El Salvador ລົງຈາກດອຍໃນຮອບ 2 ປີ ພ້ອມກັບກໍາໄລຈາກການລົງທຶນໃນ crypto ກວ່າ 3.6 ລ້ານໂດລາ, ຫຼັງຈາກທີ່ Bitcoin ໄດ້ມີການຟື້ນຕົວຂຶ້ນຢ່າງຮຸນແຮງ


Nayib Bukele ປະທານາທິບໍດີ El Salvador ໄດ້ໂພສລົງໃນແພລັດຟອມ X ເພື່ອແບ່ງບັນຂ່າວຫຼ້າສຸດກ່ຽວກັບຄວາມຄວາມຄືບໜ້າຂອງປະເທດຫຼັງຈາກທີ່ໄດ້ອະນຸຍາດໃຫ້ Bitcoin ສາມາດນໍາໃຊ້ເປັນສະກຸນເງິນເພື່ອຊໍາລະໜີ້ສິນໃນປະເທດໄດ້ຢ່າງຖືກຕ້ອງຕາມກົດໝາຍ.

Nayib Bukele, ປະທານາທິບໍດີ El Salvador ເຊິ່ງເປັນບຸກຄົນທີ່ສໍາຄັນໃນການລິເລີ່ມໂຄງການລົງທຶນ Bitcoin ຂອງປະເທດ ແລະ ເປັນຜູ້ຊຸກຍູ້ນະໂຍບາຍມາຕະຫຼອດສອງປີ ໄດ້ໂພສຂໍ້ຄວາມລົງແພລັດຟອມ X ເພື່ອສະແດງຜົນສໍາເລັດຂອງການລົງທຶນຂອງພວກເຂົາໃນ Bitcoin ຫຼັງຈາກລາຄາຂອງຫຼຽນໄດ້ເພີ່ມຂຶ້ນສູງກວ່າ 40,000 ໂດລາ, ຈົນສ້າງກໍາໄລໃຫ້ກັບປະເທດເປັນຄັ້ງທໍາອິດໃນຮອບສອງປີ.

Nayib Bukele ໄດ້ກ່າວຢ່າງພາກພູມໃຈວ່າການລົງທຶນຂອງ El Salvador ໃນ Bitcoin ນັ້ນໄດ້ເຮັດສື່ຕ່າງໆທີ່ເຄີຍເວົ້າໃຫ້ເຂົາເມື່ອ 3 ປີທີ່ຜ່ານມາ ໃນການຕັດສິນໃຈປ່ຽນເສດຖະກິດຂອງປະເທດໂດຍຫັນມາເພິ່ງ Bitcoin ແລະ ປ່ຽນໃຫ້ Bitcoin ເປັນສະກຸນເງິນປະຈຳຊາດ ເຊິ່ງໃນປັດຈຸບັນ Bitcoin ກໍໄດ້ເຮັດໃຫ້ປະເທດຂອງເຂົາໄປຢູ່ໃນຈຸດທີ່ດີຂຶ້ນ ແລະ ລາຄາຂອງ Bitcoin ທີ່ເພີ່ມຂຶ້ນມານັ້ນກໍໄດ້ຕອກໜ້ານັກວິພາກວິຈານທັງຫຼາຍທີ່ເຄີຍເຍາະເຍີ້ຍເຂົາຈົນປາກບໍ່ອອກ. El Salvador ບໍ່ພຽງແຕ່ຈະສາມາດຄືນທຶນທັງໝົດທີ່ລົງທຶນໃນ BTC, ແຕ່ຍັງສ້າງລາຍຮັບຫຼາຍກວ່າລ້ານໂດລາ.

“ພວກເຮົາບໍ່ມີຄວາມຕັ້ງໃຈທີ່ຈະຂາຍ, ເພາະນັ້ນບໍ່ເຄີຍຢູ່ໃນເປົ້າໝາຍ. ພວກເຮົາຮັບຮູ້ວ່າລາຄາຈະຍັງຄົງຜັນຜວນຕໍ່ໄປໃນອະນາຄົດ. ເຊິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ກົນລະຍຸດໃນໄລຍະຍາວຂອງພວກເຮົາ”

ທັງນີ້ Nayib Bukele ໄດ້ໂພສພັອດການລົງທຶນ Bitcoin ຂອງປະເທດທີ່ມີມູນຄ່າໃນປັດຈຸບັນຢູ່ທີ່ 130,888,791.48 ໂດລາ, ໂດຍມີຕົ້ນທຶນສະເລ່ຍຢູ່ທີ່ 40,479.81 ໂດລາຕໍ່ 1 BTC. ເຊິ່ງຖ້າປຽບທຽບກັບ Bitcoin ໃນປັດຈຸບັນທີ່ໄດ້ມີການເພິ່ມຂຶ້ນສູງຈົນແຕະລະດັບ 41,500 ໂດລາ, ຈະເຮັດພັອດ Bitcoin ດັ່ງກ່າວຂອງ El Salvador ໄດ້ຮັບກໍາໄລປະມານ 3.6 ລ້ານໂດລາ. ອີງຕາມຂໍ້ມູນຈາກການສໍາພາດທີ່ Nayib Bukele ເຄີຍໃຫ້ໄວ້ກັບ Coindesk ເມື່ອສາມອາທິດກ່ອນໜ້ານີ້, El Salvador ປັດຈຸບັນແມ່ນມີ Bitcoin ຢູ່ໃນການຄອບຄອງຂອງ 2,744 BTC.

ທີ່ມາ:

u.today

coindesk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/