ຄາມາລາ ແຮຣິສ ສ້າງປະຫວັດສາດໜ້າໃໝ່ ໂດຍການຂຶ້ນເປັນຮອງປະທານາທິບໍດີຍິງຄົນທຳອິດ ຂອງສະຫະລັດອາເມຣິກາ.


ຄາມາລາ ແຮຣິສ ສະມາຊິກສະພາສະຫະລັດອາເມຣິກາ ຈາກລັດຄາລິຟໍເນຍ ກຽມໂຕຂຶ້ນຮັບຕຳແໜ່ງ ຮອງປະທານາທິບໍດີຍິງ ຄົນທຳອິດໃນປະຫວັດສາດອາເມຣິກາ ຫຼັງຈາກ ໂຈ ໄບເດັນ ຊະນະການເລືອກຕັ້ງເປັນປະທານາທິບໍດີຂອງສະຫະລັດ.

ຄາມາລາ ແຮຣິສ ອາຍຸ 56 ປີ ເປັນແມ່ຍິງຊາວອາເມຣິກາຜິວສີ ແລະ ມີເຊື້ອສາຍຊາວອາຊີ ຄົນທຳອິດທີ່ໄດ້ຮັບເລືອກໃຫ້ລົງແຂ່ງຂັນຕຳແໜ່ງຮອງປະທານາທິບໍດີ ແລະ ປະສົບຜົນສຳເລັດ ກາຍເປັນແມ່ຍິງທີ່ດຳລົງຕຳແໜ່ງສູງສຸດທາງການເມືອງຂອງອາເມຣິກາ ໃນຊ່ວງເວລານີ້.

ຄາມາລາ ແຮຣິສ ເກີດທີ່ເມືອງ ໂອກແລນ ລັດຄາລິຟໍເນຍ ໂດຍພໍ່ຂອງລາວເປັນຊາວຈາໄມກາ ແລະ ແມ່ເປັນຊາວອິນເດຍ ຈົບຈາກມະຫາວິທະຍາໄລ Howard ໃນນະຄອນຫຼວງວໍຊິງຕັນ ແລະ ຈົບກົດໝາຍຈາກ ມະຫາວິທະຍາໄລຄາລິຟໍເນຍ.

ຄາມາລາ ແຮຣິສ ໄດ້ຮັບເລືອກຕັ້ງເຂົ້າສູ່ຕຳແໜ່ງທາງການເມືອງລະດັບທ້ອງຖິ່ນຄັ້ງທຳອິດເມື່ອປີ 2003 ໃນຖານະໄອຍະການເຂດນະຄອນຊານຟຣານຊິສໂກ ແລະ ຫຼັງຈາກນັ້ນອີກ 7 ປີຕໍ່ມາເມື່ອປີ 2010 ໄດ້ຮັບເລືອກເປັນໄອຍະການສູງສຸດຂອງລັດຄາລິຟໍເນຍ.

ໃນປີ 2016 ໄດ້ກ້າວເຂົ້າສູ່ເວທີການເມືອງລະດັບຊາດເປັນຄັ້ງທຳອິດ ໂດຍໄດ້ຮັບເລືອກເປັນນຶ່ງໃນສອງວຸດທິສະມາຊິກຍິງຜູ່ເປັນຕົວແທນຂອງລັດຄາລິຟໍເນຍ ເຖິງແມ່ນວ່າຈະດຳລົງຕຳແໜ່ງພຽງ 4 ປີ ລາວກໍຖືກຈັດຢູ່ໃນກຸ່ມບຸກຄົນທີ່ໂດດເດັ່ນໃນພັກ Democrat.

ການດຳລົງຕຳແໜ່ງຂອງ ຄາມາລາ ແຮຣິສ ຖືກເບິ່ງວ່າ ເປັນຈຸດປະກາຍແຫ່ງຄວາມຫວັງທາງການເມືອງຂອງບັນດາແມ່ຍິງທົ່ວປະເທດ ຫຼັງຈາກ ຮິວລາຣີ ຄລິນຕັນ ປະລາໄຊໃຫ້ແກ່ ທຣຳ ໃນການເລືອກຕັ້ງປະທານາທິບໍດີເມື່ອ 4 ປີກ່ອນ.

ຂອບໃຈຂໍ້ມູນຈາກ:

https://edition.cnn.com/2020/11/07/politics/kamala-harris-first-vice-president-female-black-south-asian/index.html

https://www.voathai.com/a/kamala-harris-profile/5652056.html