ໃນປີ 2023 ຈຳນວນທຸລະກິດ ໃນສະຫະລັດຍື່ນຂໍລົ້ມລະລາຍເພີ່ມສູງຂຶ້ນ 18%


ຂໍ້ມູນໃນປີ 2023 ຈໍານວນນັກທຸລະກິດ ແລະ ບຸກຄົນສະຫະລັດ ຍື່ນຂໍລົ້ມລະລາຍເພີ່ມສູງຂຶ້ນ 18% ຈາກປີ 2022 ແລະ ຄາດວ່າຍັງມີທ່າອ່ຽງລົ້ມລະລາຍຕໍ່ເນື່ອງໃນປີ 2024.

(Epiq AACER) ຜູ້ໃຫ້ບໍລິການຂໍ້ມູນດ້ານການລົ້ມລະລາຍລະບຸວ່າ ຍອດການຍື່ນລົ້ມລະລາຍທັງໃນລະດັບຜູ້ປະກອບການ ແລະ ບຸກຄົນໃນສະຫະລັດເພີ່ມຂຶ້ນ 18% ສູງເຖິງ 445,186 ລາຍ ໃນປີ 2023 ຈາກ 378,390 ລາຍໃນປີ 2022 ໂດຍຖືກກົດດັນຈາກອັດຕາດອກເບ້ຍທີ່ສູງຂຶ້ນ ມາດຕະຖານການປ່ອຍສິນເຊື່ອທີ່ເຂັ້ມງວດຂຶ້ນ ແລະ ການທະຍອຍສິ້ນສຸດລົງຂອງມາດຕະການກະຕຸ້ນເສດຖະກິດໃນໄລຍະໂຄວິດ ແຕ່ປະລິມານການລົ້ມລະລາຍຍັງຄົງຕ່ຳກວ່າໄລຍະກ່ອນລະບາດຂອງໂຄວິດ-19 ຢ່າງເຫັນໄດ້ຊັດເຈນ.

ການຍື່ນຂໍຟື້ນຟູກິດຈະການຕາມກົດໝາຍມາດຕາ 11 ຂອງຜູ້ປະກອບສູງຂຶ້ນ 72% ປະມານ 6,569 ລາຍ ໃນປີ 2023 ຈາກ 3,819 ລາຍ ໃນປີ 2022 ສ່ວນຂອງບຸກຄົນທົ່ວໄປເພີ່ມຂຶ້ນ 18% ສູ່ 419,559 ລາຍ ຈາກ 356,911 ລາຍ ໃນປີ 2022.

ມີການຄາດວ່າຈະມີບຸກຄົນທົ່ວໄປ ແລະ ຜູ້ປະກອບການຍື່ນຂໍພິທັກຊັບເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປິ 2024 ເມື່ອພິຈາລະນາຈາກການສິ້ນສຸດລົງຂອງມາດຕະການກະຕຸ້ນເສດຖະກິດໃນໄລຍະທີ່ໂຣກໂຄວິດລະບາດ, ຕົ້ນທຶນດ້ານເງິນທີ່ສູງຂຶ້ນ, ອັດຕາດອກເບ້ຍທີ່ເພີ່ມຂຶ້ນ, ອັດຕາການຜິດນັດຊຳລະໜີ້ທີ່ສູງຂຶ້ນ ແລະ ໜີ້ຄົວເຮືອນທີ່ໃກ້ຈະສູງຂຶ້ນເປັນປະຫວັດສາດ.

ຂໍ້ມູນຈາກ: Bangkok news

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/