ຮຽນຮູ້ເລື່ອງທຸລະກິດຟຣີ! ດ້ວຍແອັບ ToolaKit

ພາບຈາກ:​https://web.facebook.com/taflaos

ໃນວັນພຸດ ທີ 21 ຕຸລາທີ່ຜ່ານມາ ມູນນິທີເອເຊຍປະຈຳປະເທດລາວ ໄດ້ເປີດໂຕແອັບທຸລະກິດ ຢ່າງເປັນທາງການ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ ແລະ Stella ທີ່ Lab De Lines.

.

ແອັບToolakit ຫຼື ທຸລະກິດ ເປັນແອັບພິເຄຊັນ ສັງລວມຄວາມຮູ້ເພື່ອໃຫ້ຜູ້ປະກອບການ ທັງທຸລະກິດຂະໜາດນ້ອຍ ແລະ ທຸລະກິດຂະໜາດກາງ (MSMEs) ໃນປະເທດລາວໄດ້ຮຽນຮູ້ທິດສະດ້ານດິຈິຕອນ ແລະ ໃຫ້ຫົວໜ່ວຍທຸລະກິດສາມາດສ້າງທຸລະກິດອອນລາຍ ຜ່ານ Social Media ເພື່ອເພີ່ມຊ່ອງທາງດ້ານການຂາຍ ແນໃສ່ໃຫ້ພວກເຂົາໃຫ້ເຂົ້າເຖິງທັກສະທາງດ້ານດິຈິຕອນ ທີ່ບັນດາທຸລະກິດຕ້ອງການ ເພື່ອນຳມາປັບໃຊ້ໃສ່ໃນການພັດທະນາທຸລະກິດຂອງຕົນເອງ

ເຊິ່ງແອັບ Toolakit  ໄດ້ພັດທະນາເນື້ອໃນບົດຮຽນໂດຍ Stella ແລະ ມູນນິທີເອເຊຍ ບໍ່ວ່າຈະເປັນຄວາມຮູ້ດ້ານດິຈິຕອນ, ຊັບພະຍາກອນທຸລະກິດອອນລາຍ ແລະ ອື່ນໆ.​ ພ້ອມດຽວກັນນີ້, ແອັບ Toolakit  ຍັງໄດ້ເປັນພາກສ່ວນໜຶ່ງຂອງໂຄງການດິຈິຕອນອາຊຽນກ້າວໄກ (Go Digital ASEAN) ຂອງມູນນິທິເອເຊຍທີ່ໄດ້ຮັບການສະໜັບສະໜູນໂດຍ Google.org 

Toolakit  ເປັນແອັບສອງພາສາ ມີ ລາວ ແລະ ອັງກິດ ເຊິ່ງພາຍໃນແອັບ ຜູ້ໃຊ້ຈະສາມາດຮຽນຮູ້ບັນດາທັກສະດ້ານທຸລະກິດເຊິ່ງຖືກແຍກເປັນລະດັບຕາມຄວາມຍາກງ່າຍ ທີ່ຜູ້ໃຊ້ສາມາດເກັບແຕ້ມຄະແນນພາຍຫຼັງສຳເລັດການຮຽນໃນແຕ່ລະບົດ ພ້ອມນີ້ຍັງມີ ຫ້ອງສົນທະນາ ຫຼື Forum ທີ່ຜູ້ໃຊ້ສາມາດເຂົ້າໄປລົມກັນໃນຫົວຂໍ້ຕ່າງໆ ຫຼື ເພື່ອການສົນທະນາແລກປ່ຽນ ເຊິ່ງຕອນນີ້ສາມາດດາວໂຫຼດໄດ້ແລ້ວຟຣີ ທີ່ Playstore ໃນລະບົບ Android ທີ່: https://play.google.com/store/apps/details?id=com.toolakit

ອ້າງອີງ: https://web.facebook.com/taflaos