວີຍິງ ອາຍຸ 77 ປີເຊິ່ງປັດຈຸບັນເປັນສາສະດາຈານພາສາອັງກິດ ທີ່ມະຫາວິທະຍາໄລເຢວ ຕີພິມຜົນງານຄັ້ງທຳອິດໃນປີ 1968 ດ້ວຍຜົນງານທີ່ຊື່ວ່າ Firstborn. ລູອິດ ກລິກ ໄດ້ຮັບຮາງວັນ Pulizer ໃນປິີ 1993 ແລະ National Book Award ໃນປີ 2014.
ໃນການປະກາດຮາງວັນໂນເບລປະຈຳປີ 2020 ເມື່ອວັນທີ 8 ຕຸລາ ທີ່ຜ່ານມາ ຄະນະກຳມະການຮາງວັນໂນເບລໄດ້ໃຫ້ເຫດຜົນວ່າ ຜົນງານຂອງ ລູອິດ ກລິກ “ມີນ້ຳສຽງບົດກະວີທີ່ປາສະຈາກທີ່ຕິ ເຊິ່ງເປັນຄວາມງາມອັນຮຽບງ່າຍ ທີ່ເຮັດໃຫ້ການດຳລົງຢູ່ຂອງປັດເຈກມີຄວາມເປັນສາກົນ”

ໃນຄຳປະກາດຮາງວັນລະບຸວ່າ ຜົນງານທັງໝົດຂອງກລິກ ລ້ວນແຕ່ສະທ້ອນໃຫ້ເຫັນເຖິງການສະແຫວງຫາຄວາມຊັດເຈນ, ຊີວິດໄວເດັກ ແລະ ຄອບຄົວ. ຄວາມສຳພັນໃກ້ຊິດກັບຄອບຄົວ ແລະ ພີ່ນ້ອງເປັນແກ່ນຫຼັກທີ່ຢູ່ໃຜົນງານຂອງກລິກ. ກລິກຂຽນກ່ຽວກັບການເປັນໂຣກ ອະນໍເຣັກເຊຍ ສະໄໝທີ່ເປັນໄວໜຸ່ມສາວ ເຊິ່ງໄດ້ອະທິບາຍພາຍຫຼັງວ່າເປັນຜົນຈາກຄວາມພະຍາຍາມຢືນຢັນຄວາມເປັນອິດສະຫຼະຂອງຕົວເອງຈາກແມ່ ແລະ ການເສຍຊີວີດຂອງເອື້ອຍກ່ອນທີ່ກລິກຈະເກີດ ຂະນະທີ່ເຂົ້າຮັບການບຳບັດ ກລິກໄດ້ເຂົ້າການເຝິກອົບຮົມກ່ຽວກັບການຂຽນບົດກະວີຕ່າງໆ ຈົນເລີ່ມພັດທະນາຕົວເອງຂຶ້ນມາ ແລະ ໄດ້ລວມເຫຼັ້ມທຳອິດໄດ້ໃນປີ 1968

ຕະຫຼອດໄລຍະເວລາກວ່າ 60 ປີຂອງການເຮັດວຽກ ກລິກໄດ້ຕີພິມບົດກະວີອອກມາແລ້ວ 12 ເຫຼັ້ມ ແລະ ຜົນງານທີ່ເປັນບົດຄວາມ 2 ເຫຼັ້ມ ເນື້ອຫາສ່ວນໃຫຍ່ເວົ້າເຖິງຄວາມທໍລະມານ, ຄວາມຕາຍ ແລະ ການປິ່ນປົວຮັກສາ. ຄະນະກຳມະການອະທິບາຍເພີ່ມຕື່ມວ່າ ບົດກະວີທີ່ຊື່ Snowdrops ຈາກປຶ້ນຮວມບົດກະວີຊຸດ The Wild Iris (ໄອຣິດປ່າ) ເຊິ່ງເປັນຜົນງານທີ່ນາງໄດ້ຮັບຮາງວັນ Pulitzer ໃນປີ 1992 ທີ່ບັນຍາຍໃຫ້ເຫັນເຖິງຊີວິດຫຼັງຈາກຜ່ານພົ້ນລະດູໜາວມາໄດ້ຢ່າງມະຫັດສະຈັນ

ກລິກ ເປັນຜູ້ຍິງຄົນທີ 16 ທີ່ໄດ້ຮັບຮາງວັນນີ້ ແລະ ນັບວ່າເປັນຜູ້ຍິງຊາວອາເມຣິກາຄົນທຳອິດ ຫຼັງຈາກທີ່ໂທນີ ມໍຣິສັນ ໄດ້ຮັບຮາງວັນໃນປີ 1993.

ຕັ້ງແຕ່ປີ 2018 ຮາງວັນໂນເບລ ສາຂາວັນນະກຳກາຍເປັນທີ່ວິພາກວິຈານຢ່າງກວ້າງຂວາງ ໂດຍປີ 2018 ເກີດຄະດີກ່ຽວກັບເລື່ອງເພດ ແລະ ການສຸຈະລິດຂຶ້ນ ຈົນເຮັດໃຫ້ຕ້ອງຍົກເລີກການປະກາດຮາງວັນ ສ່ວນໃນປີ 2019 ເພເຕີ ແຍນເຄີ ນັກປະພັນຊາວອົດສະຕາລີ ຜູ້ທີ່ໄດ້ຮັບຮາງວັນກໍຖືກຕໍ່ຕ້ານ ຈາກການປະຕິເສດການສັງຫານໝູ່ຊາວເຊີບ ທີ່ເຊເບນິກາ (Srebrenica)

ທີ່ມາ:​ https://themomentum.co/louise-gluck-wins-the-2020-nobel-prize-in-literature/