ໜ່ວຍຍາມຝັ່ງສະຫະລັດອາເມຣິກາ ພົບສິ່ງທີ່ຄາດວ່າເປັນ ຊິ້ນສ່ວນຮ່າງກາຍມະນຸດໃນຊາກເຮືອດຳນ້ຳ Titan


ຊິ້ນສ່ວນຊາກເຮືອດຳນ້ຳ Titan ເຊິ່ງເກີດລະເບີດຂຶ້ນຫຼັງຈາກທີ່ພາລູກເຮືອ 5 ຄົນດຳລົງສູ່ມະຫາສະໝຸດແອັດແລນຕິກ ເພື່ອຊົມຊາກເຮືອໄທທານິກ ເມື່ອອາທິດທີ່ຜ່ານມາ ໄດ້ຖືກເກັບຂຶ້ນມາຈາກກົ້ນມະຫາສະໝຸດໂດຍເຮືອ  Horizon Arctic ຂອງປະເທດແຄນາດາ ແລະ ຖືກນຳມາສົ່ງທີ່ທ່າເຮືອເມືອງ ເຊນຈອນ ລັດຟັນແລນ.

ເມື່ອວັນທີ 28 ມິຖຸນາ 2023 ໜ່ວຍງານຍາມຝັ່ງສະຫະລັດອາເມຣິກາ ຖະແຫຼງວ່າພົບສິ່ງທີ່ຄາດວ່າເປັນ ຊິ້ນສ່ວນສົບຜູ້ໂດຍສານເຮືອດຳນ້ຳ Titan ທີ່ຖຶກເກັບກູ້ຂຶ້ນມາຈາກມະຫາສະໝຸດແອັດແລນຕິກ ໃນບໍລິເວນທີ່ຊາກເຮືອດຳນ້ຳ Titan ຈົມຢູ່ ເຊິ່ງຢູ່ໃກ້ບໍລິເວນຊາກເຮືອໄທທານິກນັ້ນເອງ.

ຫຼັກຖານໄດ້ຖືກສົ່ງໄປທີ່ສະຫະລັດອາເມຣິກາ ເພື່ອວິເຄາະຂໍ້ມູນຕໍ່ໄປ ເຊິ່ງຈະມີການທົດສອບໂດຍຄະນະກຳມະການສອບສວນທາງທະເລທີ່ຈະມີການຈັດປະຊຸມກັນໃນອາທິດນີ້ ເພື່ອດຳເນີນການສືບສວນກ່ຽວກັບກໍລະນີເຮືອດຳນ້ຳ Titan ຢ່າງເປັນທາງການ. ທາງດ້ານຜູ້ຊ່ຽວຊານທາງການແພດຂອງສະຫະລັດອາເມຣິກາ ກໍໄດ້ວິເຄາະສິ່ງທີ່ໃນຕອນນີ້ຖືກສັນນິຖານວ່າເປັນຊິ້ນສ່ວນຮ່າງກາຍຂອງມະນຸດ ທີ່ໄດ້ຮັບການເກັບກູ້ຢ່າງລະມັດລະວັງພາຍໃນຊາກເຮືອດຳນ້ຳ Titan ແຕ່ໃນເວລານີ້ ທາງການເອງກໍຍັງບໍ່ໄດ້ມີການເປິດເຜີຍຂໍ້ມູນເພີ່ມເຕີມໃດໆກ່ຽວກັບລາຍລະອຽດຂອງຊິ້ນສ່ວນມະນຸດດັ່ງກ່າວວ່າມີລັກສະນະແບບໃດ.

ການວິເຄາະຊາກເຮືອນັບຈາກນີ້ ຄົງເປັນການໄຂຂໍ້ສົງໄສໃຫ້ຄົນທົ່ວໂລກ ພ້ອມກັບຮັບຮູ້ທຸກເລື່ອງທີ່ກ່ຽວຂ້ອງກັບສາເຫດຂອງໂສກກະນາດຕະກຳຄັ້ງຮຸນແຮງທີ່ເກີດຂຶ້ນກັບເຮືອດຳນ້ຳ Titan. ນອກຈາກນີ້ບໍລິສັດ Pelagic Research Services ໄດ້ເກັບກູ້ຊາກເຮືອດຳນ້ຳຂະໜາດໃຫຍ່ມາໄດ້ 2 ອັນ ແລະ ເຄື່ອນຍ້າຍມາທ່າເຮືອເມືອງ ເຊນຈອນ ລັດຟັນແລນ ເປັນທີ່ຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/