Freddie Mercury ຣາຊິນີເພງ Rock ກັບຄວາມຮັກທີ່ຫຼາຍກວ່າຄຳວ່າເພດ


Freddie Mercury ຜູ້ທີ່ເກີດມາເພື່ອເປັນຕຳນານ ແລະ ກ້າເວົ້າວ່າຕົນເອງເປັນ “ເກ” ທີ່ກາຍເປັນຣາຊິນີເພງ Rock ເຊິ່ງໄດ້ຜະລິດຜົນງານທີ່ເປັນເພງເໜືອການເວລາຜ່ານມາ 50 ກວ່າປີ ບົດເພງຂອງຣາຊິນີຄົນນີ້ກໍຍັງຄຸ້ນຫູຈົນຮອດປັດຈຸບັນ.

ມື້ນີ້ທາງ LaoX ຈະມາພາມາຮູ້ຈັກຕຳນານຣາຊິນີເພງ Rock ກັບເລື່ອງຄວາມຮັກທີ່ຫຼາຍກວ່າຄຳວ່າເພດ ຂອງ Freddie Mercury ນັກຮ້ອງນຳຈາກວົງໃນຕຳນານ Queen.

Farrokh Bulsara ຫຼື Freddie Mercury ເກີດໃນວັນທີ 5 ກັນຍາ 1946 ເກີດທີ່ເມືອງ ສະໂຕນທາວ ໝູ່ເກາະ Zanzibar (ປັດຈຸບັນປ່ຽນຊື່ເປັນປະເທດ ແທນຊາເນຍ) ຄອບຄົວ Freddie Mercury ມີທັງໝົດ 4 ຄົນ ມີພໍ່, ແມ່, ຕົວຂອງລາວເອງ ແລະ ນ້ອງສາວ ໂດຍທີ່ Freddie ໄດ້ຮູ້ຈັກດົນຕີຄັ້ງທຳອິດຈາກການຮຽນເປຍໂນ ແລະ ໄດ້ເຂົ້າຮຽນທີ່ໂຮງຮຽນ St.Peter’s ເຊິ່ງເປັນໂຮງຮຽນຊາຍລ້ວນ. ລາວຮຽນໜັງສືຄວບຄູ່ກັບການຮຽນດົນຕີ ຈາກນັ້ນກໍໄດ້ປ່ຽນຊື່ຈາກ Farrokh ເປັນ Freddie Mercury.

ເສັ້ນທາງດົນຕີຂອງ Freddie Mercury ເລີ່ມຕອນອາຍຸ 17 ປີ ໄດ້ອອກຈາກໂຮງຮຽນເນື່ອງຈາກເສັງບໍ່ໄດ້ ພ້ອມມີການປະຕິວັດໃນເມືອງທີ່ອາໄສ ເຊິ່ງຕອນນັ້ນຄອບຄົວໄດ້ຍ້າຍຖິ່ນຖານມາຢູ່ປະເທດອັງກິດ ແລະ ໄດ້ເຂົ້າຮຽນຕໍ່ຢູ່ Ealing Art College ເປັນໂຮງຮຽນສາຍອາຊີບທາງດ້ານສິລະປະ. ເມື່ອຈົບການສຶກສາ ທາງ Freddie Mercury ໄດ້ເຂົ້າເຮັດວຽກຢູ່ທີ່ສະໜາມບິນ Heathrow.

ຈົນເມື່ອມາເຖິງອາຍຸ 23 ປີຫຼືປີ 1969 Freddie ໄດ້ເຂົ້າຮ່ວມກັບວົງດົນຕີທີ່ມີຊື່ວ່າ “ໄອບິກ” ແລະ ໄດ້ປ່ຽນຊື່ວ່າ “ເລັກເກດ” ສຸດທ້າຍກໍອອກໄດ້ອອກຈາກວົງເນື່ອງຈາກມີປັນຫາຈຶ່ງໄດ້ຍ້າຍໄປຢູ່ວົງທີ່ມີຊື່ວ່າ “Sour Milk Sea” ແຕ່ກໍຢູ່ໄດ້ບໍ່ຮອດປີ ນັກຮ້ອງນຳຂອງວົງກໍໄດ້ອອກຈາກວົງໄປ ຈຶ່ງເຮັດໃຫ້ Freddie Mercury ໄດ້ຄວ້າໂອກາດເປັນນັກຮ້ອງນຳຂອງວົງ ແລະ ໄດ້ປ່ຽນຊື່ວົງມາເປັນ Queen ພ້ອມກັບເປີດຮັບສະໝັກມືເບສຈົນໃນປີ 1971 ກໍໄດ້ມືເບສມາ ຈຶ່ງກາຍມາເປັນວົງ 4 ຄົນໃນປັດຈຸບັນ ປະກອບດ້ວຍ Freddie Mercury ນັກຮ້ອງນຳ, Brian May ມືກີຕ້າ, Roger Taylor ມືກອງ ພ້ອມກັບເປັນໝູ່ສະໜິດຂອງ Freddie Mercury ແລະ John Deacon ເຊິ່ງເປັນຄົນສຸດທ້າຍທີ່ເຂົ້າມາ.

ແນ່ນອນວ່າວົງ Queen ນັ້ນເລີ່ມປ່ອຍອາລະບ້ຳທຳອິດໃນປີ 1973 ແຕ່ກໍຍັງບໍ່ເປັນທີ່ຮູ້ຈັກຫຼາຍເທົ່າໃດ ແຕ່ຄວາມພະຍາຍາມຂອງວົງນັ້ນກໍສຳເລັດຜົນ. ໃນປິ 1975 ໄດ້ປ່ອຍອາລະບ້ຳ “A night at the Opera” ເຊິ່ງເພງ “Bohemian Rhapsody” ກໍໂດ່ງດັງສຸດຂີດ ກາຍເປັນທີ່ຮູ້ຈັກ ແລະ ໃນປີ 1977 ກໍໄດ້ປ່ອຍອາລະບ້ຳເພງ “New of the World” ເປັນອາລະບ້ຳທີ່ມີເພງລະດັບຕຳນານໄວ້ທັງ 2 ເພງຢ່າງເພງ “We will rock you” ແລະ ເພງ “We are the champions” ເຊິ່ງຫຼັງຈາກນັ້ນກໍປະສົບຄວາມສຳເລັດຢ່າງຫຼວງຫຼາຍ ພ້ອມກັບກາຍເປັນຕຳນານມາເຖິງປັດຈຸບັນ.

ເລື່ອງລາວຄວາມຮັກຂອງ Freddie Mercury ອາດຈະເວົ້າໄດ້ວ່າບໍ່ແມ່ນຄົນທີ່ປະສົບຄວາມສຳເລັດໃນດ້ານຄວາມຮັກ ຄັ້ງໜຶ່ງ Freddie Mercury ເຄີຍຄົບກັບຜູ້ຍິງຄົນໜຶ່ງທີ່ຊື່ວ່າ Mary Austin ເປັນເວລາດົນກວ່າ 7 ປີ ພ້ອມກັບຕັດສິນໃຈທີ່ຈະແຕ່ງງານກັນ ແຕ່ເປັນໄລຍະທີ່ໄດ້ຄົ້ນພົບວ່າຕົນເອງເປັນ “ເກ” ແລະ ປະກາດໃຫ້ແຟນເພງໄດ້ຮັບຮູ້.

ເມື່ອລາວເປີດຕົວ Freddie Mercury ກໍໄດ້ໃຊ້ຊີວິດແບບເຕັມທີ່ ແລະ ປ່ຽນແຟນໜຸ່ມແບບບໍ່ຊ້ຳໜ້າ ຫຼາຍໆຄົນກໍຕ່າງສົງໄສວ່າເປັນຫຍັງຄືບໍ່ມີໃຜມາແທນ Mary ໂດຍທີ່ Freddie Mercury ເອງກໍເຄີຍໃຫ້ສຳພາດວ່າ “ບໍ່ມີໃຜແທນໄດ້ ເພາະ Mary ຄືໝູ່ທີ່ດີສຳລັບຂ້ອຍ” ເຖິງແມ່ນວ່າທັງສອງ ຈະມີຄູ່ຮັກກໍຍັງເປັນໝູ່ທີ່ດີຕໍ່ກັນມາ.

ປີ 1987 Freddie Mercury ໄດ້ກວດພົບວ່າຕົນເອງຕິດເຊື້ອ HIV ເຊິ່ງຍຸກນັ້ນຍັງເປັນໂຣກໃໝ່ທີ່ລະບາດໂດຍສະເພາະໃນກຸ່ມຊາຍຮັກຊາຍ ແລະ ຍັງບໍ່ມີຢາຕ້ານໂຣກ ໂດຍຄາດການວ່າອາດຈະຕິດເຊື້ອມາຈາກ ນິດໄສສ່ວນຕົວອອກໄປທ່ຽວກາງຄືນ ແລະ ມັກປາຕີ້ເລື່ອງຢ່າງວ່າ ແຕ່ Freddie Mercury ເອງກໍມີຊາຍຄົນທີ່ເຄີຍຮ່ວມທຸກຮ່ວມສຸກກັນມານັ້ນກໍຄື Jim Hutton ທີ່ເປັນຄົນປະຕິເສດທີ່ຈະແຍກທາງເມື່ອຮູ້ວ່າ Freddie Mercury ຕິດເຊື້ອ ພ້ອມຍັງຢູ່ດູແລເບິ່ງແຍງຈົນນາທີສຸດທ້າຍຂອງ Freddie Mercury ໃນວັນທີ 22 ພະຈິກ 1991.

ແຕ່ກ່ອນຈາກໄປ Freddie Mercury ກໍໄດ້ປະກາດວ່າຕົນເອງເປັນຜູ້ປ່ວຍໂຣກ HIV ພ້ອມກັບຂຽນພິໄນກຳຍົກຊັບສິນລວມທັງເຮືອນ Garden Lodge ໃຫ້ກັບ Mary ແລະ Mary ເອງກໍໄດ້ເຮັດຕາມຄຳສັນຍາຂອງ Freddie Mercury ທີ່ນຳເອົາອັດຖິອອກໄປຢາຍຢູ່ແຕ່ລະແຫ່ງ.

Freddie Mercury ອາດຈະເວົ້າໄດ້ວ່າເປັນຄົນທີ່ພູມໃຈກັບການເປັນກຸ່ມຄົນຫຼາກຫຼາຍທາງເພດ ບໍ່ວ່າຈະກ້າເປີດຕົວວ່າຕົນເອງເປັນເກ ແລະ ຍັງມີເພງທີ່ເປີດເຜີຍຄວາມເປັນເກ ຜ່ານບົດເພງຕ່າງໆຂອງ ຣາຊິນີເພງ Rock ຢ່າງ Freddie Mercury.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/