ຮູ້ຫຼືບໍ່? ຫຼາຍສະຖານທີ່ ໃນເກົາຫຼີໃຕ້ ຕິດປ້າຍຫ້າມເດັກນ້ອຍເຂົ້າ ເພື່ອຮັກສາບັນຍາກາດດີໆ ຂອງສະຖານທີ່ນັ້ນໆໄວ້


ໃນຫຼາຍປະເທດ ການຕິດປ້າຍຫ້າມເດັກນ້ອຍ ຫຼື ກຸ່ມຄົນບາງກຸ່ມ ອາດເບິ່ງຄືເປັນການເລືອກປະຕິບັດ ເຊິ່ງເປັນເລື່ອງທີ່ຫຼາຍປະເທດບໍ່ຍອມຮັບ ແຕ່ໃນສັງຄົມເກົາຫຼີໃຕ້ ການຕິດປ້າຍຫ້າມເດັກນ້ອຍ ຫຼື ກຸ່ມຄົນບາງກຸ່ມ ເຂົ້າໃນສະຖານທີ່ຕ່າງໆ ຢ່າງ ຮ້ານອາຫານ ຮ້ານກາເຟ ຖືເປັນເລື່ອງທຳມະດາ ບໍ່ຕ່າງຫຍັງກັບ ປ້າຍທີ່ຫ້າມນຳສັດລ້ຽງເຂົ້າ ດ້ວຍເຫດຜົນທີ່ວ່າ ເພື່ອຮັກສາບັນຍາກາດດີໆ ແລະ ຄວາມສະຫງົບ ຂອງສະຖານທີ່ນັ້ນໆໄວ້.

ໂດຍເລື່ອງລາວທັງໝົດນີ້ ຕ້ອງຢ້ອນກັບໄປເມື່ອປີ 2012 ທີ່ມີປະເດັນທາງສັງຄົມ ທີ່ຮ້ານອາຫານແຫ່ງໜຶ່ງເຮັດນໍ້າແກງລວກເດັກນ້ອຍ ຈົນແມ່ເດັກນ້ອຍໄດ້ສ້າງປະເດັນຂໍຄວາມເຫັນໃຈຈາກຊາວເນັດ ວ່າຈະຟ້ອງຮ້ອງທາງຮ້ານ ສຸດທ້າຍທາງຮ້ານກໍຕ້ອງຍອມຈ່າຍຄ່າເສຍຫາຍກ້ອນໃຫຍ່ໃຫ້ກັບແມ່ຂອງເດັກ.

ເຊິ່ງໃນຕອນທຳອິດ ສັງຄົມກໍເຫັນໃຈແມ່ຂອງເດັກ ແລະ ຕຳໜິໄປທາງຮ້ານ ກ່ອນທີ່ຄະດີຈະພິກ ເພາະມີຄົນນຳວິດີໂອກ່ອນທີ່ເຫດການຈະເກີດຂຶ້ນມາເຜີຍແຜ່ ແລະ ໃຫ້ສັງຄົມເຫັນວ່າເດັກນ້ອຍທີ່ຖືກນໍ້າແກງລວກນັ້ນແລ່ນໄປແລ່ນມາໄປທົ່ວຮ້ານ ຈົນສຸດທ້າຍແລ່ນໄປຕຳພະນັກງານ ເຮັດໃຫ້ຖືກນໍ້າແກງລວກ ຈົນກາຍເປັນເລື່ອງລາວໃນທີ່ສຸດ. ກະແສເລີຍຕີກັບວ່າເປັນຫຍັງຜູ້ເປັນແມ່ຄືບໍ່ເບິ່ງລູກດີໆ ເພາະການທີ່ໃຫ້ເດັກນ້ອຍແລ່ນໄປທົ່ວຮ້ານບໍ່ແມ່ນເລື່ອງທີ່ເໝາະສົມ.

ເຫດການດັ່ງກ່າວກາຍເປັນຈຸດເລີ່ມຕົ້ນໃຫ້ທຸລະກິດຕ່າງໆ ບໍ່ຢາກໃຫ້ເດັກນ້ອຍເຂົ້າມາໃຊ້ບໍລິການ ເພາະບໍ່ຢາກໃຫ້ມີບັນຫາແບບດຽວກັນກັບຮ້ານດັ່ງກ່າວ ແລະ ອີກ 2 ປີຕໍ່ມາ ໃນປີ 2014 ປ້າຍຫ້າມເດັກນ້ອຍເຂົ້າ ຫຼື ເຂດປອດເດັກ ກໍມີເຕັມເກົາຫຼີໃຕ້ໄປແລ້ວ.

ພໍມີຮ້ານ ຫຼື ສະຖານທີ່ ທີ່ຕິດປ້າຍແບບນີ້ຫຼາຍຂຶ້ນ ຄົນເກົາຫຼີໃຕ້ຈຳນວນຫຼາຍກໍເລີ່ມຮູ້ສຶກເຖິງຄວາມສະຫງົບສຸກ ທີ່ໃນຮ້ານບໍ່ມີເດັກນ້ອຍແລ່ນໄປແລ່ນມາ ເຮັດສຽງດັງລົບກວນ ເຮັດໃຫ້ຫຼາຍໆຮ້ານຕິດປ້າຍ ຫ້າມເດັກເຂົ້າ ເພາະມັນດີຕໍ່ຍອດຂາຍ ຫຼື ເວົ້າງ່າຍໆ ກຸ່ມລູກຄ້າສ່ວນຫຼາຍຕາມສະຖານທີ່ຕ່າງໆ ພໍໃຈຫຼາຍກວ່າທີ່ຈະບໍ່ມີເດັກນ້ອຍໃນສະຖານທີ່ນັ້ນໆ. ໂດຍລູກຄ້າບາງຄົນຈະຊອກຫາຮ້ານກາເຟທີ່ມີປ້າຍ ‘ຫ້າມເດັກນ້ອຍເຂົ້າ’ ກ່ອນທີ່ຈະຕັດສິນໃຈເຂົ້າຮ້ານນັ້ນໆ.

ໃນເກົາຫຼີໃຕ້ ນອກຈາກຈະມີປ້າຍຫ້າມເດັກນ້ອຍເຂົ້າເຕັມເມືອງ ກໍຍັງມີປ້າຍຫ້າມຄົນກຸ່ມຕ່າງໆ ເຂົ້າເຊັ່ນກັນ ບໍ່ວ່າຈະເປັນ ຫ້າມຄົນສູງອາຍຸເຂົ້າ, ຫ້າມໄວໜຸ່ມເຂົ້າ, ຫ້າມອາຈານມະຫາວິທະຍາໄລເຂົ້າ, ຫ້າມ YouTuber ເຂົ້າ ແລະ ອື່ນໆ. ໂດຍການຫ້າມທັງໝົດກໍມັກຈະມີເຫດຜົນກຳກັບສະເໝີ ເຊັ່ນ ການຫ້າມຄົນສູງອາຍຸເຂົ້າ ເພາະມີສະຖິຕິວ່າຜູ້ຊາຍສູງອາຍຸປະມານ 49 ປີຂຶ້ນໄປ ມັກໄປລ່ວງລະເມີດ ຫຼື ຄຸກຄາມທາງເພດກັບ ພະນັກງານທີ່ເປັນຜູ້ຍິງ ໃນຮ້ານເມື່ອມາໃຊ້ບໍລິການ.

ຢ່າງໃດກໍຕາມ ການຕິດປ້າຍຫ້າມເດັກນ້ອຍເຂົ້າ ກໍມີອົງກອນສິດທິມະນຸດ ຫຼາຍອົງກອນ ເຄີຍອອກມາເຜີຍແຜ່ ແລະ ລົນນະລົງກັນແລ້ວຕັ້ງແຕ່ປີ 2017 ວ່າ ການເຮັດພື້ນທີ່ ທີ່ຫ້າມເດັກນ້ອຍເຂົ້າ ເປັນພຶດຕິກຳທີ່ມີລັກສະນະການເລືອກປະຕິບັດເທິງພື້ນຖານຂອງ ອາຍຸ ແລະ ເປັນການລະເມີດສິດທິປະນຸດ ຄວນຢຸດເຊົາພຶດຕິກຳພວກນີ້ໄດ້ແລ້ວ.

ແຕ່ທ້າຍທີ່ສຸດແລ້ວ ສິ່ງທີ່ເຮັດໃຫ້ ສັງຄົມເກົາຫຼີໃຕ້ ເຊິ່ງເປັນສັງຄົມທີ່ຊູເລື່ອງປະຊາທິປະໄຕນັ້ນ ຍັງຄົງດຳເນີນເລື່ອງປ້າຍຫ້າມເດັກນ້ອຍເຂົ້ານີ້ຕໍ່ໄປ ກໍຄົງຈະເປັນຄວາມເຫັນຂອງຄົນທີ່ມີຜົນການລົງຄະແນນອອກມາວ່າ 70%  ເຫັນດີເຫັນງາມກັບການທີ່ ຫຼາຍໆພື້ນທີ່ ຫ້າມບໍ່ໃຫ້ເດັກນ້ອຍເຂົ້າ ເພາະມັນເຮັດໃຫ້ບັນຍາກາດໃນພື້ນທີ່ນັ້ນໆ ດີຂຶ້ນແທ້ໆ.

ເຊິ່ງທັງໝົດນີ້ ກໍຄົງເປັນເລື່ອງທີ່ເພີ່ມຄວາມຫຍຸ້ງຍາກໃຫ້ຜູ້ເປັນພໍ່ເປັນແມ່ທັງຫຼາຍ ເພາະການລ້ຽງລູກ ກໍຍາກຢູ່ແລ້ວ ການທີ່ຮ້ານອາຫານ ຫຼື ສະຖານທີ່ຕ່າງໆ ຫ້າມເດັກນ້ອຍເຂົ້າ ກໍຍິ່ງເຮັດໃຫ້ຊີວິດຂອງຜູ້ເປັນພໍ່ແມ່ ຍາກຂຶ້ນໄປອີກ.

ຂອບໃຈຂໍ້ມູນຈາກ: Brandthink, CNN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/