Bitcoin ຣາຊາເເຫ່ງຫຼຽນ Crypto ໄດ້ກັບມາຢືນ 1 ອີກຄັ້ງ! ຫຼັງຈາກທີ່ສ່ວນເເບ່ງໃນຕະຫຼາດເພີ່ມຂຶ້ນກວ່າ 58%


Bitcoin (BTC) ໄດ້ກັບມາເປັນຕົວເຕັງຂອງນັກລົງທຶນອີກຄັ້ງ ເນື່ອງຈາກຄວາມສົນໃຈຂອງສະຖາບັນເພີ່ມສູງຂຶ້ນຈາກການກະຕຸ້ນຂອງຍັກໃຫຍ່ທາງດ້ານການເງິນຄື BlackRock, Fidelity ເເລະ Ark Invest ເຊິ່ງໄດ້ຍື່ນຂໍ້ສະເໜີກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC) ເພື່ອຂໍເປີດຕົວ Bitcoin Exchange Traded Fund (ETF)

ອີງຕາມຂໍ້ມູນຈາກ Coin Metrics ມູນຄ່າຕະຫຼາດຂອງ BTC ໄດ້ເພີ່ມຂຶ້ນສູງສຸດທຳລາຍສະຖິຕິໃໝ່ໃນປີ 2023 ທີ່ 58% ເຊິ່ງສູງສຸດນັບຕັ້ງເເຕ່ປີ 2021 ເປັນຕົ້ນມາ.

Bitcoin ເປັນສິນຊັບດິຈິຕອລຊັ້ນນຳ ເເລະ ຮັກສາຕຳເເໜ່ງສະກຸນເງິນດິຈິຕອລອັນດັບ 1 ມາເປັນເວລາຍາວນານ ລວມເຖິງມີມູນຄ່າຕາມຕະຫຼາດຢູ່ທີ່ 586 ຕື້ໂດລາ ເຊິ່ງນີ້ນັບເປັນຈຳນວນເງິນທີ່ມີມູນຄ່າສູງກວ່າ ມູນຄ່າຕາມຕະຫຼາດລວມຂອງອຸດສາຫະກຳຫຼາຍ ໂດຍມີມູນຄ່າຢູ່ທີ່ 425 ຕື້ໂດລາ (ບໍ່ລວມ Stablecoins)

ອີງຕາມລາຍງານຂອງ Coin Metrics ສ່ວນເເບ່ງໃນຕະຫຼາດຂອງ Bitcoin ໄດ້ລົດລົງໃນໄລຍະ spring ປີ 2021, ເນື່ອງຈາກນັກເທຣດຫັນໄປສົນໃຈ altcoins ທີ່ມີລາຄາຖືກກວ່າ. ເເຕ່ເຖິງເເມ່ນວ່າ, ສ່ວນແບ່ງຕະຫຼາດຂອງ BTC ກໍບໍ່ເຄີຍລົດລົງຕໍ່າກວ່າ 40%.

ຢ່າງໃດກໍຕາມ, tokens ໃໝ່ບາງຕົວຈຳເປັນຕ້ອງໄດ້ຜ່ານການກວດສອບກົດລະບຽບທີ່ເຂັ້ມງວດໃນສະຫະລັດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ BTC ມີທ່າອ່ຽງທີ່ຈະກາຍເປັນທີ່ ສົນໃຈຫຼາຍໃນປີ 2023. ທັງນີ້ສ່ວນແບ່ງຕະຫຼາດຂອງ BTC ໃນ CMBI 10, ເຊິ່ງເປັນດັດຊະນີຂອງ 10 ສະກຸນເງິນດິຈິຕອລທີ່ໃຫຍ່ທີ່ສຸດຕາມມູນຄ່າຕະຫຼາດກໍຢູ່ທີ່ 65% ສູງສຸດໃນຮອບສອງປີ.

ເມື່ອພິຈາລະນາຈາກກຸ່ມສິນຊັບຊັ້ນນຳທັງໝົດກໍເຫັນໄດ້ວ່າ Bitcoin ນັ້ນໃຫ້ຜົນຕອບເເທນໄດ້ຫຼາຍເຖິງ 85% ເມື່ອທຽບກັບສິນຊັບດິຈິຕອລຊັ້ນນຳອື່ນໆ, ໂດຍມີພຽງ 2 ລາຍການເທົ່ານັ້ນທີ່ໃຫ້ຜົນຕອບເເທນຫຼາຍກວ່າ Bitcoin ກໍຄື Bitcoin Cash (BCH) ແລະ Lido (LDO) ໂດຍໃຫ້ຜົນຕອບເເທນຫຼາຍເຖິງ 102% ເເລະ 104% ຕາມລຳດັບ

ທີ່ມາ:

https://cutt.ly/mwyLeFvT

https://cutt.ly/swyLe0d1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/