ເມືອງ ມອສໂກ ພົບກັບອາກາດໜາວທີ່ສຸດໃນຮອບ 74 ປີ


ເມື່ອວັນທີ 3 ມັງກອນ 2024 ທີ່ຜ່ານມາ ເມືອງມອສໂກ ຕ້ອງພົບກັບອຸນຫະພູມຕ່ຳສຸດໃນຮອບ 74 ປີ ໂດຍມີອາກາດຕິດລົບເຖິງ 29 ອົງສາ ຖືວ່າຕ່ຳທີ່ສຸດ ເມື່ອທຽບກັບມື້ດຽວກັນຂອງປີອື່ນໆ ໂດຍນັບຕັ້ງແຕ່ວັນທີ 3 ມັງກອນ ປີ 1950 ເປັນຕົ້ນມາອຸນຫະພູມໃນພື້ນທີ່ບໍ່ເຄີຍຫຼຸດຕິດລົບເຖິງ 29 ອົງສາ.

ຜູ້ຊ່ຽວຊານດ້ານສະພາບອາກາດ ໄດ້ອອກມາລະບຸວ່າ ອຸນຫະພຸມເມືອງມອສໂກ ຕ່ຳກວ່າອຸນຫະພູມສະເລ່ຍຂອງເດືອນມັງກອນປະມານ 14-15 ອົງສາ ເຊິ່ງເປັນຜົນມາຈາກຄວາມກົດອາກາດສູງ ແລະ ສູນອຸຕຸນິຍົມວິທະຍາຂອງຣັດເຊຍ ພະຍາກອນວ່າ ອາກາດໃນມອສໂກຈະໜາວເຖິງຂີດສຸດ ເຊິ່ງເບື້ອງຕົ້ນ ມີການເຕືອນໄພຈາກສະພາບອາກາດລະດັບສີສົ້ມແລ້ວ.

ດ້ານລັດຖະບານທ້ອງຖິ່ນເມືອງມອສໂກແຈ້ງວ່າ ລະບົບເຮັດຄວາມຮ້ອນຂອງເມືອງກຳລັງເຮັດວຽກຢ່າງເຕັມທີ່ ແລະ ເຈົ້າໜ້າທີ່ໄດ້ກຳນົດອຸນຫະພູມການເຮັດຄວາມຮ້ອນໄວ້ທີ່ລະດັບຮ້ອນທີ່ສຸດແລ້ວ ເພື່ອຄວາມເປັນຢູ່ຂອງປະຊາຊົນທີ່ດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/