ອົດສະຕາລີຄົ້ນພົບຕົ້ນໄມ້ມີພິດເທົ່າແມງມຸມທີ່ພຽງແຕ່ສຳພັດ


ອົດສະຕາລີ ປະເທດທີ່ເປັນເກາະຂະໜາດໃຫຍ່ແຫ່ງຊີກໂລກໃຕ້ ຂຶ້ນຊື່ວ່າເປັນຖິ່ນທີ່ຢູ່ຂອງພືດ ແລະ ສັດແປກປະຫຼາດເປັນເອກະລັກຈຳນວນຫຼາຍ ລ່າສຸດທີມນັກວິໄຈເຜີຍການຄົ້ນພົບຕົ້ນໄມ້ມີພິດຢ່າງຮຸນແຮງ ພຽງແຕ່ສຳພັດກໍສາມາດເຮັດໃຫ້ຜູ້ທີ່ສຳຜັດ ຫຼື ແຕະຕ້ອງ ເກີດອາການເຈັບປວດດົນນານຫຼາຍວັນ ຄືກັບແມງມຸມທີ່ມີພິດ ຫຼື ແມງເງົາຕອດ.

ສຳນັກຂ່າວເອເອັບພີ ລາຍງານຈາກເມືອງບຣິສເບນ ປະເທດອົດສະຕາລີ ເມື່ອວັນທີ 17 ກັນຍາ 2020 ວ່າ ການສຳຜັດ ຫຼື ແຕະຕ້ອງພຽງສ້ຽວວິນາທີກັບຕົ້ນ “ເດນດຣອກໄນ” (Dendrocnide) ພືດມີຂົນໃນເຂດປ່າຝົນ ຫຼື ເຂດທີ່ຊົນພື້ນເມືອງໃນອົດສະຕາລີ ເອີ້ນວ່າ ຕົ້ນຢິມປີ-ຢິມປີ (gympi-gympi) ຈະເຮັດໃຫ້ເກີດອາການເຈັບປວດຫຼາຍກວ່າພືດໃນຕະກູນດຽວກັນທີ່ພົບໃນອາເມຣິກາ ຫຼື ເອີຣົບຫຼາຍເທົ່າ.

ຕົ້ນຢິມປີ-ຢິມປີ ພົບໄດ້ໃນປ່າຝົນຂອງລັດຄວີນແລນ ທາງທິດຕາເວັນອອກສຽງເໜືອຂອງອົດສະຕາລີ ເຊິ່ງເປັນໜຶ່ງໃນແຫຼ່ງທ່ອງທ່ຽວຍອດນິຍົມຂອງນັັກເດີນປ່າ.

ທີມນັກວິທະຍາສາດສະຖາບັນຊີວະວິທະຍາໂມເລກຸນ ມະຫາວິທະຍາໄລຄວີນແລນ ນຳໂດຍຮອງສາສະດາຈານ ອິຣິນາ ເວຕເຕີ້ ເຜີຍວ່າ ຕົ້ນດັ່ງກ່າວເປັນໜຶ່ງໃນພືດທີ່ມີພິດຮ້າຍແຮງທີ່ສຸດໃນໂລກ, ການສຳຜັດກັບມັນ ຕອນທຳອິດຈະຮູ້ສຶກຄືກັບຖືກໄຟຈີ້ ຈາກນັ້ນຄວາມເຈັບຈະຮຸນແຮງຂຶ້ນແທນທີ່ຈະລົດລົງ ກາຍເປັນຄວາມເຈັບປວດລະບົມ ແລະ ຈະຢູ່ໃນພາວະນີ້ຫຼາຍມື້ ຫຼື ຫຼາຍອາທິດ ໂດຍຄວາມເຈັບປວດນີ້ຍາວນານຍ້ອນເກີດຈາກສານເຄມີໃນຕົ້ນໄມ້ສົ່ງຜົນກະທົບຕໍ່ລະບົບປະສາດສຳຜັດຂອງຜູ້ທີ່ແຕະຕ້ອງມັນ.

ແຫຼ່ງທີ່ມາ: https://www.dailynews.co.th/foreign/796011