Cartier ເປີດຕົວໂມງ ຮຸ່ນຄົບຮອບ 100 ປີຂອງ Tank Cintrée ທີ່ມີພຽງ 150 ໜ່ວຍໃນໂລກ


ຖ້າຈະໃຫ້ເວົ້າເຖິງໂມງຂອງ Cartier ຄົງໜີບໍ່ພົ້ນຮຸ່ນ Tank ທີ່ກາຍເປັນໂມງຄລາສສິກທີ່ຫຼາຍຄົນຝັນໄວ້ ຫຼ້າສຸດແບຣນດັ່ງກ່າວໄດ້ເປີດຕົວໂມງຮຸ່ນຄົບຮອບ 100 ປີຂອງ Tank Cintrée ອີກໜຶ່ງຮຸ່ນທີ່ໄດ້ຮັບຄວາມນິຍົມຈາກຈັກກະວານ Cartier Tank ທີ່ເຮັດອອກມາພຽງ 150 ໜ່ວຍເທົ່ານັ້ນໃນໂລກ.

ໂດຍຮຸ່ນຄົບຮອບ 100 ປີນີ້ ຄວາມພິເສດຢູ່ທີ່ຕົວໂມງນັ້ນມີຄວາມຍາວ 46.3mm ກວ້າງ 23mm ເຮັດມາຈາກທອງຄຳ 18K ເຂົ້າຄູ່ກັບສາຍໜັງສີນ້ຳຕານອ່ອນ ມາກັບໜ້າປັດທີ່ຍັງຄົງຄວາມຄລາສສິກຂອງລາຍທາງລົດໄຟ ແລະ ຕົວເລກບອກເວລາເທິງໜ້າປັດແບບອັກສອນໂຣມັນ ພ້ອມໝາກຍົມສີນ້ຳເງິນ ເຊິ່ງເປີດລາຄາຢູ່ທີ່ໜ່ວຍລະ 29,000 ໂດລາສະຫະລັດ.

Tank Cintrée ເປັນອີກໜຶ່ງການອອກແບບຂອງໂມງຮຸ່ນທີ່ໄດ້ຮັບຄວາມນິຍມສູງສຸດຂອງ Cartier ໂດຍເຮັດອອກມາໜ່ວຍທຳອິດໃນປີ 1921 ເຊິ່ງ Cintrée ໃນພາສາຝຣັ່ງແປວ່າ Curved ຫຼື ງໍ ເຊິ່ງເປັນການອອກແບບຫຼັກຂອງໂມເດວນີ້ ທີ່ໜ່ວຍໂມງຈະງໍເຂົ້າກັບຂໍ້ມື ແລະ ໜ້າປັດຖືກຍືດໃຫ້ຍາວຂຶ້ນ ເຊິ່ງເອີ້ນວ່າເປັນຮຸ່ນທຳອິດທີ່ມີການປັບການອອກແບບຈາກຮຸ່ນປົກກະຕິ (Tank Normale) ທີ່ອອກມາເມື່ອປີ 1917 ແລະ ປັດຈຸບັນຍັງເປັນທີ່ສົນໃຈຂອງນັກສະສົມ ເຊິ່ງອາດຈະມີລາຄາສູງເຖິງ 250,000 ໂດລາສະຫະລັດໃນຮຸ່ນທີ່ເຮັດມາຈາກທອງຄຳຂາວ.

ຫຼັງຈາກນັ້ນ ກໍມີຫຼາກຫຼາຍຮຸ່ນໃນຕະກູນ Tank ເກີດຂຶ້ນ ທີ່ໄດ້ຮັບຄວາມນິຍົມບໍ່ໜ້ອຍທັງ  Tank Allongée ຊົງຣີ, Tank Basculante ທີ່ໜ້າປັດລອຍຂຶ້ນມາຈາກຕົວໜ່ວຍ ແລະ Tank Américaine ຮຸ່ນນ້ອງສາວຂອງ Tank Cintrée ທີ່ອອກມາໃນປີ 1989.

ພາບ: Instagram: Watchrology

ທີ່ມາ: