ເມັດເງິນທີ່ໄຫຼເຂົ້າມາຈາກການລົງທຶນຂອງບໍລິສັດຈີນຢູ່ໃນໄທປີ 2024 ຈະຍັງຄົງສາມາດເຕີບໂຕຢ່າງຕໍ່ເນື່ອງ ແລະ ຄາດວ່າຈະສາມາດສ້າງສະຖິຕິສູງສຸດໃໝ່ໄດ້


ອີງຈາກບົດລາຍງານຂອງສຳນັກຂ່າວຕ່າງປະເທດ, ນັກວິເຄາະຂອງຈີນ ແລະ ໄທຕ່າງກໍໄດ້ສະແດງຄວາມຄິດເຫັນ ແລະ ບອກເປັນສຽງດຽວກັນວ່າ: ການລົງທຶນຂອງຈີນໃນປະເທດໄທປີ 2024 ຈະຍັງຄົງສາມາດເຕີບໂຕຢ່າງຕໍ່ເນື່ອງ ແລະ ຄາດວ່າຈະສ້າງສະຖິຕິສູງສຸດໃໝ່. ຫຼັງ​ຈາກ​ທີ່​ຈີນ​ກາຍ​ເປັນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ລາຍໃຫຍ່​ທີ່​ສຸດ​ຂອງ​ໄທ​ໃນປີທີ່ຜ່ານມາ​.

ໂດຍລາຍງານໄດ້ລະບຸວ່າ ນັບ​ຕັ້ງ​ແຕ່​ເດືອນ​ທັນ​ວາ​ຜ່ານ​ມາ, ໄດ້ພົບເຫັນບໍລິສັດທີ່ໄດ້ລົງທະບຽນລະດັບ A-share ສັນຊາດ​ຈີນຢ່າງໜ້ອຍ 14 ແຫ່ງ ແລະ ​ໄດ້​ປະ​ກາດ​ວ່າ​ຈະ​ສ້າງ​ຕັ້ງ​ສາ​ຂາ​, ສ້າງໂຮງງານໃໝ່ ເພື່ອຂະຫຍາຍໂຮງງານທີ່ມີຢູ່ແລ້ວ ຫຼື ເພີ່ມທຶນໃນປະເທດໄທ ທ່າມກາງກະແສການລົງທຶນຂອງຈີນທີ່ໄຫຼເຂົ້າມາໃນໄທຢ່າງໄວ. ເຊິ່ງໜຶ່ງໃນນັ້ນກໍຄື  ZYNP Corp, ຜູ້ຜະລິດສ່ວນປະກອບຂອງເຄື່ອງຈັກເຜົາໄໝ້ຈາກແຂວງ Henan, ພາກກາງຂອງຈີນ ທີ່ໄດ້ອອກມາເປີດເຜີຍໃນວັນທີ 3 ທີ່ຜ່ານມາວ່າບໍລິສັດກໍາລັງລົງທຶນ 210 ລ້ານຢວນເພື່ອສ້າງຖານການຜະລິດໃນປະເທດໄທ.

ໃນຂະນະດຽວກັນ, Circuit Fabology Microelectronics Equipment Co Ltd, ບໍລິສັດ Printed Circuit Board (PCB) ທີ່ຕັ້ງຢູ່ໃນແຂວງ Anhui, ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ ກໍໄດ້ປະກາດໃນມື້ດຽວກັນນັ້ນວ່າ ບໍລິສັດກໍາລັງລົງທຶນ 100 ລ້ານຢວນໃນປະເທດໄທ ເພື່ອສ້າງຕັ້ງສາຂາ, ຊື້ທີ່ດິນ ແລະ ສ້າງໂຮງງານ.

Xu Genluo ຮອງ​ປະທານ​ບໍ​ລິ​ສັດ Amata Corp., ທີ່​ຕັ້ງ​ຢູ່​ປະ​ເທດ​ໄທ ກໍໄດ້ສະແດງຄວາມຄິດເຫັນວ່າ ໃນໄລຍະປີທີ່ຜ່ານມາ ບັນດາປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມຫຼົງໃຫຼທີ່ບໍ່ເຄີຍມີມາກ່ອນໃນການລົງທຶນຢູ່ໄທ. ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ໄດ້​ເດີນທາງ​ມາ​ຢ້ຽມຢາມ​ເຂດ​ນິຄົມ​ອຸດສາ​ຫະກຳ​ຂອງຕົນຢ່າງບໍ່ຂາດສາຍ.

ໃນດ້ານຂອງນັກວິເຄາະໃນຈີນ ແລະ ໄທເຫັນວ່າ ການ​ເພີ່ມ​ຂຶ້ນ​ຂອງ​ການ​ລົງ​ທຶນ​ຂອງ​ຈີນ​ແມ່ນ​ໄດ້​ຮັບ​ການ​ຊຸກ​ຍູ້​ຈາກອຸດສາຫະກຳພາ​ຫະ​ນະ​ພະ​ລັງ​ງານ​ໃໝ່ (NEV) ແລະ ​ອຸດ​ສາ​ຫະ​ກໍາ​ເອ​ເລັກ​ໂຕຣ​ນິກ. ໂດຍສ່ວນ​ໜຶ່ງເປັນຜົນມາຈາກ​ມາດ​ຕະການ​ຂອງ​ລັດຖະບານ​ໄທ​ທີ່​ສະໜັບສະໜູນ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ສົມ​ທົບ​ກັບ​ການ​ປ່ຽນ​ແປງ​ໃນ​ພູມ​ສັນ​ຖານ​ເສດ​ຖະ​ກິດ​ໂລກ​ທີ່​ຕໍ່ຕ້ານຄວາມສ່ຽງທີ່ໄດ້ແຜ່ກະຈາຍໄປທົ່ວໂລກ, ​ຈົນ​ເຮັດ​ໃຫ້​ຈີນ​ຕົກເປັນ​ເປົ້າ​ໝາຍໃນການ​ກີດ​ກັ້ນທາງດ້ານ​ການ​ຄ້າ. ຍິ່ງ​ໄປ​ກວ່າ​ນັ້ນ, ທັງ​ຈີນ ​ແລະ ​ໄທ​ລ້ວນ​ແຕ່​ມີ​ເປົ້າ​ໝາຍ​ອັນ​ດຽວ​ກັນ​ໃນ​ການ​ສ້າງ​ອະນາຄົດ​ທີ່​ການ​ຄ້າ​ ແລະ​ ການ​ລົງທຶນ​ໃຫ້ມີຄວາມຈະ​ເລີ​ນຮຸ່ງ​ເຮືອງ, ໝັ້ນຄົງ, ​ສາມາດ​ເຕີບ​ໂຕໄດ້​ຢ່າງ​ຕໍ່​ເນື່ອງ ​ແລະ​ ຍືນ​ຍົງ.

ນອກຈາກນີ້, ນັກວິເຄາະສ່ວນໃຫຍ່ຍັງໄດ້ເຫັນດີກົງກັນວ່າ ຈີນ​ຈະ​ສືບ​ຕໍ່​ເປັນ​ແຫຼ່ງ​ການ​ລົງ​ທຶນ​​ທີ່ໃຫ່ຍທີ່​ສຸດ​ຂອງ​ໄທ​ໃນ​ປີ​ນີ້ຕໍ່ເນື່ອງ​ຈາກ​ປີ 2023. ນັກ​ວິ​ເຄາະ​ຈີນ​ຄິດ​ວ່າ​ໃນ​ປີ 2024, ນອກ​ຈາກ​ໄທ​ແລ້ວ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍຍັງ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຂອງ​ຈີນ.

ທີ່ມາ:

globaltimes

thaipbs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/