ຄ່າຈອດມັນແພງ! ຜູ້ຮັບເໝົາກໍ່ສ້າງຊາວໄຕ້ຫວັນ ໃຊ້ເຄຣນຍົກລົດຂຶ້ນໄປຈອດຢູ່ດາດຟ້າ ເຮືອນຕົນເອງ ເພາະບໍ່ຢາກຈ່າຍຄ່າຈອດລົດ


ກາຍເປັນເລື່ອງຮືຮາ ໃນສັງຄົມອອນລາຍຂອງໄຕ້ຫວັນ ຫຼັງມີລາຍງານວ່າ ຜູ້ຮັບເໝົາກໍ່ສ້າງຄົນໜຶ່ງຈ້າງລົດເຄຣນ ຍົກລົດຕູ້ ແລະ ລົດ SUV ຂອງຕົນເອງທີ່ບໍ່ໄດ້ໃຊ້ງານແລ້ວ ໄປໄວ້ເທິງດາດຟ້າຂອງເຮືອນຕົນເອງ ເພາະບໍ່ຢາກຈ່າຍຄ່າຈອດລົດໃນເມືອງ.

ໂດຍເລື່ອງມີຢູ່ວ່າ ເຈົ້າໜ້າທີ່ຕຳຫຼວດໃນໄຕ້ຫວັນ ໄດ້ຮັບແຈ້ງວ່າມີຜູ້ຮັບເໝົາທີ່ບໍ່ປະສົງອອກນາມ ໃຊ້ລົດເຄຣນຍົກລົດຕູ້ 2 ຄົນ ຂຶ້ນໄປໄວ້ເທິງຫຼັງຄາເຮືຶອນ ທີ່ເປັນຕຶກ ຕັ້ງຢູ່ເຂດ Taichang ເຊິ່ງຄັນໜຶ່ງຈອດໄດ້ປົກກະຕິ ແຕ່ອີກຄັນໜຶ່ງບໍລິເວນທ້າຍລົດ ໄດ້ຍື່ນອອກມາຈາກຕົວອາຄານໜ້ອຍໜຶ່ງ.

ໂດຍມີລາຍງານ ລົດຕູ້ 2 ​ຄັນນີ້ຖືກຈອດເທິງດາດຟ້າໃນເຮືອນຫຼັງນີ້ ມາເປັນເວລາດົນແລ້ວ ແລະ ຊາວບ້ານທີ່ສັນຈອນໄປມາ ໃນບໍລິເວນດັ່ງກ່າວ ໄດ້ພະຍາຍາມໂທໄປແຈ້ງໃຫ້ເຈົ້າໜ້າທີ່ຫຼາຍເທື່ອແລ້ວ ເພາະກັງວົນເຖິງຄວາມປອດໄພ ຢ້ານວ່າລົດຕູ້ຈະຕົກລົງມາຈາກຕຶກ ຫຼື ສ້າງຄວາມເສຍຫາຍໃຫ້ກັບຕຶກ.

ຜ່ານການສືບສວນສອບສວນ ເຈົ້າຂອງລົດຕູ້ 2​ຄັນເຊິ່ງເປັນຜູ້ຮັບເໝົາກໍ່ສ້າງໄດ້ເປີດເຜີຍວ່າ ທີ່ຜ່ານມາລາວໄດ້ເອົາລົດຕູ້ 2 ຄັນທີ່ບໍ່ໄດ້ໃຊ້ງານແລ້ວໄປຈອດຢູ່ຂ້າງທາງ ຈົນຖືກໄລ່ເກັບເງິນຈອດລົດຢູ່ເປັນປະຈຳ ເຊິ່ງລາວບໍ່ຢາກຖືກແບບນີ້ໄປຕະຫຼອດ ຈຶ່ງຄິດອອກວ່າໃຊ້ລົດເຄຣນຍົກລົດຕູ້ 2 ຄັນນີ້ຂຶ້ນໄປໄວ້ດາດຟ້າເຮືອນດີກວ່າ.

ນອກຈາກນີ້ ຊາຍຄົນດັ່ງກ່າວ ຍັງຢືນຢັນຢັນວ່າ ຕົວອາຄານສ້າງຈາກ ຄອນກີດ ພ້ອມເສີມເຫຼັກເສັ້ນ ເຊິ່ງມັນຈະບໍ່ເປັນອັນຕະລາຍຕໍ່ທັງອາຄານ ແລະ ຄົນທີ່ສັນຈອນໄປມາໃນບໍລິເວນນີ້ແນ່ນອນ.

ຢ່າງໃດກໍຕາມ ຫຼັງຕົກເປັນຂ່າວຮືຮາໃນສັງຄົມອອນລາຍ ແລະ ການເຂົ້າມາໂອ້ລົມຂອງເຈົ້າໜ້າທີ່ຕຳຫຼວດ ຊາຍເຈົ້າຂອງລົດ ຄົນດັ່ງກ່າວກໍຍອມທີ່ຈະເອົາລົດທັງ 2 ຄັນລົງມາຈາກອາຄານ ແລະ ຈະນຳໄປຈອດໄວ້ທີ່ບ່ອນຈອດລົດປົກກະຕິ ທີ່ຫ່າງອອກມາຈາກເຮືອນຂອງລາວໜ້ອຍໜຶ່ງ ເພື່ອທີ່ຈະບໍ່ຕ້ອງຖືກເກັບຄ່າຈອດລົດ.

ຂອບໃຈຂໍ້ມູນຈາກ: mothership, asiaone

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/