ແຂວງຊຽງຂວາງສົ່ງອອກແຮ່ທາດ ກວ່າ 774,43 ຕື້ກີບ ລື່ນແຜນການກວ່າ 5 ເທົ່າຕົວ


ປີ 2023 ທີ່ຜ່ານມາ ຂະແໜງອຸດສາຫະກຳ ແລະ ການຄ້າ ຊຽງຂວາງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີມູນຄ່າການຄ້າທັງໝົດ ກວ່າ 1.671 ຕື້ກີບ ໂດຍໄດ້ຮັບອານິສົງຈາກການສົ່ງອອກແຮ່ທາດຕ່າງໆ ທີ່ມີມູນຄ່າກວ່າ 774,43 ຕື້ກີບ, ລື່ນແຜນການກວ່າ 5 ເທົ່າຕົວ.

ໃນນັ້ນ ມີມູນຄ່າສົ່ງອອກສິນຄ້າໄດ້  1.035,64 ຕື້ກີບ, ລື່ນແຜນການປີກວ່າ 2 ເທົ່າຕົວ, ນຳເຂົ້າທັງໝົດ 636,98 ຕື້ກີບ, ເທົ່າກັບ 95,58% ຂອງແຜນການປີ ເກີນດຸນການຄ້າປະມານ 399 ຕື້ກີບ.

ໂດຍສິນຄ້າຂາອອກຕົ້ນຕໍຂອງແຂວງ ຊຽງຂວາງ ໃນປີທີ່ຜ່ານມານອກຈາກແຮ່ທາດທີ່ເປັນສິນຄ້າສົ່ງອອກຫຼັກແລ້ວ ກໍຍັງມີສິນຄ້າກະສິກຳ ແລະ ສັດລ້ຽງມູນຄ່າ 176,33 ຕື້ກີບ, ເທົ່າກັບ 57,18% ຂອງແຜນການປີ; ສະບຽງອາຫານ ມູນຄ່າ 58,24 ຕື້ກີບ, ສິນຄ້າໝວດອຸດສາຫະກຳ 10,98 ຕື້ກີບ, ລື່ນແຜນການປີ 5 ເທົ່າຕົວ, ປະເພດໄມ້ ແລະ ຜະລິດຕະພັນໄມ້ມູນຄ່າ 14,04 ຕື້ກີບ, ເທົ່າກັບ 66,25% ຂອງແຜນການປີ ແລະ ເຄື່ອງປ່າຂອງດົງ ມູນຄ່າ 1,62 ຕື້ກີບ, ເທົ່າກັບ 75,75%, ຂອງແຜນການປີ.

ສ່ວນສິນຄ້ານຳເຂົ້າແມ່ນນ້ຳມັນເຊື້ອໄຟ ແລະ ອາຍແກັດ ມູນຄ່າ 230,79 ຕື້ກີບ, ເທົ່າກັບ 71,85% ຂອງແຜນການປີ, ກວມ 36,23% ຂອງສິນຄ້ານຳເຂົ້າທັງໝົດ. ສິນຄ້າຮັບໃຊ້ການຜະລິດກະສິກຳ ມູນຄ່າ 99,09 ຕື້ກີບ, ອຸປະກອນ ແລະ ເຄື່ອງກໍ່ສ້າງ ມູນຄ່າ 31,73 ຕື້ກີບ,  ອຸປະກອນເຄື່ອງໄຟຟ້າ ມູນຄ່າ 2,78 ຕື້ກີບ, ສະບຽງອາຫານ ມູນຄ່າ 41,16 ຕື້ກີບ. ເຮັດໃຫ້ແຂວງເກີນດຸນການຄ້າ 398,66 ຕື້ກີບ.

ໂດຍອີງຕາມການລາຍງານຂອງໜັງສືພີມ ປະຊາຊົນ,ປັດຈຸບັນ ທົ່ວແຂວງມີໂຮງງານອຸດສາຫະກຳ ແລະ ຫັດຖະກຳ ທັງໝົດ 275 ແຫ່ງ, ໃນນັ້ນ ໂຮງງານອຸດສາຫະກຳມີ 204 ແຫ່ງ, ໂຮງງານຂະໜາດໃຫຍ່ ມີ 14 ແຫ່ງ, ໂຮງງານຂະໜາດກາງ ມີ 18 ແຫ່ງ, ໂຮງງານຂະໜາດນ້ອຍ ມີ 148 ແຫ່ງ, ໂຮງງານຂະໜາດນ້ອຍແບບຄອບຄົວມີ 24 ແຫ່ງ ແລະ ຫັດຖະກໍາ ມີ 71 ແຫ່ງ, ມູນຄ່າການຜະລິດອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 3.867,33 ຕື້ກີບ, ລື່ນແຜນການປີ 11 ເທົ່າຕົວ. ໃນນັ້ນ, ມູນຄ່າອຸດສາຫະກຳປະຕິບັດໄດ້ 3.786,68 ຕື້ກີບ, ລື່ນແຜນການປີ 15 ເທົ່າຕົວ ແລະ ມູນຄ່າຫັດຖະກຳປະຕິບັດໄດ້ 80,65 ຕື້ກີບ, ເທົ່າກັບ 80,70% ຂອງແຜນການປີ, ປັດຈຸບັນທົ່ວແຂວງມີຕະຫຼາດທັງໝົດ 50 ແຫ່ງ, ຕະຫຼາດໃຫຍ່ ມີ 2 ແຫ່ງ, ຕະຫຼາດຂະໜາດກາງ ມີ 11 ແຫ່ງ, ຕະຫຼາດນ້ອຍ ມີ 37 ແຫ່ງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/