Interbrand ປະກາດຜົນ Best Global Brand 2020 ແລ້ວ


ແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກປີ 2020 ນີ້ກໍຍັງເປັນ Apple ດ້ວຍມູນຄ່າແບຣນ 322,999 ລ້ານໂດລາ ສະຫະລັດ ຂະຫຍາຍໂຕ 38%, ຕາມມາດ້ວຍ Amazon ມູນຄ່າແບຣນ 200,667 ລ້ານໂດລາສະຫະລັດ ຂະຫຍາຍໂຕ 60%, ອັນດັບ 3 ແມ່ນ Microsoft ມູນຄ່າແບຣນ 166,001 ລ້ານໂດລາ ສະຫະລັດ ຂະຫຍາຍໂຕ 53%.

ສ່ວນແບຣນທີ່ຂະຫຍາຍໂຕໄວທີ່ສຸດຂອງປີນີ້ມີຢູ່ 3 ອັນດັບຄື: Amazon ຂະຫຍາຍໂຕ 60%, Microsoft ຂະຫຍາຍໂຕ 53% ແລະ Spotify ຂະຫຍາຍໂຕ 52%.

ອີກແບຣນທີ່ໜ້າສົນໃຈແມ່ນ Samsung ແບຣນຈາກອາຊີທີ່ສາມາດຂຶ້ນມາຢູ່ໃນ 5 ອັນດັບຕົ້ນໆດ້ວຍມູນຄ່າແບຣນ 62,300 ລ້ານໂດລາ ສະຫະລັດ.

ນອກຈາກນີ້ແລ້ວຍັງມີແບຣນນ້ອງໃໝ່ທີ່ຕິດເຂົ້າມາໃນ 100 ອັນດັບຕົ້ນໆທີ່ໜ້າສົນໃຈຫຼາຍແບຣນເຊັ່ນ: Instagram ຕິດອັນດັບ 19 ດ້ວຍມູນຄ່າແບຣນ 26,060 ລ້ານໂດລາ ສະຫະລັດ, YouTube ຕິດອັນດັບທີ 30 ດ້ວຍມູນຄ່າແບຣນ 17,328 ລ້ານໂດລາ ສະຫະລັດ, Zoom ຕິດອັນດັບທີ 100 ດ້ວຍມູນຄ່າແບຣນ 4,555 ລ້ານໂດລາ ສະຫະລັດ.

ແບຣນທີ່ສາມາດໄຕ່ຂຶ້ນມາຈົນກັບເຂົ້າມາຢູ່ໃນ 100 ອັນດັບໄດ້ອີກຄັ້ງມີ 2 ແບຣນໄດ້ແກ່: Tesla ຕິດອັນດັບ 40 ດ້ວຍມູນຄ່າແບຣນ 12,785 ລ້ານໂດລາສະຫະລັດ, Johnnie Walker ຕິດອັນດັບ 98 ດ້ວຍມູນຄ່າແບຣນ 4,809 ລ້ານໂດລາສະຫະລັດ.

ທີ່ມາ: https://www.facebook.com/277038533828/posts/10158993221373829/?extid=0&d=n