ນ້ອງຜັກບົ້ງ ແລະ ນ້ອງກຸ້ງນາງ ຝາແຝດ ດາວເດັ່ນ ເຕັ້ນເກັ່ງ


ນ້ອງຜັກບົ້ງ ກັບ ນ້ອງກຸ້ງນາງ ຝາແຝດອາຍຸ 19 ປີ ດາວເດັ່ນເຕັ້ນເກັ່ງ ເຄີຍຜ່ານມາຫຼາຍເວທີໃນການປະກວດ. ໃນ TikTok ສອງເອື້ອຍນ້ອງຝາແຝດກໍໄດ້ຮັບຄວາມສົນໃຈຫຼາຍພໍສົມຄວນ ເນື່ອງຈາກເຮັດຄອນເທັນເຕັ້ນຢູ່ຕະຫຼອດ ສັງເກດໄດ້ວ່າເຕັ້ນໄດ້ຫຼາຍເພງ ໂດຍສະເພາະເພງທີ່ອອກມາໃໝ່ໆ ແລະ ເປັນກະແສ.

ຜົນງານຜ່ານມາເຄີຍເຂົ້າປະກວດກັບທີມ D-ALL ໃນງານ Pepsi Cover Dance Contest ໄດ້ຮັບຮາງວັນ ຮອງຊະນະເລີດອັນດັບ 1 ແຂ່ງເຕັ້ນງານ Cover in Love ປີ 2021 ໄດ້ຮາງວັນຊະນະເລີດ, ແຂ່ງຂັນເຕັ້ນເຊຍເປັນຄັ້ງທຳອິດຂອງໂຮງຮຽນ ປີ 2019 ໄດ້ຮາງວັນຮອງອັນດັບ 3, ມາໃນປີ 2023 ກໍໄດ້ຮາງວັນຊະນະເລີດໃນງານ Motor Show ອີກດ້ວຍ.

ປັດຈຸບັນ ບົ້ງ ກັບ ກຸ້ງ ກໍໄດ້ຮັບງານຫຼາຍແບບ ເຊັ່ນ: ງານຟ້ອນ, ງານເຕັ້ນເປັນທີມ, ງານຕິກຕັອກຕ່າງໆ. ນອກຈາກເຕັ້ນແລ້ວ ບົ້ງ-ກຸ້ງ ກໍຟ້ອນ ເຕັ້ນບັລເລ ແລະ ກຳລັງເຝິກຮ້ອງເພງນຳ ໂດຍປົກກະຕິກໍຈະອອກງານຄູ່ຢູ່ຕະຫຼອດ.

ມີຄວາມສາມາດຄ້າຍກັນໄປໃສກໍໄດ້ໄປນຳກັນ ຈຸດປ່ຽນໃນການເປັນນັກເຕັ້ນ ກໍເຮັດໃຫ້ພວກເຂົາຮູ້ວ່າຖະນັດໃນສິ່ງນີ້ ມັກສິ່ງນີ້ ແລະ ຍັງຊ່ວຍໃນການຫຼິ້ນ TikTok ໄດ້ດີ ຄວາມຮູ້ສຶກຕອນຄົນຍ້ອງວ່າເຕັ້ນເກັ່ງແທ້…ພວກນ້ອງກໍດີໃຈ ແລ້ວກໍມັກ ບໍ່ວ່າຈະເປັນຄຳຍ້ອງນ້ອຍໆແຕ່ເຮັດໃຫ້ໃຈນ້ອງໆຟູທີ່ສຸດ.

ສຸດທ້າຍນີ້ ບົ້ງ ກັບ ກຸ້ງ ກໍໄດ້ຝາກເຖິງຜົນງານ ບອກຂໍຝາກໃຫ້ທຸກຄົນຕິດຕາມຜົນງານບົ້ງ ກັບ ກຸ້ງ ໄປນຳກັນ ບົ້ງກຸ້ງຈະເປັນຄົນລາວທີ່ຈະເຮັດໃຫ້ຄົນຕ່າງປະເທດ ໄດ້ຮູ້ຈັກປະເທດລາວຫຼາຍຂຶ້ນ ຈະບໍ່ຢຸດພັດທະນາຕົນເອງ ເພື່ອຕົວນ້ອງເອງ ແລະ ທຸກໆຄົນ.

ສາມາດຕິດຕາມນ້ອງໆໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/