ອະດີດປະທານາທິບໍດີ Donald Trump ບໍ່ຍອມຮັບຜິດ ກໍລະນີເກັບເອກະສານລັບຂອງສະຫະລັດອາເມຣິກາ


Donald Trump ອະດີດປະທານາທິບໍດີຂອງສະຫະລັດອາເມຣິກາ ບໍ່ຍອມຮັບຜິດຂໍໍ້ກ່າວຫາ ຫຼັງຈາກຖືກເຊີນຕົວໃຫ້ຂຶ້ນສານໃນໄມອາມີ ລັດຟໍລິດາ ກໍລະນີທີ່ຈັດເກັບເອກະສານລັບທາງການຢ່າງບໍ່ເໝາະສົມ ໂດຍທາງ Trump ໄດ້ຈັດເກັບເອກະສານລັບທາງການຂອງສະຫະລັດອາເມຣິກາ ເອົາໄວ້ຫຼາຍຮ້ອຍສະບັບ.

ໃນວັນທີ 13 ມິຖຸນາ 2023 ຕາມເວລາທ້ອງຖິ່ນ ອະດີດປະທານາທິບໍດີ Donald Trump ໄດ້ປາກົດຕົວຕໍ່ ທ່ານ Jonathan Goodman ຜູ້ພິພາກສາຂອງລັດຖະບານກາງສະຫະລັດອາເມຣິກາ ທີ່ໄມອາມີ ລັດ ຟໍລີດາ ພ້ອມກັບທະນາຍຄວາມ ຫຼັງຈາກທີ່ທາງລູກຂຸນໃຫຍ່ຂອງອາເມຣິກາໄດ້ຢືນຢັນການຟ້ອງຮ້ອງຄະດີອາຍາທັງໝົດ 37 ກະທົງ.

ສຳນວນການຟ້ອງຮ້ອງມີຄວາມຍາວເຖyງ 49 ໜ້າ ໂດຍທາງອະດີດປະທານາທິບໍດີ Donald Trump ໄດ້ຖືກກ່າວຫາວ່າຈົງໃຈຢຶດເອກະສານລັບ ແລະ ເຊື່ອງເອກະສານຂອງລັດຖະບານຂອງສະຫະລັດອາເມຣິກາ ລວມໄປຮອດການຂັດຂວາງຂະບວນການຍຸຕິທຳ ແລະ ໃຫ້ການບິດເບືອນຕໍ່ເຈົ້າໜ້າທີ່ສືບສວນທາງການຂອງສະຫະລັດອາເມຣິກາ ເຊິ່ງຂໍ້ມູນສ່ວນໃຫຍ່ຂ້ອງກ່ຽວກັບຄວາມໝັ້ນຄົງ ບໍ່ວ່າຈະເປັນຂໍ້ມູນທີ່ກ່ຽວກັບອາວຸດນິວເຄຼຍ ແຜນໂຕ້ກັບ ລວມໄປຮອດຄວາມບອບບາງຂອງສະຫະລັດອາເມຣິກາ ແລະ ຊາດພັນທະມິດ ເຊິ່ງຫາກມີການເຜີຍແຜ່ອອກໄປ ອາດຈະສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມໝັ້ນຄົງຂອງປະເທດມະຫາອຳນາດ.

ຢ່າງໃດກໍຕາມ ໃນລະຫວ່າງການພິຈາລະນາຄະດີປະມານ 47 ນາທີ ອະດີດປະທານາທິບໍດີ Donald Trump ບໍ່ຍອມຮັບຜິດຕໍ່ຂໍ້ກ່າວຫາທັງໝົດທີ່ຖືກຍື່ນຟ້ອງກ່ອນທີ່ຈະໄດ້ຮັບອະນຸຍາດໃຫ້ອອກຈາກສານໄດ້ໂດຍບໍ່ມີເງື່ອນໄຂ ຫຼື ຂໍ້ຈຳກັດໃນການເດີນທາງ ແຕ່ວ່າຜູ້ພິພາກສາບໍ່ອະນຸຍາດໃຫ້ເວົ້າກັບພະຍານໃນຄະດີ.

ໂດຍທາງ ອະດີດປະທານາທິບໍດີ Donald Trump ທີ່ຖືກຟ້ອງມາຫຼາຍຄະດີ ແຕ່ຄະດີນີ້ຖືວ່າເປັນຄະດີທີ່ຟ້ອງໂດຍກະຊວງຍຸຕິທຳ ເຊິ່ງເປັນໜ່ວຍງານຂອງລັດຖະບານ ແຕ່ Donald Trump ເບິ່ງວ່າເປັນການໂຈມຕີທາງການເມືອງເນື່ອງຈາກຫຼັງຈາກທີ່ປະກາດວ່າຈະສະໝັກຊິງເອົາຕຳແໜ່ງແຄນດີເດດປະທານາທິບໍດີສະຫະລັດອາເມຣິກາໃນພັກ  Republican ເຊິ່ງມີຫຼາຍສຳນັກຊີ້ວ່າ Donald Trump ຍັງມີຄະແນນນິຍົມນຳໜ້າຜູ້ສະໝັກຄົນອື່ນໃນພັກນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/