ການເພີ່ມຂຶ້ນຢ່າງຮຸນແຮງຂອງລາຄາ Bitcoin ທ່າມກາງຄວາມຄາດຫວັງໃນການອະນຸມັດ Bitcoin ETF ສົ່ງຜົນໃຫ້ Bitcoin Dominance ເພີ່ມຂຶ້ນ 54% ເປັນຄັ້ງທຳອິດໃນຮອບ 3 ປີ


ໃນຕອນເຊົ້າຂອງວັນທີ 6 ທັນວາ, ລາຄາຂອງ Bitcoin ໄດ້ມີການເພີ່ມຂຶ້ນຢ່າງຮຸນແຮງຈົນເຮັດຈຸດສູງສຸດທີ່ລະດັບ 44,448 ໂດລາ, ເຊິ່ງໃນປັດຈຸບັນກໍໄດ້ມີການຫຼຸດລົງມາເລັກນ້ອຍ ແລະ ຍັງຄົງຊື້ຂາຍກັນເໜືອລະດັບ 43,000 ໂດລາ.

ອີງຈາກກຣາຟ BTCUSD ໃນ Tradingview ໄດ້ສະແດງໃຫ້ເຫັນວ່າ ລາຄາ Bitcoin ເພີ່ມຂຶ້ນຈາກ 42,000 ໂດລາໃນວັນທີ 5 ທັນວາ ແລະ ໄດ້ເຮັດຈຸດສູງສຸດໃໝ່ທີ່ 44,000 ໂດລາໃນມື້ນີ້, ເຊິ່ງເພີ່ມຂຶ້ນຫຼາຍກວ່າ 5% ໃນ 24 ຊົ່ວໂມງທີ່ຜ່ານມາ.

ໂດຍສາເຫດຈາກການເພີ່ມຂຶ້ນຂອງລາຄາ Bitcoin ໃນຄັ້ງນີ້ຄາດວ່າຈະມາຈາກຄວາມຄາດຫວັງທີ່ສະຫະລັດຈະເປີດໄຟຂຽວອະນຸດມັດໃຫ້ Spot Bitcoin ETF ສາມາດຊື້ຂາຍໃນຕະຫຼາດຫຼັກຊັບໄດ້, ເພາະນີ້ຈະເຮັດໃຫ້ມັນງ່າຍຂຶ້ນສໍາລັບນັກລົງທຶນສະຖາບັນທີ່ຈະຮ່ວມລົງທຶນໃນ Bitcoin.

ໃນຂະນະດຽວກັນການເພີ່ມຂຶ້ນຂອງລາຄາ Bitcoin ຍັງໄດ້ສົ່ງຜົນໃຫ້ສ່ວນແບ່ງໃນຕະຫຼາດ (Bitcoin Dominance) ​ເພີ່ມ​ຂຶ້ນ​ເປັນ 54,89%, ເຮັດສະຖິຕິສູງ​ສຸດ​ໃນ​ຮອບ 3 ປີ​ນັບ​ແຕ່​ເດືອນ​ເມສາ 2021.

ໂດຍສ່ວນແບ່ງການຕະຫຼາດ Bitcoin ທີ່ເພີ່ມຂຶ້ນນັ້ນແມ່ນເກີດຂຶ້ນຫຼັງຈາກ SEC ຂອງລັດຖະບານສະຫະລັດເປີດເຜີຍວ່າ BlackRock ບໍລິສັດຄຸ້ມຄອງຊັບສິນຍັກໃຫຍ່, ໄດ້ຮັບເງິນລົງທຶນ 100,000 ໂດລາຈາກນັກລົງທຶນທີ່ບໍ່ເປີດເຜີຍຊື່ລາຍໜຶ່ງທີ່ຕ້ອງການລົງທຶນໃນຜະລິດຕະພັນ Bitcoin spot ETF

ອີງຕາມເອກະສານທີ່ຍື່ນຕໍ່ SEC, ນັກລົງທຶນດັ່ງກ່າວໄດ້ຕົກລົງທີ່ຈະຊື້ຮຸ້ນ 4,000 ຮຸ້ນໃນລາຄາ 25 ໂດລາຕໍ່ຮຸ້ນ ໃນວັນທີ 27 ເດືອນຕຸລາປີ 2023, ເຊິ່ງຄິດເປັນເງິນຈໍານວນທັງໝົດ 100,000 ໂດລາ. ໂດຍນັກລົງທຶນລາຍນີ້ຈະເຮັດໜ້າທີ່ເປັນຜູ້ຄ້ຳປະກັນຕາມກົດໝາຍສຳລັບ “Seed Creation Baskets”

ຈາກການຍື່ນເອກະສານຫຼ້າສຸດຂອງ BlackRock ເປີດເຜີຍລາຍລະອຽດທີ່ກ່ຽວຂ້ອງກັບແຜນການຂອງຜູ້ຈັດການສິນຊັບໃນການຈະຈ່າຍຄ່າທໍານຽມຂອງຜູ້ສະໜັບສະໜູນ, ເຊິ່ງ BlackRock ວາງແຜນທີ່ຈະກູ້ຢືມ Bitcoin ຫຼືເ ງິນສົດໃນຮູບແບບຂອງສິນເຊື່ອການຊື້ຂາຍໄລຍະສັ້ນ, ເຮັດໃຫ້ BlackRock ສາມາດເກັບຄ່າທຳນຽມໄດ້ໂດຍຜ່ານການກູ້ຢືມ ແທນທີ່ຈະຂາຍ Bitcoin, ເຊິ່ງວິທີນີ້ຈະບໍ່ສົ່ງຜົນກະທົບຫຼາຍຕໍ່ລາຄາຂອງ Bitcoin.

ນອກຈາກນີ້່, BlackRock ຍັງເປັນໜຶ່ງໃນສະຖາບັນການເງິນຍັງໃຫຍ່ແຫ່ງທຳອິດທີ່ໄດ້ຍື່ນຂໍຈັດຕັ້ງ Bitcoin Spot ETF ໃນເດືອນກໍລະກົດ. ເຊິ່ງຄໍາຮ້ອງຂໍແມ່ນ 1 ໃນ 13 ຄຳຂໍທີ່ກຳລັງລໍຖ້າການອະນຸມັດຈາກ SEC ຂອງສະຫະລັດ, ເຖິງແມ່ນວ່າທີ່ຜ່ານມາ SEC ໄດ້ປະຕິເສດທີ່ຈະອະນຸມັດ BTC Spot ETF ແລະ ໄດ້ເລື່ອນການຕັດສິນໃຈອອກໄປ.

ຢ່າງໃດກໍຕາມ, ໃນສອງສາມອາທິດຜ່ານມາ ໄດ້ມີຂ່າວລືວ່າ SEC ກໍາລັງພິຈາລະນາການອະນຸມັດ Spot Bitcoin ETFs ຄືນໃໝ່ອີກຄັ້ງ, ພ້ອມກັບການປະກອບການຍື່ນແກ້ໄຂເອກະສານສະໝັກໃໝ່ເປັນຈຳນວນຫຼາຍ. ນີ້ຈຶ່ງເຮັດໃຫ້ນັກລົງທຶນເກີດມີຄວາມຄາດຫວັງທີ່ສູງຂຶ້ນ ແລະ ເລີ່ມທີ່ຈະຊື້ Bitcoin ຫຼາຍຂຶ້ນ.

ສຸດທ້າຍແລ້ວ ຍັງຄົງມີປັດໄຈອື່ນໆທີ່ສາມາດສົ່ງຜົນກະທົບຕໍ່ການເພີ່ມຂຶ້ນຂອງລາຄາຂອງ Bitcoin ລວມທັງອັດຕາເງິນເຟີ້ທີ່ສູງຂຶ້ນໃນສະຫະລັດ ແລະ ຈີນ, ເຊິ່ງອາດຈະເຮັດໃຫ້ນັກລົງທຶນຫັນໄປສູ່ສິນຊັບທີ່ມີຄວາມສ່ຽງສູງເຊັ່ນ Bitcoin.

ທີ່ມາ:

siamblockchain

cointelegraph

bitcoinsensus

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/