ຮູບງາມ ແຖມໃຈດີ! Lee Know Stray Kids ບໍລິຈາກເງິນກວ່າ 100 ລ້ານວອນໃຫ້ແກ່ເດັກນ້ອຍ


ເປັນອີກໜຶ່ງຂ່າວທີ່ຮູ້ສຶກອຸ່ນໃຈ ເມື່ອ Lee Know Stray Kids ໄດ້ບໍລິຈາກເງິນ 100 ລ້ານວອນໃຫ້ກັບມູນນິທິ World Vision ໃນການຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາດລະດັບໂລກ ເຮັດໃຫ້ກາຍເປັນສະມາຊິກແຫ່ງອົງກອນການກຸສົນ Bob Pierce Honor Club ທີ່ມີອາຍຸນ້ອຍທີ່ສຸດ.

ທາງ World Vision ໄດ້ອອກມາແຕ່ງຕັ້ງໃຫ້ Lee Know Stray Kids ເປັນສະມາຊິກແຫ່ງອົງກອນການກຸສົນ Bob Pierce Honor Club ໂດຍກາຍເປັນຜູ້ສະໜັບສະໜູນທີ່ມີຍອດບໍລິຈາກສະສົມເປັນເງິນ 100 ລ້ານວອນ ເພື່ອນຳໄປສ້າງປະໂຫຍດພ້ອມກັບການແກ້ໄຂບັນຫາຕ່າງໆທົ່ວໂລກ.

ກ່ອນໜ້ານີ້ ໃນເດືອນກຸມພາທາງ Lee Know Stray Kids ກໍໄດ້ມີສ່ວນຮ່ວມໃນກິດຈະກຳບັນເທົາສຸກເສີນຫຼັງເຫດການແຜ່ນດິນໄຫວໃນຄັ້ງໃຫຍ່ຕຸຣເຄຍ ແລະ ຊີເຣຍ ແລະ ຫຼາຍໄປກວ່ານັ້ນ ຍັງສະໜັບສະໜູນເດັກນ້ອຍໃນຕ່າງແດນຕັ້ງແຕ່ປີ 2014 ໂດຍປັດຈຸບັນໄດ້ສະໜັບສະໜູນທັງໃນ ແລະ ນອກປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/