ປະຫວັດຫຍໍ້ ການກໍາເນີດວັນສ້າງຕັ້ງກອງທັບປະຊາຊົນລາວ


ນັບຕັ້ງແຕ່ທ້າຍສັດຕະວັດທີ 19  ຫາ ຕົ້ນສັດຕະວັດທີ 20 ຈັກກະພັດລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຍຶດຄອງ ຮຸກຮານປະເທດຊາດ 2 ຄັ້ງຄື: ຄັ້ງທີ​ 1 ແຕ່ປີ 1893-1945 ຄັ້ງທີ 2 ແຕ່ປີ 1946-1954.

      ປະຕິວັດມະຕິຕົກລົງ ຂອງສູນກາງພັກກອມມູນິດອິນດູຈີນ ຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ, ເມືອງຊຽງຄໍ້ ແຂວງຫົວພັນໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ ປີ 1949 ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາໂດຍກົງ.

      ນັບແຕ່ນັ້ນມາ ກໍຖືເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ. ມາຮອດວັນທີ 1/10/1965 ໄດ້ປ່ຽນຊື່ມາເປັນກອງທັບປົດປ່ອຍປະຊາຊົນລາວ ແລະ ຕໍ່ມາປ່ຽນຊື່ມາເປັນ ກອງທັບປະຊາຊົນລາວ ຈົນຮອດປັດຈຸບັນ.

ຕະຫຼອດໄລຍະເວລາ ທີ່ຈັກກະພັດລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານປົກຄອງປະເທດລາວນັ້ນ ປະຊາຊົນລາວບັນດາເຜົ່າສຸດແສນຈະທຸກຍາກລໍາບາກ, ບໍມີສິດເສລີພາບ. ຍິ່ງໄປກວ່ານັ້ນ ປະຊາຊົນຍັງຖືກໄພອຶດຫິວ, ກືກໜັງສື, ຕິດໂລກລະບາດ ບໍ່ມີຢາປິ່ນປົວພະຍາດ ແລະ ໄພສັງຄົມແຫ່ງຄວາມໂງ່ຈ້າຫຼ້າຫຼັງ ການກົດຂີ່ຂູດຮີດຕໍ່ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ປະຊາຊົນລາວເຮົາ ສຸດແສນຈະໜັກໜ່ວງເທົ່າໃດ ແຮງເພີ່ມທະວີການຄຽດແຄ້ນ ຂອງປະຊາຊົນລາວບັນດາເຜົ່າເທົ່ານັ້ນ ດ້ວຍຈິດໃຈທີ່ຮັກຊາດຈົນປ່ຽມລົ້ນ ບໍ່ຍອມເປັນຂ້ອຍຂ້າປະເທດອື່ນ.

      ສະນັ້ນ ປະຊາຊົນລາວບັນດາເຜົ່າ ຜູ້ຮັກຊາດຈຶ່ງໄດ້ພາກັນສາມັກຄີເດັດດ່ຽວ ຂຶ້ນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ດ້ວຍຕີນມືຂອງປະຊາຊົນເອງ ເຊິ່ງໃຊ້ການຕໍ່ສູ້ຫຼາຍລະດັບ, ຫຼາຍຮູບການ ຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ຢ່າງອົງອາດກ້າຫານ ແລະ ເປັນຂະບວນກວ້າງຂວາງ. ໂດຍການເປີດສາກຂຶ້ນໄດ້ເລີ່ມເທື່ອລະກ້າວໆ ພາຍໃຕ້ການນໍາພາຂອງການນໍາສະໄໝນັ້ນ ນັບແຕ່ ເຈົ້າສຸວັນນະພູມ, ອົງແສນ, ພໍ່ກະດວດ, ອົງແກ້ວ, ອົງກົມມະດໍາ, ນາຍຄູຄໍາ ແລະ ອີກຫຼາຍໆທ່ານ.

      ຈາກນັ້ນກໍເລີ່ມມີການກໍາເນີດກອງທັບປະຊາຊົນລາວຂຶ້ນ ເຊິ່ງປະຕິບັດການດັ່ງກ່າວໄດ້ປະຕິບັດຕາມການສູນກາງພັກກອມມູນິດອິນດູຈີນ. ເມື່ອມາຮອດຕອນເຊົ້າ ວັນທີ 20 ມັງກອນ ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງວຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ທ່ານ ໄກສອນ ພົມວິຫານ ໄດ້ສ້າງຕັ້ງກອງລາຊະວົງຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດຊະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວກັນນັ້ນພາຍໃຕ້ການນໍາພາ ກອງປະຊຸມແມ່ນໄດ້ຕົກລົງເອົາສະຖານທີ່ ກອງລາຊະວົງ ເປັນສະຖານທີ່ການປະກາດສ້າງຕັ້ງລາວອິດສະຫຼະຂຶ້ນຢ່າງເປັນທາງການ ຢູ່ໃນສະຖານທີ່ດຽວກັນ ໂດຍທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ, ຈາກນັ້ນກອງທັບອື່ນໆກໍໄດ້ປະກາດຮັບເອົາເຂົ້າໂຮງ ເປັນກອງທັບລາວອິດສະຫຼະຢ່າງເປັນທາງການ ພາຍໃຕ້ການຊີ້ນໍາຂອງພັກກອມມູນິດອິນດູຈີນຢູ່ລາວ ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍເປັນປະຫວັດແຫ່ງການສ້າງຕັ້ງກອງທັບ ປະຊາຊົນລາວ.

ຂອບໃຈທີ່ມາ:

https://l.facebook.com/l.php?u=https%3A%2F%2Fyoutu.be%2FW_2ddP9I9SA%3Ffbclid%3DIwAR05YAtRHJu8HcWYiiROC11_obJ_ZFWJ_D0sjUwDG_p9DKJ03J9Bywa5i6Q&h=AT2MkM_D1njAM7dn8wld4qy27hlVI7jsVOodeatsdsvc6sJkhciLWSHrXoLcecfHIAvWxHZiDMFdyHImzEah-dsP12_qG1xrE8sFximJLdUF87mxpC1yallP-1ippktU-8XA