ລາຄາຄຳໄດ້ມີການເພີ່ມຂຶ້ນເຮັດລະດັບສູງສຸດໃໝ່ເປັນປະຫວັດສາດທີ່ 2,144 ໂດລາພຽງໄລຍະສັ້ນໆກ່ອນທີ່ຈະຫຼຸດລົງມາຢູ່ທີ່ລະດັບ 2,050 ໂດລາ


ໃນວັນທີ 4 ທັນວາ, ສຳນັກຂ່າວຕ່າງປະເທດໄດ້ມີການເປີດເຜີຍວ່າ ລາຄາຂອງຄຳໄດ້ມີການເພີ່ມຂຶ້ນສູງສຸດເປັນປະຫວັດສາດທີ່ 2,144 ໂດລາຕໍ່ອອນສ໌, ຫຼັງຈາກທີ່ຕະຫຼາດໄດ້ຜ່ອນຄາຍຄວາມວິຕົກກັງວົນກ່ຽວກັບມາດຕະການອັດຕາດອກເບ້ຍຂອງ Fed, ເຊິ່ງບໍ່ດົນມານີ້ທີ່ຍັງຄົງອັດຕາດອກເບ້ຍທີ່ 5.25 – 5.50% , ໂດຍເປັນການຄົງອັດຕາດອກເບ້ຍຕິດຕໍ່ກັນເປັນຄັ້ງທີ່ 2 ຫຼັງຈາກທີ່ປັບອັດຕາດອກເບ້ຍຂຶ້ນ 11 ຄັ້ງ, ແລະຄາດວ່າພວກເຮົາອາດຈະເຫັນ Fed ຫຼຸດອັດຕາດອກເບ້ຍໄວຂຶ້ນໃນໄຕມາດທີ 1 ປີ 2024, ຄາດວ່າລາຄາຄຳ​ຈະ​ປັບຕົວ​ຂຶ້ນ​ອີກຄັ້ງ.

ສໍາລັບທິດທາງການເຄື່ອນໄຫວຂອງລາຄາຄໍາຍັງມີທ່າອ່ຽງທີ່ຈະເພີ່ມຂຶ້ນ. ອີງຕາມການຄາດການຂອງຕະຫຼາດທີ່ຄາດວ່າ Fed ຈະຫຼຸດລົງອັດຕາດອກເບ້ຍໃນຕົ້ນເດືອນມີນາ. ທັງນີ້ອີງຈາກຂໍ້ມູນຫຼ້າສຸດຂອງ CME FedWatch Tool ໄດ້ລາຍງານວ່າ ການສໍາຫຼວດຕະຫຼາດທີ່ຜ່ານມາພົບວ່າໃຫ້ນ້ຳໜັກຫຼາຍກວ່າ 50% ໄປໃນທິດທາງທີ່ Fed ຈະປັບລົດອັດຕາດອກເບ້ຍໄວຂຶ້ນກວ່າການຄາດການກ່ອນໜ້ານີ້. ເຊິ່ງແມ່ນໄຕມາດທໍາອິດຂອງປີ 2024 ແລະ ໃນໄລຍະເວລານັ້ນລາຄາຄໍາຈະເພີ່ມຂຶ້ນຢ່າງຫຼວງຫຼາຍອີກເທື່ອໜຶ່ງ

ເຖິງແມ່ນວ່າຫຼັງຈາກການເພິ່ມຂຶ້ນຂອງລາຄາຄຳເພື່ອໄປເຮັດຈຸດສູງສຸດປະຫວັດສາດແລ້ວ, ລາຄາຄໍາຍັງຈະຫຼຸດລົງເລັກນ້ອຍຈາກແຮງຂາຍເພື່ອເອົາກໍາໄລ. ແຕ່ຄວາມຕ້ອງການຄໍາຍັງຄົງແຂງແຮງ ແລະ ນີ້ເຮັດໃຫ້ທອງຄຳຍືນເໜືອລະດັບ 2,070 ໂດລາອອນສ໌. ເຊິ່ງສະແດງໃຫ້ເຫັນເຖິງສັນຍານທີ່ດີ. ຢ່າງໃດກໍຕາມ, ສໍາລັບນັກລົງທຶນທີ່ຕ້ອງການລົງທຶນໃນຄໍາໃນ ເວລານີ້. ບໍ່ຄວນທີ່ຈະໄລ່ລາຄາຕາມລາຄາ ແລະ ໃຫ້ລໍຖ້າຈັງຫວະໃນການຊື້ຢູ່ທີ່ 2,070 – 2,050 ໂດລາສະຫະລັດອອນສ໌, ໂດຍມີແນວຕ້ານຢູ່ທີ່ 2,120 – 2,144 ໂດລາສະຫະລັດອອນສ໌. ເຊິ່ງເປັນແນວຕ້ານລະດັບສູງສຸດເປັນປະຫວັດສາດທີ່ຕ້ອງຖ້າເພື່ອໄດ້ຮັບການທົດສອບອີກຄັ້ງ.

ທີ່ມາ:

ryt9

kasikornasset

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/