ຊອງພັດສະດຸຜ້າໃຊ້ຄືນໄດ້ ລະບົບສົ່ງຄືນ-ໝຸນວຽນ ເພື່ອລົດຂີ້ເຫຍື້ອໃນການຊື້ເຄື່ອງອອນໄລນ໌


ການຊື້ເຄື່ອງອອນໄລນ໌ໃນຍຸກປັດຈຸບັນ ຖືວ່າເປັນເລື່ອງປົກກະຕິ ແລະ ເຂົ້າເຖິງໄດ້ງ່າຍຫຼາຍ ແຖມຍັງສະດວກສະບາຍມີບໍລິການສົ່ງຮອດໜ້າເຮືອນ ແຕ່ສິ່ງທີ່ເພີ່ມຂຶ້ນຕາມມານັ້ນແມ່ນຂີ້ເຫຍື້ອຈາກການຊື້ເຄື່ອງອອນໄລນ໌ ກາຍເປັນອີກບັນຫາສິ່ງແວດລ້ອມໜຶ່ງທີ່ຫຼາຍພາກສ່ວນກຳລັງແກ້ໄຂຢູ່.

ມື້ນີ້ເຮົາມາຮູ້ຈັກກັບນະວັດຕະກຳໃໝ່ທີ່ກຳລັງນຳໃຊ້ໃນຕ່າງປະເທດ “ຊອງພັດສະດຸຜ້າໃຊ້ຊ້ຳ ແລະ ກັນນ້ຳໄດ້” ທີ່ເຮັດຈາກພລາສຕິກຣີໄຊເຄິນ ລະບົບໝຸນວຽນສົ່ງຄືນ, ເວລາທີ່ໃຊ້ຫຸ້ມຫໍ່ສິນຄ້າແລ້ວ ສາມາດພັບເກັບໃສ່ໄວ້ໃນຕູ້ໄປສະນີ ມັນຈະຖືກເອົາໄປອະນາໄມ ແລະ ນຳມາໝຸນວຽນໃຊ້ອີກຄັ້ງ ຊ່ວຍລົດຂີ້ເຫຍື້ອຈາກການຊື້ເຄື່ອງອອນໄລນ໌ໄດ້ຢ່າງມະຫາສານ.

ເຊິ່ງໃນເອີຣົບ ແລະ ອາເມຣິກາ ກໍໄດ້ເລີ່ມນຳໃຊ້ລະບົບນີ້ຫຼາຍຂຶ້ນແລ້ວ ເມື່ອເຮົາສັ່ງສິນຄ້າ ເຮົາສາມາດເລືອກໄດ້ວ່າຈະເອົາພາຊະນະບັນຈຸທີ່ໃຊ້ຊ້ຳໄດ້, ເມື່ອເຮົາເອົາສິນຄ້າທາງໃນອອກ ເຮົາສາມາດແປະສະຕິກເກີສົ່ງຄືນ ແລະ ໃສ່ໄວ້ໃນກ່ອງໄປສະນີ, ຈາກນັ້ນ ມັນຈະຖືກເອົາກັບໄປອະນາໄມ ແລະ ນຳມາໝຸນວຽນໃຊ້ໃໝ່.

ສຳລັບຊອງພັດສະດຸຜ້ານີ້ ລູກຄ້າບໍ່ຕ້ອງຈ່າຍຄ່າພາຊະນະບັນຈຸ ຫຼື ຄ່າສົ່ງຄືນເລີຍ ເພາະທາງບໍລິສັດຂົນສົ່ງໄດ້ຮ່ວມມືກັບບໍລິສັດທີ່ມຸ່ງເນັ້ນເລື່ອງຄວາມຍືນຍົງ ແລະ ຫວັງວ່າລູກຄ້າຈະນຳເອົາຊອງພັດສະດຸນີ້ສົ່ງຄືນໃສ່ໃນຕູ້ໄປສະນີ ແລະ ຫຼາຍໄປກວ່ານັ້ນເມື່ອຊອງພັດສະດຸໃຊ້ຈົນເສຍຫາຍແລ້ວ ທາງບໍລິສັດທີ່ຮັບຜິດຊອບກໍຕັ້ງໃຈຈະນຳຊອງພັດສະດຸໄປຣີໄຊເຄິນໃຊ້ໃໝ່ເປັນຖົງຜ້າອີກດ້ວຍ.

ສຳລັບເລື່ອງລາຄາລະບົບຊອງພັດສະດຸໝຸນວຽນນີ້ ຈະມີລາຄາສູງກວ່າພາຊະນະບັນຈຸທີ່ໃຊ້ຄັ້ງດຽວເລັກໜ້ອຍ ແຕ່ເວົ້າເລື່ອງສິ່ງແວດລ້ອມຖືວ່າຄຸ້ມຄ່າກວ່າແບບໃຊ້ຄັ້ງດຽວແນ່ນອນ.

ຂອບໃຈຂໍ້ມູນຈາກ: https://www.facebook.com/environman.th/posts/3329243490537408