ເປັນຫຍັງການລືມຈຶ່ງສຳຄັນຕໍ່ການກ້າວໄປຂ້າງໜ້າ?


ເຄີຍສົງໄສບໍ່ວ່າ ເປັນຫຍັງເຮົາຄືລືມສິ່ງຕ່າງໆ? ຫຼາຍຄົນອາດຈະຄິດວ່າ ສະໝອງເຮົາມີພື້ນທີ່ເກັບໜ້ອຍເຮົາຈຶ່ງມັກລືມນັ້ນລືມນີ້

ແຕ່ແທ້ໆແລ້ວ ນັກວິທະຍາສາດບອກເຮົາວ່າເຮົາຍັງບໍ່ພົບ “ຂີດຈຳກັດ” ເລື່ອງຄວາມຊົງຈຳຂອງມະນຸດເລີຍ ໝາຍຄວາມວ່າສະໝອງມະນຸດເຮົາສາມາດເກັບຮັກສາຄວາມຊົງຈຳເອົາໄວ້ເກືອບຈະເອີ້ນໄດ້ວ່າ ບໍ່ມີທີ່ສິ້ນສຸດ ຫຼື ເວົ້າງ່າຍໆຄື ເຮົາໜ້າຈະ “ຈື່ໄດ້ທຸກເລື່ອງ” ບາງຄົນອາດຈະສົງໄສຂຶ້ນມາວ່າ ຖ້າເປັນແບບນັ້ນ ແລ້ວເປັນຫຍັງເຮົາຄືລືມ.

The Persistence and Transience of Memory ງານວິໄຈທີ່ຕີພິມໃນວາລະສານ Neuron ບອກວ່າທີ່ຈິງແລ້ວຂັ້ນຕອນການ “ລືມ” (ຫຼືຄືການ “ລົບຄວາມຈຳ”) ນັ້ນເປັນຂັ້ນຕອນທີ່ຈຳເປັນຫຼາຍສຳລັບເຮົາ ເຮົາອາດຈະຄິດວ່າ ຄວາມຊົງຈຳສົມບູນແບບຄືການບໍ່ລືມອີຫຍັງເລີຍ ແຕ່ຖ້າຈະເຮັດໃຫ້ເຮົາຢູ່ໃນໂລກນີ້ ແລ້ວຍັງສາມາດຮັບມື ແລະ ສຳຫຼວດໂລກນີ້ຕໍ່ໄປໄດ້ ຂັ້ນຕອນການລືມນັ້ນສຳຄັນຫຼາຍ.

ຢ່າງທຳອິດກໍຄື “ການລືມຂໍ້ມູນເກົ່າ” ນັ້ນ ເຮັດໃຫ້ເຮົາມີປະສິດທິພາບເພີ່ມຫຼາຍຂຶ້ນ, Neurogenesis-mediated forgetting minimizes proactive interference ຄືງານວິໄຈອີກອັນນຶ່ງທີ່ນັກວິທະຍາສາດເຝິກໜູໃຫ້ຍ່າງໃນເຂົາວົງກົດ ເມື່ອຍ່າງແລ້ວ

ຈາກນັ້ນກໍປ່ຽນຕຳແຫນ່ງຕ່າງໆໃນເຂົາວົງກົດໃໝ່ ແລ້ວກໍວາງຢາໜູບາງສ່ວນ ເພື່ອເຮັດໃຫ້ມັນລືມຂໍ້ມູນເຂົາວົງກົດ.

ຜົນປາກົດວ່າ ໜູທີ່ລືມເຂົາວົງກົດເກົ່າໄປແລ້ວນັ້ນ ສາມາດຮຽນຮູ້ເຂົາວົງກົດໃໝ່ໄດ້ໄວຂຶ້ນກວ່າໜູທີ່ຍັງຈື່ເຂົາວົງກົດເກົ່າຫຼາຍ ນັ້ນເປັນເພາະວ່າຄວາມຊົງຈຳເກົ່າທີ່ຍັງຢູ່ນັ້ນ ເຮັດໃຫ້ເຮົາຕ້ອງເສຍເວລາ “ປະມວນຜົນ” ຂໍ້ມູນເກົ່າຊໍ້າໆ ທັງທີ່ຂໍ້ມູນພວກນັ້ນບໍ່ເປັນປະໂຫຍດອີກຕໍ່ໄປແລ້ວ

ດັ່ງນັ້ນ “ການລືມຂໍ້ມູນເກົ່າ” ຈຶ່ງສຳຄັນຫຼາຍສຳລັບການໃຊ້ຊີວິດຂອງເຮົາ ເພາະມັນຊ່ວຍໃຫ້ເຮົາບໍ່ຕ້ອງກັບໄປຜ່ານວິທີການຂໍ້ມູນລົ້ນເກີນ ໂດຍຄ່ອຍໆປຽບທຽບຂໍ້ມູນນຶ່ງໆ ກັບຂໍ້ມູນເກົ່າໆທີ່ມີຢູ່ທັງໝົດອີກ.ຈຸດນີ້ສຳຄັນຫຼາຍເພາະມັນຄືນຶ່ງໃນວິທີທີ່ນັກວິທະຍາສາດໃຊ້ສ້າງ “ປັນຍາປະດິດ” ຫຼື “AI” ຂຶ້ນມາ.

ນັກວິທະຍາສາດພົບວ່າ ຖ້າໃຫ້ AI ຈຶື່ຈຳທຸກເລື່ອງລາວ ມັນຈະເຮັດວຽກໄດ້ຊ້າລົງ ຫຼື ບາງຄັ້ງກໍເຮັດວຽກບໍ່ໄດ້ເລີຍ. ມີການທົດລອງໂດຍສອນໃຫ້ຄອມພິວເຕີຈື່ໃບໜ້າຂອງຄົນຫຼາຍພັນຄົນ ໂດຍຈົດຈຳແຕ່ລັກສະນະສະເພາະຂອງໃບໜ້າຄົນເຫຼົ່ານັ້ນເກັບໄວ້ ເຊັ່ນ: ຄົນໃດມີຕາສີຟ້າ, ຕາສີນ້ຳຕານ, ຮິມສົບໜາ ຫຼື ບາງ ແລະອື່ນໆ ແຕ່ເມື່ອນຳໃບໜ້າ “ໃໝ່” ທີ່ບໍ່ໄດ້ມີລັກສະນະຄືກັບໃບໜ້າຕ່າງໆທີ່ເວົ້າມາໃຫ້ຄອມພິວເຕີເບິ່ງ ມັນກັບບໍ່ສາມາດຮັບຮູ້ໄດ້ວ່ານັ້ນຄືໃບໜ້າ ເພາະມັນ ໄປເສຍເວລາຢູ່ກັບລາຍລະອຽດພວກນັ້ນເຊັ່ນ:​ ຕາສີຫຍັງ, ປາກໜາ ຫຼືບາງ

ເພື່ອແກ້ບັນຫານີ້ ນັກວິໄຈຕ້ອງໃຊ້ວິທີທີ່ເອີ້ນວ່າ Regularization ໂດຍບັງຄັບໃຫ້ລະບົບ “ລືມ” ຂໍ້ມູນໃນລາຍລະອຽດບາງສ່ວນ ຈົນເຫຼືອຢູ່ແຕ່ “ຂໍ້ມູນທີ່ເປັນແກ່ນ” (Core Inforation) ເຊັ່ນ: ໜ້າຕ້ອງມີຕາສອງຕາ ມີປາກ ມີດັງ ກ່ອນ ບໍ່ແມ່ນຮີບຮ້ອນລົງໄປຫາລາຍລະອຽດເລີຍໃນທັນທີ.

ສະໝອງຂອງເຮົາກໍເຊັ່ນກັນ ສະໝອງມີຄວາມຊົງຈຳສອງແບບຄື Episodic memory ຫຼື ເລື່ອງທີ່ເກີດຂຶ້ນມາເປັນເລື່ອງໆ ກັບຄວາມຊົງຈຳທີ່ເປັນຄວາມຮູ້ໂດຍທົ່ວໄປ ເອີ້ນວ່າ Semantic memory ຄວາມຊົງຈຳແບບທຳອິດຈະຈາງຫາຍໄປໄວກວ່າ ເຊັ່ນ: ເຮົາບໍ່ຈຳເປັນຕ້ອງຈື່ໄດ້ວ່າ ເມື່ອຫົກອາທິດກ່ອນນີ້ເຮົາໃສ່ເສື້ອສີຫຍັງ ແຕ່ການຮູ້ວ່າການລີດເສື້ອເຮັດແນວໃດ ຫຼື ເສື້ອຢູ່ບ່ອນໃດໃນຕູ້ເສື້ອຜ້າ ຄືສິ່ງທີ່ສະໝອງເຮົາເລືອກຈະເກັບຮັກສາໄວ້.

ນັກປະສາດສາດ ພົບວ່າ ການລົບຄວາມຊົງຈຳໃນສະໝອງເກີດຂຶ້ນໄດ້ດ້ວຍການສ້າງເຊວປະສາດໃໝ່ໆມາ “ທັບ” ຫຼື ແທນທີ່ເຊວປະສາດເກົ່າ ເຮັດໃຫ້ເຊວປະສາດຫຼືໂຕເຊື່ອມລະຫວ່າງເຊວປະສາດເກົ່າມີການອ່ອນແອລົງ ເຊິ່ງແທ້ໆແລ້ວກໍຄ້າຍການຂຽນຂໍ້ມູນໃໝ່ທັບລົງພື້ນທີ່ເກັບຂໍ້ມູນຂອງຄອມພິວເຕີຄືກັນ.

ຈະເຫັນໄດ້ວ່າ ການລືມ ນັ້ນສຳຄັນກັບຊີວິດເຮົາຫຼາຍ ໂດຍສະເພາະຖ້າຢາກກ້າວໄປຂ້າງໜ້າ (move on) ຫຼື ເຄື່ອນຕໍ່ໄປຂ້າງໜ້າໄດ້, ສະຫຼຸບແລ້ວ ຖ້າລືມບໍ່ໄດ້ ກໍກ້າວໄປຕໍ່ບໍ່ໄດ້ນັ້ນເອງ

ທີ່ມາ: https://adaybulletin.com/know-hereshow-forget-to-move-on/46818