ສສຊ ແຂວງໄຊສົມບູນ ສະເໜີໃຫ້ແກ້ໄຂບັນຫາຄູອາສາ ຢາກໃຫ້ເພີ່ມໂຄຕ້າ ເພາະຄູບາງຄົນສອນມາດົນ ບາງຄົນຈົນລາອອກ


ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ວັນທີ 27 ມິຖຸນາ 2023 ໄດ້ດໍາເນີນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ສຸມໃສ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ແລະ ບັນຫາອື່ນໆ.

ທ່ານແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ປະກອບຄໍາຄິດຄໍາເຫັນບາງຕອນຕໍ່ກອງປະຊຸມວ່າ: ຜ່ານການຕິດຕາມການເຄື່ອນໄຫວ ຈັດຕັ້ງປະຕິບັດຂອງລັດຖະບານ ໂດຍຜ່ານຈາກອົງການປົກຄອງທ້ອງຖິ່ນ ເຫັນວ່າຫຼາຍໜ້າວຽກທີ່ຖືກຮັບຮອງເປັນມະຕິໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ໄດ້ຈັດຕັ້ງປະຕິບັດຢູ່ໃນສະພາບ ແລະ ເງື່ອນໄຂມີຄວາມຫຍຸ້ງຍາກ ແລະ ທ້າທາຍຈາກສະພາບ ພາຍນອກ ແລະ ພາຍໃນປະເທດຂອງພວກເຮົາ, ແຕ່ເຫັນໄດ້ວ່າລັດຖະບານໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດດັ່ງບົດລາຍງານ ທີ່ໄດ້ຍົກຂຶ້ນທັງໝົດນັ້ນໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ສາມາດປະຄັບປະຄອງເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດການທີ່ໜັກໜ່ວງ ສັງຄົມຍັງສືບຕໍ່ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສຳລັບວິທີການແກ້ໄຂໃນ 6 ເດືອນທ້າຍປີ ທີ່ລັດຖະບານໄດ້ຍົກຂຶ້ນນັ້ນ ຄະນະສະມາຊິກແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບ ແຕ່ຂໍໃຫ້ລັດຖະບານໄດ້ເຮັດແທ້ທຳຈິງ, ເຂັ້ມງວດ ເຮັດຕາມລະບຽບກົດໝາຍແທ້ໆ.

ຜ່ານການຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ການຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມານີ້ ເຫັນວ່າຍັງມີບັນຫາຄົງຄ້າງຫຍໍ້ທໍ້ຈຳນວນໜຶ່ງຢາກສະເໜີສ່ອງແສງໃຫ້ທາງລັດຖະບານໄດ້ຮັບຊາບ ເພື່ອສືບຕໍ່ແກ້ໄຂ ແລະ ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີນີ້, ຈຸດທີ 1 ໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນ 6 ເດືອນຕົ້ນປີ 2023 ຢູ່ເຂດທີ 18 ນີ້ ເຫັນວ່າ ມີສະພາບການບຸກລຸກຖາງປ່າ, ຈູດປ່າ ຫຼາຍກ່ວາທຸກປີທີ່ຜ່ານມາ ໂດຍສະເພາະແມ່ນ 3 ປະເພດປ່າ, ແຂວງໄຊສົມບູນ ມີ 98 ບ້ານ, ມີ 56 ບ້ານ ໄປບຸກລຸກປ່າ ມີ 1.202 ຄອບຄົວ, ປ່າຖືກທຳລາຍ, ມີຜົນກະທົບຕໍ່ບັນຫາເຂື່ອນທີ່ກຳລັງສ້າງ ໂດຍສະເພາະເຂື່ອນທີ່ກຳລັງສ້າງນີ້ ຈະມີຫຼາຍບັນຫາ ເພາະຈະບໍ່ມີນໍ້າ ອັນນີ້ເປັນບັນຫາສຳລັບພວກເຮົາ.

ອີກບັນຫາໜຶ່ງ ຍ້ອນບັນຫາເງິນເຟີ້ ເງິນກີບອ່ອນຄ່າ ການຄຸ້ມຄອງລາຄາສິນຄ້າອຸປະໂພກບໍລິໂພກບໍ່ທັນດີເທົ່າທີ່ຄວນ ຈຶ່ງເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຂົາເຈົ້າຈຶ່ງຫັນໄປຫາແຫຼ່ງລາຍຮັບ ເພື່ອປັບປຸງຊີວິດການເປັນຢູ່ ໂດຍສະເພາະແມ່ນໄປບຸກລຸກປ່າເພື່ອປູກມັນຕົ້ນ ອັນນີ້ແມ່ນເປັນບັນຫາຫຼາຍ, ຈຸດທີ 2 ການທົດລອງຂຸດຄົ້ນແຮ່ທາດ ສາມາດສ້າງລາຍຮັບເຂົ້າງົບປະມານຫຼາຍສົມຄວນ, ແຕ່ການລົງຕິດຕາມກວດກາຕົວຈິງ ຍັງສັງເກດເຫັນວ່າ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດ ບໍ່ທັນດີ ມີທັງການສຳຫຼວດ ແລະ ຂຸດຄົ້ນໄປພ້ອມໆກັນ ຫຼາຍບໍລິສັດບໍ່ທັນມີບົດສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ ເຕັກນິກ ແລະ ບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ສັງຄົມ ແລະ ຕໍ່ທຳມະຊາດ, ສ້າງຄວາມຫຍຸ້ງຍາກໃນການຄຸ້ມຄອງຕິດຕາມ ບັນຫາການກວດກາຄຸນະພາບ ຄວາມເຂັ້ມຂຸ້ນຂອງແຮ່ ບໍ່ມີພະນັກງານຂອງລັດ ມີແຕ່ຝ່າຍບໍລິສັດເອງ, ຄວາມເຂັ້ມຂຸ້ນແຕ່ 61,9 % ລົງມາແມ່ນໄດ້ເສຍພັນທະ 30 ໂດລາ ຕໍ່ໂຕນ, 62 % ຂຶ້ນໄປແມ່ນ 40 ໂດລາ ຕໍ່ໂຕນ, ນີ້ກໍເປັນບັນຫາບໍ່ຈະແຈ້ງ ຊິງສັ່ງນໍ້າໜັກ ແລະ ຜູ້ຄວບຄຸມສັ່ງນໍ້າໜັກແຮ່ ບໍ່ເປັນຂອງລັດ ເປັນບັນຫາໃຫ້ນໍ້າໜັກເກີນ ຕາມການຕິດຕາມກວດກາ ແລະ ການປະຕິບັດຕາມຂໍ້ກຳນົດຂອງກະຊວງໂຍທາທິການ ແລະຂົນສົ່ງ ສຳລັບລົດສິບລໍ້ ໃຫ້ບັນທຸກນໍ້າໜັກບໍ່ໃຫ້ເກີນ 23,2 ໂຕນ, ແຕ່ຜ່ານການຕິດຕາມກວດກາຕົວຈິງຍັງເຫັນວ່າບັນທຸກຮອດ 56,7 ໂຕນ ນີ້ເປັນບັນຫາທີ່ເຮັດໃຫ້ທາງເປ່ເພ ແລະ ພ້ອມກັນນັ້ນປະລິມານຂອງແຮ່ທີ່ສົ່ງອອກກໍບໍ່ຈະແຈ້ງ, ບໍລິສັດຂຸດຄົ້ນທີ່ອອກຊື່ຄົນລາວ ແຕ່ຜູ້ເຮັດຕົວຈິງບໍ່ແມ່່ນຄົນລາວ ອາດຈະແມ່ນຮຸ້ນສ່ວນ ຫຼື ວ່າ ວ່າຈ້າງມາຂຸດຄົ້ນ ນີ້ກໍເປັນບັນຫາໜຶ່ງທີ່ບໍ່ທັນໄດ້ເບິ່ງເລິກເຊິ່ງ ພາໃຫ້ປະເທດຊາດເສຍລາຍຮັບ, ຈາກນັ້ນແມ່ນການສ້າງແລວທາງເຂົ້າໄປຫາເຂດຂຸດຄົ້ນ ແລະ ບໍລິເວນຂຸດຄົ້ນ ພາໃຫ້ເກີດຜົນເສຍຫາຍຕໍ່ປ່າໄມ້ ສະເພາະເຂດເມືອງລ່ອງແຈ້ງ ເມືອງດຽວມີຜົນກະທົບຕໍ່ປ່າໄມ້ ໃນເນື້ອທີ່ 1.596 ເຮັກຕາ ຄາດຄະເນ ມີບໍລິມາດໄມ້ທີ່ເສຍຫາຍທັງໝົດ 16.396 ແມັດກ້ອນ, ຈາກນັ້ນຍັງມີຜົນກະທົບຕໍ່ດິນນາ, ດິນສວນ, ກະທົບຕໍ່ສາຍນໍ້າຕ່າງໆ ກະທົບຕໍ່ປ່າສັກສິດ ແລະ ອື່ນໆ.

ອີກບັນຫາໜຶ່ງເຫັນວ່າ ພວກເຮົາຄວນໄດ້ລາຍຮັບຈາກການຂຸດຄົ້ນແຮ່ນີ້ ໂດຍສະເພາະແມ່ນການສະໜອງກະແສໄຟຟ້າ ແຕ່ຢູ່ໃນນັ້ນກະແສໄຟຟ້າບໍ່ພຽງພໍ. ຈຸດທີ 3 ໃນຂົງເຂດການສຶກສາ ຢູ່ແຂວງໄຊສົມບູນແມ່ນ ມີຄູອາສາສະໝັກທີ່ເຮັດໜ້າທີ່ສິດສອນ ຢູ່ຊົນນະບົດ 300 ກວ່າຄົນ ແຕ່ຍ້ອນບັນຫາຊີວິດການເປັນຢູ່ ແລະ ບໍ່ໄດ້ຮັບໂຄຕ້າ ດຽວນີ້ຄູອາສາສະໝັກລາອອກໄປ 100 ກວ່າຄົນ ອັນນີ້ຈະເປັນຜົນກະທົບຕໍ່ການຮຽນ ການສອນ ໃນແຕ່ລະຊັ້ນຮຽນ, ອີກບັນຫາໜຶ່ງ ແມ່ນບັນຫາເລື່ອງນໍ້າຢູ່ໃນໂຮງຮຽນ ຜ່ານການໄປຕິດຕາມກວດກາເຫັນວ່າ ໃນຈຳນວນໂຮງຮຽນທັງໝົດຢູ່ ແຂວງໄຊສົມບູນ 157 ແຫ່ງ ມີໂຮງຮຽນຫຼາຍກ່ວາເຄິ່ງໜຶ່ງ ບໍ່ມີນໍ້າໃຊ້ ເປັນບັນຫາກະທົບຕໍ່ຄູອາຈານ ແລະນັກຮຽນ ເວລາເຮັດໜ້າທີ່ການຮຽນການສອນຢູ່ໃນໂຮງຮຽນ.

ຈຸດທີ 4 ແມ່ນການອອກໃບຕາດິນ ເພາະການອອກໃບຕາດິນຈະຊ່ວຍໃຫ້ສະກັດກັ້ນການລັກລອບເອົາດິນຂອງລັດ ແລະ ເປັນການນຳເອົາງົບປະມານ ເຂົ້າມາສູ່ງົບປະມານຂອງລັດໄດ້ຫຼາຍ ແຕ່ຢູ່ໃນແຂວງໄຊສົມບູນ ຕາມຄາດໝາຍປີ 2023 ແມ່ນ 15.576 ຕອນ ປະຕິບັດ 6 ເດືອນຜ່ານມາໄດ້ແຕ່ 4.263 ຕອນ, ເນື່ອງຈາກວ່າ ຂາດພະນັກງານ, ສຸດທ້າຍແມ່ນ ບັນຫາພື້ນຖານໂຄງລ່າງກ່ຽວກັບການທ່ອງທ່ຽວ ເພາະການທ່ອງທ່ຽວສາມາດສ້າງລາຍຮັບໄດ້ຫຼາຍ ເປັນຕົ້ນແມ່ນ 5 ປັດໄຈທີ່ພາໃຫ້ເກີດການທ່ອງທ່ຽວ.

ຂໍ້ມູນຈາກ: ປະເທດລາວ Phathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/