ອັນຕະລາຍພໍ່ແມ່ທີ່ມີລູກນ້ອຍຕິດ ໄວຣັສ RSV ຂອງຝາກທີ່ມາພ້ອມກັບຊ່ວງປາຍຝົນຕົ້ນໜາວ


ຄົນທົ່ວໄປອາດຈະບໍ່ຄຸ້ນຫູປານໃດກັບຄຳວ່າໄວຣັສ RSV ຄົນທີ່ຮູ້ຈັກມັນ ສ່ວນຫຼາຍຈະເປັນຄົນທີ່ເປັນພໍ່ເປັນແມ່ ຫຼື ຜູ້ປົກຄອງເທົ່ານັ້ນ ຍ້ອນວ່າ RSV ເປັນເຊື້ອໄວຣັສສຸດຮິດທີ່ເກີດຂຶ້ນໃນບັນດາເດັກນ້ອຍສ່ວນໃຫຍ່ ໂດຍສະເພາະຊ່ວງປາຍຝົນຕົ້ນໜາວນີ້ ຜູ່ປົກຄອງຄວນໝັ່ນສັງເກດອາການຂອງລູກຫຼານຢ່າງໃກ້ຊິດ ເພາະວ່າຖ້າເກີດເຫດການຕິດເຊື້ອອາດຈະເປັນອັນຕະລາຍເຖິງຊີວິດໄດ້.

ໄວຣັສ RSV ແມ່ນຫຍັງ?

ໄວຣັສ RSV ເປັນເຊື້ອໄວຣັສຊະນິດໜຶ່ງ ຊື່ພາສາອັງກິດແມ່ນ Respiratory Syncytial Virus ເປັນເຊື້ອໄວຣັສທີ່ກໍ່ໃຫ້ເກີດໂຣກໃນລະບົບການຫັນໃຈໄດ້ທັງສ່ວນເທິງ ແລະ ສ່ວນລຸ່ມ ເຮັດໃຫ້ຮ່າງກາຍຜະລິດເສມຫະອອກມາເປັນຈຳນວນຫຼາຍ  ເຊິ່ງເຊື້ອໄວຣັສຊະນິດນີ້ມີມາດົນຫຼາຍ 10 ປີແລ້ວ ແຕ່ປັດຈຸບັນເລີ່ມມາເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ເນື່ອງຈາກເຊື້ອໄວຣັສຊະນິດນີ້ມັກຈະກໍ່ໃຫ້ເກີດອາການຮຸນແຮງໃນເດັກນ້ອຍ.

ສາເຫດ ແລະ ການຕິດເຊື້ອໄວຣັສ RSV

ທັງເດັກນ້ອຍ ແລະ ຜູ້ໃຫຍ່ສາມາດຕິດເຊື້ອໄວຣັສຊະນິດນີ້ໄດ້ ຖ້າຫາກວ່າເກີດໃນຜູ່ໃຫຍ່ ຫຼື ຕົວເດັກນ້ອຍທີ່ມີສຸຂະພາບແຂງແຮງ ອາການປ່ວຍຈະຫາຍໄດ້ເອງ ແຕ່ຖ້າເກີດກັບເດັກນ້ອຍທີ່ພູມຕ້ານທານຍັງຕ່ຳ ອາດຈະເຮັດໃຫ້ເກີດອາການຮຸນແຮງ ໂດຍສະເພາະເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີ ສ່ວນຜູ່ໃຫຍ່ທີ່ເປັນໂຣກປອດ ແລະ ໂຣກຫົວໃຈ ກໍເປັນກຸ່ມທີ່ສ່ຽງເຊັ່ນກັນ.

ໄວຣັສ RSV ເປັນເຊື້ອໄວຣັສທີ່ມີຄວາມທົນທານຕໍ່ສະພາບແວດລ້ອມພາຍນອກຮ່າງກາຍ ຈະຕິດຕໍ່ກັນໄດ້ຜ່ານການໄອ, ຈາມ ລວມເຖິງການສຳຜັດໂດຍກົງກັບສານຄັດຫຼັ່ງ ບໍ່ວ່າຈະເປັນຂີ້ມູກ, ນ້ຳລາຍ ແລະ ເສມຫະເປັນຕົ້ນ. ປັດຈຸບັນເປີເຊັນການເສຍຊີວິດຂອງເດັກທີ່ຕິດເຊື້ອໄວຣັສ RSV ໜ້ອຍຫຼາຍ ຍ້ອນວ່າໄວຣັສ RSV ບໍ່ແມ່ນເຊື້ອໂຣກທີ່ຮ້າຍແຮງ.

ແຕ່ສາເຫດການເສຍຊີວິດສ່ວນໃຫຍ່ມັກມາຈາກການເກີດພາວະແຊກຊ້ອນ ໂດຍສະເພາະຢ່າງຍິ່ງໃນເດັກນ້ອຍໆທີ່ມີໂຣກປະຈຳຕົວເຊັ່ນ: ໂຣກຫົວໃຈ, ໂຣກປອດ ເດັກທີ່ເກີດກ່ອນກຳນົດ ແລະ ພູມຕ້ານທານຕ່ຳ ອາດຈະເກີດພາວະຮຸນແຮງເຖິງຂັ້ນການຫັນໃຈຫລົ້ມເຫຼວ ຕ້ອງໃຊ້ທໍ່ຊ່ວຍຫາຍໃຈ ຫຼື ອາດຈະເສຍຊີວິດໄດ້.

ວິທີການປ້ອງກັນ

ຜູ່ປົກຄອງສາມາດປ້ອງກັນການຕິດເຊື້ອໄວຣັສ RSV ໃນລູກຫຼານໄດ້ໂດຍການພະຍາຍາມໃຫ້ເດັກນ້ອຍລ້າງມືໃຫ້ສະອາດ ເພື່ອປ້ອງກັນການຕິດຕໍທາງການສຳຜັດ, ໃສ່ຜ້າປິດປາກໃນບ່ອນທີ່ມີຄົນຫຼາຍ, ລ້າງດັງດ້ວຍເກືອເປັນປະຈຳ, ໃຫ້ເດັກນ້ອຍດື່ມນ້ຳຢ່າງພຽງພໍເພື່ອຫຼຸດພາວະການຂາດນ້ຳ ແລະ ຊ່ວຍຂັບເສມຫະອອກຈາກຮ່າງກາຍ ແຕ່ຖ້າຫາກເປັນເດັກນ້ອຍທີ່ຍັງບໍ່ປະນົມແມ່ ກໍສາມາດໃຫ້ເດັກດູດນົມໄດ້ຫຼາຍທີ່ສຸດຕາມຕ້ອງການ ແຍກອຸປະກອນ ແລະ ພາຊະນະຕ່າງໆຂອງເດັກນ້ອຍແຕ່ລະຄົນ ບໍ່ຄວນໃຊ້ຮ່ວມກັນ.

ວິທີສັງເກດອາການວ່າຕິດເຊື້ອໄວຣັສ RSV ຫຼືບໍ່

ເນື່ອງຈາກການຕິດເຊື້ອໄວຣັສ RSV ໄລຍະເລີ່ມຕົ້ນນັ້ນໃຊ້ເວລາໃນການຝັກຕົວປະມານ 3-6 ວັນ ຫຼັງຈາກໄດ້ຮັບເຊື້ອ ຜູ່ປ່ວຍຈະມີອາການຄ້າຍກັບໄຂ້ຫວັດທຳມະດາ ເລິ່ມຈາກການມີນ້ຳມູກ, ຈາມ, ໄອ ເຮັດໃຫ້ຜູ່ເປັນພໍ່ແມ່ ຫຼື ຜູ້ປົກຄອງຮູ້ຕົວຊ້າ, ດັ່ງນັ້ນ ຈຶ່ງຕ້ອງໝັ່ນສັງເກດອາການຂອງລູກຫຼານຢ່າງໃກ້ຊິດ ແລະ ຕ້ອງພິຈາລະນາປັດໄຈອື່ນໆເພີ່ມດ້ວຍເຊັ່ນ: ຢູ່ໃນຊ່ວງປາຍຝົນຕົ້ນໜາວ, ໄອຈາມ, ມີເສມຫະຈຳນວນຫຼາຍ, ຫັນໃຈເມື່ອຍຫອບ, ຫັນໃຈມີສຽງຄືໝາກຫວີດ ເຊິ່ງເປັນລັກສະນະຢ່າງໜຶ່ງທີ່ບົ່ງບອກວ່າຫຼອດລົມຕີບ ຫຼື ຫຼອດລົມຝອຍອັກເສບ.

ວິທີຮັກສາ

ເບື້ອງຕົ້ນໄວຣັສ RSV ບໍ່ມີວັກຊີນສໍາຫຼັບປ້ອງກັນ, ດັ່ງນັ້ນ ແພດຈຶ່ງໃຊ້ວິທີການຮັກສາໄປຕາມອາການ ຮັກສາປະຄັບປະຄອງ ບໍ່ວ່າຈະເປັນການໃຊ້ຢາຫຼຸດໄຂ້ ຫຼື ເດັກບາງລາຍທີ່ມີລັກສະນະຂອງຫຼອດລົມຕີບ ກໍອາດຈະມີການໃຊ້ຢາພົ່ນເພີ່ມຂຶ້ນເພື່ອຂະຫຍາຍຫຼອດລົມ ລວມເຖິງການເຄາະປອດ ແລະ ດູດເສມຫະ.

ທີ່ມາ: https://www.rama.mahidol.ac.th/ramachannel/home/article/%E0%B9%84%E0%B8%A7%E0%B8%A3%E0%B8%B1%E0%B8%AA-rsv-%E0%B8%82%E0%B8%AD%E0%B8%87%E0%B8%9D%E0%B8%B2%E0%B8%81%E0%B8%97%E0%B8%B5%E0%B9%88%E0%B8%A1%E0%B8%B2%E0%B8%9E%E0%B8%A3%E0%B9%89%E0%B8%AD%E0%B8%A1/