ເປຣູພົບ “ເສັ້ນນາສກາ” ຮູບແມວເທິງໜ້າຜາ ເກົ່າແກ່ຫຼາຍກວ່າ 2000 ປີ!!!


ເມື່ອວັນທີ 18 ຕຸລາ ເວັບໄຊຂ່າວເດລີເມວ ລາຍງານໂດຍອ້າງຄຳເປີດເຜີຍຂອງນັກບູຮານວິທະຍາໃນເປຣູ ທີ່ຄົ້ນພົບ “ເສັ້ນນາສກາ” (Nazca line) ແຫ່ງໃໝ່ ຢູ່ເທິງເນີນພູກາງທະເລຊາຍນາສກາ ທາງທິດໃຕ້ຂອງເປຣູ ໂດຍເປັນຮູບແມວທີ່ມີຄວາມຍາວປະມານ 36.5 ແມັດ ແຕ່ລະເສັ້ນມີຄວາມກວ້າງປະມານ 12-15 ນິ້ວ ເຊິ່ງຄາດວ່າເກີດຂຶ້ນເມື່ອ 2,200 ປີທີ່ຜານມາ ຫຼື ຍ້ອນໄປໃນສະໄໝຍຸກວັດທະນະທໍາປາຣາຄາສ ຊ່ວງ 500 ປີກ່ອນ ຄ.ສ. ຈົນຮອດປີ ຄ.ສ. 200.

ນັກບູຮານວິທະຍາເຊື່ອວ່າເສັ້ນນາສກາຮູບແມວທີ່ພົບຫຼ້າສຸດນີ້ ເປັນໜຶ່ງໃນກຸ່ມລາຍເສັ້ນນາສກາທີ່ເຄີຍຖືກຄົ້ນພົບຕາມຈຸດຕ່າງໆໃນບໍລິເວນທະເລຊາຍແຫ່ງນີ້ ເປັນລາຍເສັ້ນຫຼາຍຮູບແບບແຕກຕາງກັນໄປກວ່າ 300 ແບບ ຕັ້ງແຕ່ສັດໄປເຖິງພືດນາໆຊະນິດ ໂດຍເປັນການຄົ້ນພົບໃນຂະນະທີ່ກໍາລັງສໍາຫຼວດ ເພື່ອເຮັດເປັນເສັ້ນທາງໃຫ້ນັກທ່ອງທ່ຽວ ທ່ຽວຊົມເສັ້ນທາງນາສກາ ທີ່ຢູ່ລຽບເສັ້ນທາງໄຮເວແພນ-ອາເມຣິກັນ ເຊິ່ງຍາວຕັ້ງແຕ່ລັດອະລາສກາຂອງສະຫະລັດອາເມຣິກາ ໄປຈົນເຖິງປະເທດອາເຈນຕິນາ.

ກະຊວງວັດທະນະທຳເປຣູເຜີຍວ່າ ລາຍເສັ້ນນາສກາຮູບແມວນີ້ ຕອນທຳອິດແມ່ນບໍ່ມີໃຜສັງເກດເຫັນມາກ່ອນ ເນື່ອງຈາກລາຍເສັ້ນຢູ່ເທິງເນີນພູທີ່ມີຄວາມຊັນ ແລະ ຖືກກັດເຊາະໄປຕາມທຳມະຊາດຫຼາຍແລ້ວ ແຕ່ໃນຊ່ວງອາທິດທີ່ຜ່ານມາ ທາງທີມງານສຳຫຼວດເສັ້ນທາງເຂົ້າໄປພົບເຫັນເຖິງລາຍເສັ້ນທີ່ບໍ່ໄດ້ເກີດຂຶ້ນເອງຕາມທຳມະຊາດແຫ່ງນີ້.

ເສັ້ນ ນາສກາ ເປັນລັກສະນະເສັ້ນ ທີ່ຖືກສ້າງໂດຍມະນຸດບູຮານ ເຊື່ອກັນວ່າ ມະນຸດຍຸກກ່ອນ ເຮັດເພື່ອບູຊາເທບພະເຈົ້າທີ່ຢູ່ເທິງຟ້າ ຕາມຄວາມເຊື່ອຂອງເຂົາເຈົ້າ ເຮັດໃຫ້ລັກສະນະຂອງເສັ້ນ ຈະມີຂະຫນາດໃຫຍ່ ແລະກິນພື້ນທີ່ເປັນບໍລິເວນກວ້າງ.

ທີ່ມາ: https://www.thairath.co.th/news/foreign/1956449