ສະຫະລັດປະກາດເຕືອນບໍລິສັດ Crypto ໃຫ້ປາບປາມເງິນທີ່ຜິດກົດໝາຍໃນລະບົບ ຖ້າບໍ່ດັ່ງນັ້ນຈະຖືກແບນອອກຈາກຕະຫຼາດສະຫະລັດ!


ລັດຖະບານສະຫະລັດຈະແບນ ບໍລິສັດທີ່ເຮັດທຸລະກິດກ່ຽວກັບ Crypto ອອກຈາກຕະຫຼາດສະຫະລັດ, ຖ້າຫາກພວກເຂົາບໍ່ມີການລາຍງານ ຫຼື ປົກປິດເມັດເງິນທີ່ໄຫຼເຂົ້າບໍລິສັດຢ່າງຜິດກົດໝາຍ.

Wally Adeyemo ຮອງລັດຖະມົນຕີກະຊວງການເງິນໄດ້ອອກມາເຕືອນກະດານເທຣດ Crypto ວ່າ ພວກເຂົາເຈົ້າຈໍາເປັນຕ້ອງໄດ້ເພີ່ມຄວາມພະຍາຍາມໃນການຫຼຸດຜ່ອນການໄຫຼເຂົ້າຂອງເງິນທີ່ຜິດກົດໝາຍ ແລະ ຖ້າພວກເຂົາບໍ່ປະຕິບັດຕາມ ມັນກໍອາດຈະເຮັດໃຫ້ປະເທດຕົກຢູ່ໃນຄວາມສ່ຽງ ແລະ ມີໂອກາດທີ່ບໍລິສັດຈະຖືກແບນອອກຈາກຕະຫຼາດສະຫະລັດ.

Wally Adeyemo ຍັງໄດ້ສະແດງຄວາມຄິດເຫັນກ່ຽວກັບງານທີ່ຈັດຂຶ້ນໂດຍ Blockchain Association, ໂດຍເຂົາໄດ້ເລົ່າວ່າ ໃນປີທີ່ຜ່ານມາ ລັດຖະບານສະຫະລັດ ໄດ້ຫັນໄປສູ່ການສຸມໃສ່ອຸດສາຫະກໍາ Crypto ຫຼາຍຂຶ້ນ ແລະ ໄດ້ເປີດເຜີຍວ່າພວກເຂົາຈະບໍ່ລັງເລທີ່ຈະໃຊ້ເຄື່ອງມືຕ່າງໆ ​ເພື່ອ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ.

ນອກຈາກນີ້, Wally Adeyemo ຍັງກ່າວຕື່ມອີກວ່າ ທາງຝ່າຍການບໍລິຫານ Biden ໄດ້ຮ້ອງຂໍໃຫ້ອອກກົດໝາຍໃໝ່. ໂດຍຈະໃຫ້ສິດອໍານາດກັບກະຊວງການເງິນເພື່ອເຮັດໜ້າທີ່ເປັນຜູ້ກວດກາຕະຫຼາດ Crypto, ລວມທັງການລົງໂທດຜູ້ທີ່ລັດຖະບານສະຫະລັດເຫັນວ່າຜິດກົດໝາຍ ແລະ ລັດຖະສະພາຍັງໄດ້ຮ້ອງຂໍໃຫ້ມີມາດຕະການລົງໂທດເພີ່ມເຕີມທີ່ຈະຕັດບໍລິສັດອອກຈາກລະບົບການເງິນຂອງສະຫະລັດ.

“ພວກເຮົາໄດ້ຮຽກຮ້ອງໃຫ້ລັດຖະສະພາສ້າງມາດຕະການການລົງໂທດຂັ້ນສອງ. ເຊິ່ງບໍ່ພຽງແຕ່ຈະຕັດບໍລິສັດອອກຈາກລະບົບການເງິນຂອງສະຫະລັດເທົ່ານັ້ນ, ແຕ່ຍັງຈະເຮັດໃຫ້ບໍລິສັດໃດກໍຕາມ ທີ່ສືບຕໍ່ເຮັດທຸລະກິດກັບບໍລິສັດທີ່ຖືກລົງໂທດກໍຖືກຕັດອອກຈາກລະບົບການເງິນຂອງສະຫະລັດ”

ທັງນີ້, Wally Adeyemo ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດຂັ້ນຕອນເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ບໍ່ປະສົງດີໃຊ້ລະບົບນິເວດຊັບສິນດິຈິຕອນເພື່ອປະຕິບັດກິດຈະກໍາທີ່ຜິດກົດໝາຍ ແລະ ຈະຕາມລ່າຜູ້ໃຫ້ບໍລິການທີ່ຊ່ວຍເຫຼືອອາຊະຍາກອນອີກດ້ວຍ “ພວກເຮົາຈະຊອກຫາເຈົ້າ ແລະ ໃຫ້ເຈົ້າມາຮັບຜິດຊອບ”

ທີ່ມາ:

coinedition

https://home.treasury.gov/news/press-releases/jy1934

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/