ສິງກະໂປຄວ້າແຊ້ມດັດຊະນີ Smart City 2 ປີຕິດ


ສະຖາບັນການພັດທະນາການຈັດການ(IDM) ເຊິ່ງເປັນສະຖາບັນການສຶກສາດ້ານທຸລະກິດໃນສະວິດເຊີແລນເປີດເຜີຍ ລາຍງານການຈັດອັນດັບ ດັດຊະນີ Smart City ປີ 2020 ທີ່ຈັດໃຫ້ສິງກະໂປ ຕິດອັນດັບ 1 ໃນດັດຊະນີນີ້ເປັນປີທີສອງຕິດຕໍ່ກັນ ເພາະມີຄວາມໂດດເດັ່ນໃນການຮັບມືການແຜ່ລະບາດຂອງໂຄວິດ.ການຈັດອັນດັບດັດຊະນີ Smart City ປີນີ້ຂອງສະຖາບັນໄອດີເອັມ ເປັນການຈັດອັນດັບເພື່ອເບິ່ງວ່າເມືອງຕ່າງໆທັງ 109 ເມືອງໃຊ້ເຕັກໂນໂລຊີໃນການບໍລິຫານຈັດການກັບການແຜ່ລະບາດຂອງ Covid-19 ແນວໃດ, ເຊິ່ງຜົນປາກົດວ່າສິງກະໂປໃຊ້ເຕັກໂນໂລຊີຕອບສະໜອງວິກິດສາທາລະນະສຸກຄັ້ງນີ້ໄດ້ຢ່າງປະສົບຜົນສຳເລັດ.

ອາທູໂຣ ບຣິສ ອຳນວຍການສູນການແຂ່ງຂັນໂລກຈາກໄອດີເອັມໄດ້ເວົ້າວ່າ: “ເຮົາຈັບຕາເບິ່ງພາບລວມການດໍາເນີນງານຂອງສິງກະໂປມາຕະຫຼອດ 12 ເດືອນທີ່ຜ່ານມາ ແລະ ນໍາມາປຽບທຽບໂດຍກົງກັບຄວາມສຳເລັດຂອງສິງກະໂປໃນການຕອບສະໜອງກັບສະຖານະການທີ່ເປັນຢູ່, ໃນຂະນະທີ່ເມືອງອື່ນໆບໍ່ສາມາດເຮັດໄດ້ແບບສິງກະໂປ ໂດຍສິງກະໂປດຳເນີນການຮັບມືກັບວິກິດການດ້ານສຸຂະພາບຄັ້ງນີ້ຢ່າງໄວວາ ແລະ ເດັດຂາດ” ແລະ ຍັງກ່າວເພີ່ມຕື່ມວ່າ: ສິງກະໂປມີ Road Map ຢ່າງຊັດເຈນ ມີຄວາມຢືດຢຸ່ນ ທາງການລາຍງານຂໍ້ມູນຂ່າວສານກ່ຽວກັບເລື່ອງນີ້ໃຫ້ປະຊາຊົນຮັບຮູ້ຢ່າງຕໍ່ເນື່ອງແລະເກີດຜົນກະທົບ ຫຼື ຄວາມເສຍຫາຍຈາກການລະບາດຂອງ Covid-19 ລັດຖະບານສິງກະໂປຈັດສັນເງິນຢຽວຢາຜູ້ທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ.

ການລາຍງານຈັດອັນດັບ-ດັດຊະນີນີ້ຍັງລະບຸວ່າ ຫົວໃຈສຳຄັນທີ່ເຮັດໃຫ້ສິງກະໂປສາມາດຄອງອັນດັບ 1 ໄດ້ເຖິງສອງປີຕິດ ຍ້ອນຄວາມມີປະສິດທິພາບໃນການບໍລິຫານຈັດການ ແລະ ຕອບສະໜອງຢ່າງທັນທີເມື່ອເຖິງເວລາທີ່ຕ້ອງປະເຊີນໜ້າກັບຄວາມທ້າທາຍທີ່ຄາດບໍ່ເຖິງຈາກການແຜ່ລະບາດຂອງ Covid-19.

ນອກຈາກນີ້ ລາຍງານຂອງໄອດີເອັມ ຍັງລະບຸວ່າ ຫຼາຍກວ່າ 77% ຂອງຂອງຜູ້ຕອບແບບສອບຖາມ ຍັງມີຄວາມເຫັນຄືກັນວ່າ ການໃຫ້ຂໍ້ມູນທີ່ຊັດເຈນ ແລະ ງ່າຍຕໍ່ການເຂົ້າເຖິງ ລວມທັງເຂົ້າເຖິງຂໍ້ມູນໃນການຕັດສິນໃຈໃນເລື່ອງຕ່າງໆກ່ຽວກັບການຮັບມືກັບການລະບາດຂອງ Covid-19 ຂອງລະລັດຖະບານກໍເປັນເລື່ອງສຳຄັນ.

ດັດຊະນີ Smart City ເຊິ່ງຈັດອັນດັບເມືອງຕ່າງໆໂດຍໃຊ້ຂໍ້ມູນດ້ານເຕັກໂນໂລຊີ ແລະ ຂໍ້ມູນທາງເສດຖະກິດເປັນຕົວຊີ້ວັດ ລວມທັງມຸມມອງຂອງປະຊາຊົນໃນເມືອງນັ້ນໆທີ່ມີຕໍ່ຄວາມເປັນເມືອງອັດຊະລິຍະ ທີ່ພວກເຂົາອາໄສຢູ່ ໄດ້ຮັບການຕີພິມເຜີຍແຜ່ໂດຍສະຖາບັນໄອດີເອັມ ທີ່ເປັນຫຸ້ນສ່ວນກັບມະຫາວິທະຍາໄລ Singapore of Technology and Design.

ທີມງານຜູ້ຈັດດັດຊະນີ ໄດ້ສຳຫຼວດຜູ້ຢູ່ອາໄສໃນແຕ່ລະເມືອງຈຳນວນ 120 ຄົນທີ່ກ່ຽວກັບແນວຄິດຂອງພວກເຂົາໃນ 2 ເສົາຫຼັກຄື: ໂຄງສ້າງຂອງເມືອງ ເຊິ່ງໝາຍເຖິງໂຄງສ້າງຂອງເມືອງໃນປັດຈຸບັນ ແລະ ເຕັກໂນໂລຊີ ເຊິ່ງໝາຍເຖິງການຈັດການເຕັກໂນໂລຊີ, ການບໍລິຫານທາງດ້ານເຕັກໂນໂລຊີທີ່ພົນລະເມືອງສາມາດໃຊ້ງານໄດ້ຈິງ. ໃນແຕ່ລະເສົາຫຼັກຈະຖືກນຳມາປະເມີນ ໂດຍຄຳນຶງເຖິງເກນ 5 ເກນສຳຄັນຄື: ສຸຂະພາບ-ຄວາມປອດໄພ, ຄວາມຄ່ອງຕົວ, ກິດຈະກຳຕ່າງໆ, ໂອກາດ ແລະ ການປົກຄອງທີ່ດີ.

ໄອດີເອັມ ລະບຸວ່າ “ພາບສະທ້ອນໃນການຈັດອັນດັບປີນີ້ ເມືອງຕ່າງໆມີແນວທາງທີ່ແຕກຕ່າງກັນໃນການນຳເຕັກໂນໂລຊີມາບໍລິຫານຈັດການການແຜ່ລະບາດຂອງ Covid-19 ແລະ ສິ່ງນີ້ມີຄວາມສໍາຄັນຫຼາຍຂຶ້ນຕໍ່ກັບການເມືອງທ້ອງຖິ່ນ, ເຊິ່ງໃນຈຸດນີ້ຫຼາຍເມືອງໃນອິນເດຍເຊັ່ນ: ນະຄອນນິວເດລີ, ມຸມໄບ, ໄຮເດີຣາບັດ ແລະ ເບັງກາລູຣູ ມີອັນດັບຕົກຫຼົ່ນລົງມາຢ່າງຫຼາຍ”

ຫາກບໍ່ມີຄວາມກ້າວໜ້າທາງເຕັກໂນໂລຊີ ການຮັບມືກັບໂລກລະບາດ ອາດຈະເກີດຜົນເສຍ. ຫຼາຍເມືອງໃນອິນເດຍໄດ້ຮັບຜົນກະທົບກັບການລະບາດຫຼາຍກວ່າເມືອງອື່ນໆ ເພາະບໍ່ກຽມຄວາມພ້ອມໃນການຮັບມື ທີ່ສຳຄັນກວ່ານັ້ນຄືຕົວແປສຳຄັນທີ່ເຮັດໃຫ້ອັນດັບຂອງຫຼາຍເມືອງໃນອິນເດຍຫຼຸດລົງ ຍ້ອນຄຸນນະພາບທາງດ້ານໂຄງສ້າງພື້ນຖານຂອງເມືອງຕ່າງໆຫຼຸດລົງ ເຖິງແມ່ນວ່າຈະມີເຕັກໂນໂລຊີທີ່ກ້າວໜ້າ ຊ່ວຍແກ້ໄຂບັນຫາໄດ້ໃນລະດັບໜຶ່ງແລ້ວກໍຕາມ.

ໃນຂະນະທີ່ຄວາມພ້ອມດ້ານເຕັກໂນໂລຊີຂອງສິງກະໂປ ຊ່ວຍໃຫ້ສິງກະໂປຮັບມືກັບການລະບາດໄດ້ດີກວ່າ ແລະ ໄວກວ່າ. ສິງກະໂປເປັນໜຶ່ງໃນສອງເມືອງໃນອາຊີທີ່ຕິດອັນດັບ 10 ເມືອງແຖວໜ້າຂອງດັດຊະນີ Smart City ໂດຍມີໄຕ້ຫວັນເປັນອັນດັບ 8 ຫຼຸດລົງໜຶ່ງອັນດັບຈາກປີກ່ອນ.

ແຫຼ່ງທີ່ມາ: https://www.bangkokbiznews.com/news/detail/898536?utm_source=category&utm_medium=internal_referral&u…