ໂຄງການອາຫານໂລກຂອງສະຫະປະຊາຊາດຄວ້າຮາງວັນໂນເບລ ສາຂາສັນຕິພາບ 2020

ຄະນະກຳມະການຮາງວັນໂນເບລສາຂາສັນຕິພາບຂອງນໍເວ ມີມະຕິໃຫ້ມອບຮາງວັນປະຈຳປີນີ້ໄດ້ແກ່ໂຄງການອາຫານໂລກ (WFP) ຂອງສະຫະປະຊາຊາດ ເນື່ອງຈາກມີຜົນງານໂດດເດັ່ນທາງດ້ານຄວາມພະຍາຍາມກຳຈັດຄວາມອຶດຫິວທົ່ວໂລກ.

ຄຳຖະແຫຼງຂອງຄະນະກຳມະການຜູ່ມອບຮາງວັນລະບຸວ່າ “ໂຄງການອາຫານໂລກໄດ້ປະຕິບັດຕົນເປັນພະລັງຂັບເຄື່ອນເພື່ອໃຫ້ເກີດຄວາມພະຍາຍາມປ້ອງກັນ-ຂັດຂວາງການໃຊ້ຄວາມອຶດຫິວເປັນອາວຸດ ທັງໃນສົງຄາມ ແລະ ຄວາມຂັດແຍ່ງ”

ນາງເບຣິດ ໄຣສ໌ ອອນເດີເຊນ ປະທານຄະນະກຳມະການຮາງວັນໂນເບລສາຂາສັນຕິພາບກ່າວວ່າ “ການຕັດສິນໃຈມອບຮາງວັນໃນປີນີ້ ມາຈາກຈຸດມຸ່ງໝາຍຂອງຄະນະກຳມະການທີ່ຢາກໃຫ້ທົ່ວໂລກຫັນມາໃຫ້ຄວາມສົນໃຈຕໍ່ຜູ້ຄົນຈຳນວນຫຼາຍລ້ານ ເຊິ່ງຕ້ອງທົນທຸກທໍລະມານ ຫຼື ກຳລັງພົບພໍ້ກັບໄພຈາກຄວາມອຶດຫິວ”

“ໂຄງການອາຫານໂລກໄດ້ມີບົດບາດສໍາຄັນໃນການດໍາເນີນຄວາມຮ່ວມມືພະຫຸພາຄີ ເພື່ອສ້າງຄວາມໝັ້ນຄົງທາງອາຫານໃຫ້ເປັນເຄື່ອງມືຄ້ຳຈຸນສັນຕິພາບ”

ກ່ອນໜ້ານີ້ໂຄງການອາຫານໂລກຂອງສະຫະປະຊາຊາດໄດ້ປະເມີນວ່າ ສາມາດຊ່ວຍເຫຼືອຜູ່ຄົນທີ່ອຶດຫິວໄດ້ປີລະ 97 ລ້ານຄົນ ໃນ 88 ປະເທດ, ສ່ວນໂຄສົກຂອງໂຄງການຖະແຫຼງຮັບຊາບຜົນການຕັດສິນວ່າ ການປະກາດຜົນຮາງວັນໃນຄັ້ງນີ້ຖືເປັນ “ຊ່ວງເວລາແຫ່ງຄວາມພາກພູມໃຈ” ຂອງທາງອົງກອນຢ່າງແທ້ຈິງ.

ໃນປີທີ່ມີບຸກຄົນທີ່ໄດ້ຮັບການສະເໜີຊື່ເພື່ອເຂົ້າຊິງຮາງວັນໂນເບລສາຂາສັນຕິພາບລວມ 211 ຄົນ ແລະ ຍັງມີອີກ 107 ອົງກອນທີ່ໄດ້ຮັບການສະເໜີຊື່ດ້ວຍເຊັ່ນກັນ ໂດຍລາຍຊື່ຂອງບຸກຄົນ ແລະ ອົງກອນເຫຼົ່ານີ້ຈະຖືກປິດເປັນຄວາມລັບໄວ້ຢ່າງໜ້ອຍ 50 ປີ.

ຢ່າງໃດກໍຕາມ ມີລາຍງານວ່າອົງກອນອະນາໄມໂລກ (WHO) ແລະ ເກຣຍຕາ ທຸນແບ ນັກໂຄສະນາລຮຸ່ນໃໝ່ ຜູ່ທີ່ມຸ່ງໝັ້ນຢຸດຢັ້ງການປ່ຽນແປງສະພາບພູມອາກາດໂລກ ຕ່າງກໍເປັນຕົວເຕັງທີ່ຖືກນຳສະເໜີຊື່ເຂົ້າຮັບຮາງວັນໂນເບລສາຂາສັນຕິພາບ ປະຈຳປີ 2020 ດ້ວຍ.

ທີ່ມາ: https://www.bbc.com/thai/international-54477185