ຫວຽດນາມ ເປີດເກມຍາດທຶນໂລກ ຍົກລະດັບ ສູ່ຖານການຜະລິດເຕັກໂນໂລຊີມູນຄ່າສູງ
ລັດຖະບານຫວຽດນາມກຽມຍົກລະດັບແຂວງ “ບັກນິງ” (Bac Ninh) ແລະ “ກວາງນິງ” (Quang Ninh) ຂຶ້ນເປັນນະຄອນທີ່ຂຶ້ນກັບສູນກາງ ເພື່ອເລັ່ງອະນຸມັດໂຄງການຍັກໃຫຍ່ ແລະ ພັດທະນາໂຄງລ່າງພື້ນຖານໂດຍກົງ. ການເຄື່ອນໄຫວນີ້ແນໃສ່ປ່ຽນຜ່ານສອງພື້ນທີ່ເສດຖະກິດຫຼັກໃຫ້ກາຍເປັນຂົ້ວການເຕີບໂຕໃໝ່ ແລະ ດຶງດູດການລົງທຶນດ້ານເຕັກໂນໂລຊີຂັ້ນສູງຈາກທົ່ວໂລກ.
ອີງຕາມລາຍງານຂອງສຳນັກຂ່າວນິກເກອິເອເຊຍ ສະພາແຫ່ງຊາດຫວຽດນາມມີກຳນົດລົງມະຕິຮັບຮອງຂໍ້ສະເໜີດັ່ງກ່າວພາຍໃນເດືອນນີ້ ເຊິ່ງສະຖານະໃໝ່ຈະຊ່ວຍໃຫ້ລັດຖະບານກາງສາມາດເຂົ້າໄປມີບົດບາດໂດຍກົງໃນການວາງແຜນການລົງທຶນ ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກ ແລະ ເລັ່ງລັດການອະນຸມັດໂຄງການຕ່າງໆໃຫ້ໄວຂຶ້ນ.
ທ່ານ ຫງວຽນ ຕຽນ ຫາຍ ລັດຖະມົນຕີກະຊວງພາຍໃນຫວຽດນາມ ຊີ້ແຈງວ່າ ນີ້ບໍ່ແມ່ນພຽງແຕ່ການປ່ຽນແປງສະຖານະການປົກຄອງ ແຕ່ເປັນຍຸດທະສາດການປັບໂຄງສ້າງເພື່ອສ້າງຂົ້ວການເຕີບໂຕໃໝ່ໃຫ້ກັບເຂດສາມລ່ຽມປາກແມ່ນ້ຳແດງ ແລະ ເສດຖະກິດຂອງປະເທດໃນພາບລວມ.
ສຳລັບ “ບັກນິງ” ນັ້ນຖືເປັນຫົວໃຈສຳຄັນຂອງອຸດສາຫະກຳເອເລັກໂຕຣນິກຫວຽດນາມ ທີ່ດຶງດູດບໍລິສັດຍັກໃຫຍ່ຢ່າງ Samsung, Foxconn, Goertek ແລະ Luxshare.
ໃນປີ 2025 ບັກນິງຍັງເປັນພື້ນທີ່ທີ່ມີການສົ່ງອອກຫຼາຍທີ່ສຸດຂອງປະເທດ ດ້ວຍມູນຄ່າສູງເຖິງ 9,3 ໝື່ນລ້ານໂດລາສະຫະລັດ ຫຼື ເກືອບ 20% ຂອງການສົ່ງອອກທັງໝົດ ໂດຍມີຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສະສົມເຖິງ 4,1 ໝື່ນລ້ານໂດລາສະຫະລັດ ໃນກາງປີທີ່ຜ່ານມາ.
ນອກຈາກນີ້ ຍັງມີແຜນເປີດນຳໃຊ້ສະໜາມບິນນານາຊາດ “Gia Binh” ໃນປີ 2027 ເຊິ່ງຈະກາຍເປັນປະຕູການຄ້າແຫ່ງໃໝ່ຂອງພາກເໜືອ ແລະ ຊ່ວຍຫຼຸດຜ່ອນຄວາມແອອັດຂອງສະໜາມບິນໂນ້ຍບ່າຍໃນນະຄອນຫຼວງຮ່າໂນ້ຍ.
ໃນຂະນະດຽວກັນ “ກວາງນິງ” ເຊິ່ງເປັນທີ່ຕັ້ງຂອງອ່າວຮາລອງ ກໍພວມປ່ຽນຜ່ານຈາກເສດຖະກິດທີ່ເພິ່ງພາແຕ່ເໝືອງຖ່ານຫີນ ມາເປັນຖານການຜະລິດ, ການຄ້າ ແລະ ການທ່ອງທ່ຽວ ດ້ວຍອັດຕາການເຕີບໂຕສູງສຸດໃນປະເທດເຖິງ 11,9% ໃນປີຜ່ານມາ.
ພື້ນທີ່ນີ້ຍັງມີທ່າແຮງລົ້ນເຫຼືອໃນການເປັນປະຕູເຊື່ອມຕໍ່ລະບົບຕ່ອງໂສ້ອຸປະທານລະຫວ່າງຈີນ-ຫວຽດນາມ ຍ້ອນມີຊາຍແດນຕິດກັບກວາງຊີ ພ້ອມດ້ວຍທ່າເຮືອ ແລະ ນິຄົມອຸດສາຫະກຳຈຳນວນຫຼາຍ.
ພິເສດໄປກວ່ານັ້ນ ໂຄງການລົດໄຟຄວາມໄວສູງເຊື່ອມຕໍ່ຮ່າໂນ້ຍ-ຮາລອງ ທີ່ຈະສຳເລັດໃນທ້າຍປີ 2028 ຍັງຈະຊ່ວຍຫຼຸດເວລາເດີນທາງຈາກ 2 ຊົ່ວໂມງເຄິ່ງ ເຫຼືອພຽງ 25 ນາທີເທົ່ານັ້ນ.
ເຖິງຢ່າງໃດກໍຕາມ ຄວາມສຳເລັດທາງດ້ານເສດຖະກິດທີ່ກ້າວກະໂດດນີ້ ໄດ້ເຮັດໃຫ້ຄ່າແຮງງານ ແລະ ລາຄາທີ່ດິນຖີບຕົວສູງຂຶ້ນ ເຊິ່ງຜົນກະທົບດັ່ງກ່າວຈະເປັນຕົວຊຸກຍູ້ໃຫ້ອຸດສາຫະກຳທີ່ເນັ້ນຕົ້ນທຶນຕ່ຳຕ້ອງຍ້າຍອອກໄປແຂວງອື່ນ ແລະ ເປີດທາງໃຫ້ບັກນິງ ແລະ ກວາງນິງ ກ້າວຂຶ້ນເປັນສູນກາງການຜະລິດເຕັກໂນໂລຊີຂັ້ນສູງທີ່ມີມູນຄ່າເພີ່ມຫຼາຍຂຶ້ນ. ການຍົກລະດັບເມືອງໃນຄັ້ງນີ້ ຈຶ່ງຖືເປັນການເດີມພັນຄັ້ງສຳຄັນຂອງຫວຽດນາມ ໃນການສ້າງສູນກາງເສດຖະກິດຮຸ່ນໃໝ່ ເພື່ອດຶງດູດເງິນທຶນ ແລະ ອຸດສາຫະກຳແຫ່ງອະນາຄົດໃນໄລຍະຍາວຢ່າງແທ້ຈິງ.
#LaoXperts #VietnamEconomy #TechInvestment #BacNinh #QuangNinh #ຫວຽດນາມ #ການລົງທຶນ #ເສດຖະກິດອາຊຽນ


