ການວິໄຈພົບວ່າ ການມີອ້າຍ-ເອື້ອຍນ້ອງ ເປັນສິ່ງທີ່ດີຕໍ່ຊີວິດ ແລະ ຈິດໃຈ


ເຄີຍເຫັນບໍ່ເວລາທີ່ຍັງນ້ອຍ ອ້າຍເອື້ອຍນ້ອງຜິດກັນຈະເປັນຈະຕາຍ ແຕ່ໃຫຍ່ມາຮັກກັນຫຼາຍ, ຜົນການວິໄຈພົບວ່າ ການມີອ້າຍເອື້ອຍນ້ອງນັ້ນດີຕໍ່ຊີວິດ ແລະ ຈິດໃຈ!

ການວິໄຈດ້ານສັງຄົມວິທະຍານີ້ໄດ້ເລີ່ມຂຶ້ນເມື່ອປີ 2009 ໂດຍ Purdue University ໂດຍເຂົ້າໄປສຶກສາຄອບຄົວ 274 ຄອບຄົວ ແລະ ຈາກກຸ່ມຕົວຢ່າງທັງໝົດ 708 ຄົນ. Jill Suiter ທີ່ເປັນເຈົ້າຂອງຜົນການວິໄຈນີ້ ໄດ້ເຂົ້າໄປສຳຫຼວດຄົນທີ່ມີອາຍຸ 23-68 ປີ ເພື່ອສອບຖາມຄວາມຮູ້ສຶກກ່ຽວກັບຄວາມສຳພັນເລື່ອງອ້າຍເອື້ອຍນ້ອງ ໂດຍພົບວ່າກຸ່ມຕົວຢ່າງສ່ວນໃຫຍ່ມີຄວາມຮູ້ສຶກດີຕໍ່ອ້າຍເອື້ອຍນ້ອງຂອງຕົວເອງ ເຖິງແມ່ນວ່າພວກເຂົາຈະມີພໍ່ແມ່ທີ່ລຳອຽງເລື່ອງຄວາມຮັກ ແລະ ຄວາມໃສ່ໃຈທີ່ມີຕໍ່ລູກແຕ່ລະຄົນຢູ່.

ໃນຜົນການວິໄຈມີສິ່ງທີ່ໜ້າສົນໃຈທີ່ລະບຸໄວ້ວ່າ ໃນຂະນະທີ່ຄົນເປັນອ້າຍເອື້ອຍໃນຄອບຄົວ ຈະໄດ້ຖືກຝຶກຝົນທັກສະການເລີ່ມຕົ້ນການສ້າງສຳພັນກັບນ້ອງຂອງຕົວເອງ ທາງຝັ່ງນ້ອງເອງກໍມັກຈະໄດ້ຊຶມຊັບ ແລະ ຮຽນຮູ້ ລວມໄປເຖິງການຮຽນແບບອ້າຍເອື້ອຍຂອງຕົວເອງ (ເລື່ອງທີ່ດີ) ເຊັ່ນດຽວກັນ, ເຊິ່ງກໍໝາຍຄວາມວ່າ ທັງອ້າຍເອື້ອຍ ແລະ ນ້ອງເອງກໍໄດ້ຮຽນຮູ້ຫຼາຍໆຢ່າງຈາກຄວາມສຳພັນທີ່ເກີດຂຶ້ນ.

ແມ່ນຢູ່ວ່າຄວາມຂັດແຍ່ງລະຫວ່າງອ້າຍເອື້ອຍນ້ອງມັກຈະເກີດຂຶ້ນຕະຫຼອດ ແຕ່ການເຕີບໃຫຍ່ຂຶ້ນມານຳກັນ ຜ່ານເລື່ອງຕ່າງໆມານຳກັນຕັ້ງແຕ່ນ້ອຍ ກໍເຮັດໃຫ້ພວກເຂົາຮູ້ສຶກຜູກພັນກັນໄດ້ເປັນຢ່າງດີ ຈົນກາຍເປັນຄວາມຜູກພັນທີ່ຍາກຈະຕັດຖິ້ມໄດ້.

ທີ່ມາ: https://www.facebook.com/thematterco/posts/2759870544228330