ນັກວິໄຈອອສເຕເລຍສ້າງ Super Food ໄຮ້ຊີ້ນສັດ ຈາກ “ສາຫຼ່າຍເພາະພັນ”


ຄະນະນັກວິໄຈຂອງອອສເຕເລຍພັດທະນາອາຫານຄຸນປະໂຫຍດສູງ ແລະ ຍືນຍົງຂຶ້ນຈາກສາຫຼ່າຍຂະໜາດນ້ອຍໃນທະເລໂດຍສາມາດບໍລິໂພກເປັນໂປຣຕີນທາງເລືອກໄດ້.

ທີມນັກວິໄຈຈາກມະຫະວິທະຍາໄລຟິນເດີເປີດເຜີຍວ່າ ມະຫາວິທະຍາໄລໃຊ້ສາຫຼ່າຍຂະໜາດນ້ອຍທີ່ເພາະພັນໃນຫ້ອງທົດລອງເປັນວັດຖຸດິບໃນການຜະລິດຊີ້ນສັດຈາກພືດ, ຄາເວຍ, ເຍວລີ, ແຍມ ແລະ ສະເປຣດສຳລັບທາເຂົ້າໜົມປັງ.

ເຄຍສະເຕນ ໄຮແມນ ນັກວິໄຈອາວຸໂສລະບຸວ່າຜົນຜະລິດທີ່ໄດ້ຈາກການທົດລອງອາດຊ່ວຍລົດປະລິມານການປ່ອຍກາສຄາບອນທີ່ກ່ຽວຂ້ອງກັບອາຫານໄດ້ຢ່າງມີໄນຍະສຳຄັນ ທັງຍັງມີປະໂຫຍດຕໍ່ສຸຂະພາບຂອງຜູ້ບໍລິໂພກນຳອີກດ້ວຍ.

“ສາຫຼ່າຍຂະໜາດນ້ອຍສາມາດກຳຈັດຂອງເສຍທີ່ເຮົາສ້າງຂຶ້ນໄດ້ ເຊັ່ນ: ຊ່ວຍດູດຊັບກາສຄາບອນໄດອອກໄຊ” ສະຖານີໂທລະພາບ ເອບີຊີ (ABC) ລາຍງານຄຳກ່າວຂອງໄຮແມນເມື່ອຕອນແລງວັນພະຫັດທີ່ຜ່ານມາ.

“ເຮົາຕ້ອງຫາແຫຼ່ງໂປຣຕີນທາງເລືອກທີ່ສາມາດລົດປະລິມານກາສຄາບອນໄດອອກໄຊ ແລະ ເປັນແຫຼ່ງອາຫານທີ່ມີຄຸນະພາບດີຕໍ່ສຸຂະພາບຂອງມະນຸດ”

ຜົນຜະລິດຂັ້ນຕົ້ນຈາກສາຫຼ່າຍຂະໜາດນ້ອຍມີຣົດຊາດຄືສາຫຼ່າຍ ແຕ່ຄະນະນັກວິໄຈສາມາດປັບປ່ຽນຣົດຊາດ ແລະ ເພີ່ມສານອາຫານເພື່ອໃຫ້ດີຕໍ່ສຸຂະພາບຂອງຜູ້ບໍລິໂພກໄດ້.

ເຜິງ ຊູ ສະມາຊິກຂອງຄະນະນັກວິໄຈລະບຸວ່າພວກເຂົາເຮັດໄດ້ຈົນຮອດປ່ຽນຮູບແບບຂອງອາຫານຫຼັງຈາກຖືກບໍລິໂພກໄດ້ພ້ອມເຊັ່ນ: ເອົາກາເຟໄປໃສ່ໄວ້ໃນໝາກບານທີ່ເຮັດຈາກສາຫຼ່າຍດັ່ງກ່າວ ເພື່ອໃຫ້ຮ່າງກາຍດູດຊຶມກາເຟແບບຊ້າໆ.

ທີ່ມາ: https://www.xinhuathai.com/inter/169033_20210115