ສະຫະລັດອາເມຣິກາ ຍົກເລີກການໃຊ້ບັນຈຸພັນທີ່ມີສານເຄມີຕະຫຼອດການ


ສຳນັກຂ່າວຕ່າງປະເທດລາຍງານວ່າ ຄະນະກຳມະການ ອາຫານ ແລະ ຢາ ຂອງສະຫະລັດອາເມຣິກາ (FDA) ອອກມາຖະແຫຼງການວ່າ ບໍລິສັດຜູ້ປະກອບການໃນສະຫະລັດໃຫ້ຄຳໝັ້ນຕໍ່ FDA ໃນການບໍ່ຈຳໜ່າຍບັນຈຸພັນທີ່ມີສ່ວນປະກອບຂອງ Perfluoro- and Polyfluorinated Alkyl Substances (PFAS).

ໝາຍຄວາມວ່າ ນັບຈາກນີ້ເປັນຕົ້ນໄປ ບັນຈຸພັນທີ່ມີສ່ວນປະກອບຂອງສານ PFAS ເຊິ່ງສ່ວນໃຫຍ່ໃຊ້ເປັນພາຊະນະສຳລັບອາຫານຫຼາຍຊະນິດ ລວມໄປຮອດປ໊ອບຄອນ  ແລະ ອາຫານທີ່ມີໄຂມັນສູງຈະທະຍອຍຫາຍອອກໄປໃນຕະຫຼາດຂອງສະຫະລັດອາເມຣິກາ.

ໂດຍສານ PFAS ປະກອບໄປດ້ວຍຄາບອນ ແລະ ຟູອໍຣີນ ໃຊ້ກັນຢ່າງແຜ່ຫຼາຍໃນເຊີງພານິດ ແລະ ອຸດສາຫະກຳ. ຢ່າງໃດກໍຕາມ ມີຜົນການສຶກສາວິໄຈໄດ້ຮັບການເຜີຍແຜ່ອອກມາຂຶ້ນໃນໄລຍະຫຼັງວ່າ ສານ PFAS ເຊິ່ງພົບໄດ້ໃນນ້ຳດື່ມ ອາດມີສ່ວນໃຫ້ເກີດມະເຮັງ ແລະ ເປັນບັນຫາສິ່ງແວດລ້ອມ ຈຶ່ງເປັນທີ່ມາຂອງການເອີ້ນວ່າ “ສານເຄມີຕະຫຼອດການ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/