7 ມື້ 7 ຄືນ ກັບ 7 ໜັງຮັກໄວໜຸ່ມຍີ່ປຸ່ນ


ເຄີຍບໍ່? ເວລາທີ່ເບິ່ງໜັງຮັກຂອງໄວໜຸ່ມ ແລ້ວຢາກມີໂມເມັ້ນຫວານໆ ຫຼື ຢາກຍ້ອນເວລາໄປຫາຕອນທີ່ຜູ້ບ່າວ ຜູ້ສາວ ກໍາລັງຈີບກັນໃໝ່ໆ. ກະບໍ່ໄດ້ອິດສາຫຍັງໃດ (ບໍ່ເລີຍຍຍຍຍຍ), ແຕ່ວ່າ ຖ້າທຸກຄົນໄດ້ເບິ່ງໜັງຮັກໄວໜຸ່ມຍີ່ປຸ່ນ 7 ເລື່ອງທີ່ເຮົາໄດ້ນໍາມາຝາກໄວ້ຕໍ່ໄປນີ້ ຮັບຮ້ອງວ່າຈະຕ້ອງມີຟິນ ຈິກໝອນກັບຄວາມຮັກແນວໄວໜຸ່ມ ໃສໆ ຖ້າແມ່ນສາວໆ ນິຕ້ອງມີອິດສານາງເອກໃນເລື່ອງແນ່ນອນ. ສໍາລັບໜັງ 7 ເລື່ອງທີ່ເຮົາຈະມາແນະນໍາໃນມື້ນີ້ ຈະມີເລື່ອງໃດຖືກໃຈແນ່ກໍຕ້ອງໄປຕິດຕາມນໍາກັນເລີຍ.

  1. L-DK

L-DK ເປັນເລື່ອງຂອງນາງເອກທີ່ມີຊື່ວ່າ “ອາໂອອິ” ເດັກນັກຮຽນ ມໍ.ປາຍ ທີ່ເຄີຍໃຊ້ຊີວິດແບບຢູ່ຄົນດຽວມາຕະຫຼອດ. ຈົນມາມື້ໜຶ່ງ, ຊີວິດນາງເອກກໍຕ້ອງປ່ຽນໄປເມື່ອເກີດມີເຫດການບາງຢ່າງ ອັນໄດ້ເຮັດໃຫ້ນາງເອກຂອງເຮົາຕ້ອງມາໃຊ້ຊີວິດຢູ່ບ້ານຫຼັງດຽວກັນກັບພະເອກກໍຄື “ຊູເຊ” ຜູ້ທີ່ເອີ້ນໄດ້ວ່າ ຮ໊ອດທີ່ສຸດໃນໂຮງຮຽນຈົນມີສາຍາວ່າ “ເຈົ້າຊາຍ” ປະຈໍາໂຮງຮຽນ. ເລື່ອງນີ້ກໍຈະຊວນໃຫ້ເຫັນມຸມມອງສາວເງິະງະແບບນາງເອກ ແລະ ເລື່ອງກໍບໍ່ໄດ້ຫວານຈ໊ຽບຈົນເກີນໄປ, ເບິ່ງໄດ້ສະບາຍ ມີສາກຟິນມາແນ່ເປັນໄລຍະ ເຊິ່ງເລື່ອງນີ້ແມ່ນທາງເຮົາໄດ້ເບິ່ງທີ່ Netflix ແລະ ເວີຊັ່ນທີ່ເຮົາເບິ່ງແມ່ນຂອງປີ 2014.

2. Wolf Girl and Black Prince

ສໍາລັບໃຜທີ່ມັກໜັງແນວມາດພະເອກກວນໆ ບອກໄດ້ຄໍາດຽວວ່າເລື່ອງນີ້ແຫຼະທີ່ສາມາດມາດຕອບໂຈດເຈົ້າໄດ້ ເຊິ່ງຕອນທີ່ເບິ່ງໄປນໍາກະຈະຮູ້ສຶກອີຕົນນາງເອກແນ່ ເພາະວ່າຖືກພະເອກກວນຢູ່ຕະຫຼອດເວລາ (ແຕ່ມັນກະມາຈາກນາງເອກທີ່ຫາເລື່ອງໃສ່ໂຕນໍາສ່ວນໜຶ່ງ ຫະຫະ). ເລື່ອງລາວເລີ່ມຈາກ “ຊິໂນະຮາລະ ເອຮິກະ” ສາວນ້ອຍໄວ 16 ປີທີ່ບັງເອີນຢູ່ໃນແກ໊ງສາວງາມ ແລະ ໝູ່ນາງເອກກໍພັດວ່າມີແຟນກັນໝົດແລ້ວຍົກເວັ້ນນາງເອກ, ລະນາງເອກພັດໄປເຮັດນຽນໂດຍການໂມ້ວ່າມີແຟນແລ້ວ ທັງຍັງມັກເວົ້າເລື່ອງໂຣແມນຕິກໃຫ້ໝູ່ຟັງໂດຍທີ່ໂຕເອງຍັງບໍ່ມີແຟນ! ແລ້ວດ້ວຍຄວາມທີ່ຕົວນາງຢ້ານໂປ໊ະແຕກ ກະເລີຍໄປຖ່າຍຮູບຄົນຢູ່ສະຖານທີ່ສາທາລະນະ ມາໂມ້ໃຫ້ໝູ່ຟັງວ່າເປັນແຟນເພິ່ນ. ກະບໍ່ຮູ້ວ່າໂຊກຊະຕາກັ່ນແກ້ງ ຫຼື ຈັ່ງໃດ ເພາະຄົນທີ່ນາງເອກໄປຖ່າຍຮູບມານີ້ ດັນເປັນນັກຮຽນໂຮງຮຽນດຽວກັນ ແລະ ເປັນຊາຍໃນຝັນຂອງສາວໆທົ່ວໂຮງຮຽນອີກ (ບອກກ່ອນວ່ານາງເອກບໍ່ຮູ້ຈັກມາກ່ອນວ່າພະເອກຢູ່ໂຮງຮຽນດຽວກັນ). ເຊິ່ງກໍເອົາອີກລ້ວ! ນາງເອກເຮົາທີ່ໄດ້ມາຮູ້ຈັກພະເອກ ກໍໄດ້ຮູ້ວ່າ ແທ້ຈິງແລ້ວພະເອກມັນບໍ່ໄດ້ດີຄືທີ່ສາວໆຈິນຕະນາການໄວ້ ແຕ່ມັນຄືຊາຕານໃນຮ່າງເຈົ້າຊາຍຫັ້ນຕິ! ມາເອົາໃຈຊ່ວຍນາງເອກນໍາກັນເລີຍວ່າ ເລື່ອງນີ້ພະນາງເຮົາຈະລົງເອີຍກັນໄດ້ແນວໃດ (ກະຊິບວ່າມີຊຶມໆແນ່ໜ້ອຍໜຶ່ງລະ).

3. From Me To You ຫຼື Kimi Ni Totoke

ເລື່ອງນີ້ຖືວ່າເປັນໜັງຮັກໄວໜຸ່ມທີ່ດັງເອົາເລື່ອງຢູ່ໃດ໊ ທັງແບບເວີຊັ່ນກາຕູນອະນິເມ ແລະ ແບບຄົນສະແດງ. ເລື່ອງຫຍໍ້ແມ່ນເວົ້າເຖິງນາງເອກ “ຄຸໂລນຸມະ ຊາວາໂກະ” ສາວນ້ອຍມັດທະຍົມທີ່ຖືກໝູ່ຕັ້ງສາຍາວ່າ “ຊາດາໂກະ” ຈາກໝູ່ຮ່ວມຊັ້ນຮຽນ ເນື່ອງຈາກຮູບຮ່າງພາຍນອກຄ້າຍຄືຕົວລະຄອນຜີສາວຜົມຍາວຊຸດຂາວໃນເລື່ອງ “The Ring” ນາງເອກເລີຍບໍ່ມີໝູ່ ແລະ ໃຊ້ຊີວິດໃນໄວຮຽນແບບໂດດດ່ຽວ. ມື້ໜຶ່ງຊີວິດຂອງນາງເອກກໍປ່ຽນໄປ ເພາະໄດ້ມີໝູ່, ມີຄົນມາແອບຮັກ ເຮັດໃຫ້ຊີວິດນາງເອກມີສີສັນຂຶ້ນມາ ຈາກແຕ່ກ່ອນເຄີຍຢ້ານການລົມກັບຄົນອື່ນ, ຈາກຜູ້ຍິງທີ່ບໍ່ມີຄວາມໝັ້ນໃຈ ກໍກາຍເປັນຄົນໜ້າຮັກ ແລະ ສົດໃສຂຶ້ນມາ. ໜັງເລື່ອງນີ້ດັງແຮງ ບໍ່ວ່າຈະເຮັດເປັນເວີ່ຊັ່ນໃດກໍມ່ວນ ເພາະເຮົາບໍ່ໄດ້ເຫັນພຽງແຕ່ສາກກຸ໊ກກິ໊ກຂອງພະເອກນາງເອກ ແຕ່ຍັງໄດ້ເຫັນສາຍສໍາພັນ ແລະ ມິດຕະພາບຂອງຕົວລະຄອນນໍາອີກດ້ວຍ.

4. Closest love to Heaven

ໜັງເລື່ອງນີ້ ເປັນໜັງທີ່ເຮັດໃຫ້ຄົນຕ້ອງມາຕັ້ງຄໍາຖາມນໍາກັບພໍ່ແມ່ຂອງນາງເອກວ່າ “ຄວນປ່ອຍໃຫ້ລູກສາວຂອງຕົວເອງຄົບກັບຄົນບໍ່ມີອະນາຄົດໄດ້ ຫຼື ບໍ່”. ໜັງເວົ້າເຖິງນາງເອກ “ນິໂນະ” ສາວຜົມຍາວປົກໜ້າປົກຕາ ເຮັດໃຫ້ຖືກໝູ່ໃນຫ້ອງກັ່ນແກ້ງຢູ່ຕະຫຼອດ, ແຕ່ກໍມີພະເອກ “ຄິລະ” ທີ່ມາປະກົດໂຕຊ່ວຍນາງເອກຕະຫຼອດ. ພະເອກກໍປ່ວຍໜັກ ແລະ ມີຊີວິດຢູ່ໄດ້ພຽງແຕ່ 365 ວັນເທົ່ານັ້ນ ເຊິ່ງມັນເຮັດໃຫ້ນາງເອກເລືອກທີ່ຈະສາລະພາບຮັກກັບພະເອກ ພ້ອມທັງສັນຍາວ່າຈະຢູ່ຄຽງຂ້າງໄປຕະຫຼອດ 365 ວັນນໍາ. ໜັງເລື່ອງນີ້ບໍ່ໄດ້ດຣາມ່ານໍ້າຕານອງດັ່ງທີ່ຄິດ ແຖມຍັງໄດ້ຂໍ້ຄິດອີກຫຼາຍ, ເອົາເປັນວ່າບໍ່ສະປອຍຊະ ຖ້າໃຜຢາກເບິ່ງກໍຮີບໄປຫາມາເບິ່ງຊະ!

5. Kyou Koi Wo Hajimemasu

ໜັງຮັກໄວໜຸ່ມໃສໆ ທີ່ເວົ້າເຖິງ “ຮິບິໂນະ ຊຶບາກິ” ສາວນ້ອຍທີ່ມີພອນສະຫວັນໃນການເຮັດຜົມໃຫ້ຄົນອື່ນ ແຕ່ຕົວເອງດັນຂາດຄວາມໝັ້ນໃຈ, ເປັນສາວລ້າສະໄໝທີ່ບໍ່ມີເປົ້າໝາຍຫຍັງໃນຊີວິດເລີຍ. ຈົນໄດ້ທາງພະເອກ “ຊຶບາກິ ຄຽວຕະ” ທີ່ຢາກທົດສອບສະເໜ່ຄວາມຮ໊ອດຂອງຕົວເອງ ເລີຍເຂົ້າໄປຈີບນາງເອກເທື່ອລະເລັກລະໜ້ອຍ ຈົນການຫວ່ານສະເໜ່ຫຼິ້ນໆກາຍເປັນແອບມັກຂຶ້ນມາແທ້ ວ່າຊັ້ນ! ມາລຸ້ນນໍາກັນເອົາວ່າ ຄວາມຮັກເທື່ອນີ້ຈະລົງເອີຍແນວໃດ ແລະ ນາງເອກຂອງເຮົາຈະສາມາດປ່ຽນແປງໄປຫຼາຍສໍ່າໃດ ກໍຕ້ອງໄປເບິ່ງເລີຍ.

6. Sukitte Ii Na Yo

ໜັງທີ່ດີຕໍ່ໃຈສໍາລັບໃຜທີ່ມັກພະເອກສາຍກວນໆ ແລະ ນາງເອກແນວນິ້ງໆ ງຽບໆ, ເລື່ອງເລີ່ມຕົ້ນຈາກ “ທາຈະບານະ ເມ” ທີ່ໃຊ້ຊີວິດຄົນດຽວມາຕະຫຼອດ ໂດຍທີ່ບໍ່ມີໝູ່ ຫຼື ແຟນເລີຍຈັກຄົນຕະຫຼອດ 16 ປີຂອງຊີວິດ. ແລະແລ້ວຊີວິດທີ່ແສນໜ້າເບື່ອຂອງນາງເອກກໍຕ້ອງປ່ຽນ ເມື່ອໄປເຮັດໃຫ້ໜຸ່ມຮ໊ອດອັນດັບ 1 ຂອງໂຮງຮຽນໄດ້ຮັບບາດເຈັບຍ້ອນຄວາມເຂົ້າໃຈຜິດບາງຢ່າງ ຈຶ່ງເຮັດໃຫ້ເກີດເລື່ອງວຸ່ນໆຕາມມານໍາຫຼັງອີກຫຼາຍຢ່າງ. ເອົາເປັນວ່າບໍ່ເວົ້າຍາວເພາະໜັງເລື່ອງນີ້ມັນລະມຸນອີ່ຫຼີ ຕ້ອງໄປຫາມາເບິ່ງເດີ້.

7. Paradise Kiss

ໜັງແນວເສັ້ນທາງນັກອອກແບບ ທີ່ເລື່ອງຫຍໍ້ເວົ້າເຖິງນັກຮຽນທໍາມະດາຄົນໜຶ່ງ ທີ່ສາມາດເຮັດໃຫ້ຕົວເອງໄດ້ກາຍມາເປັນນາງແບບໄດ້. “ຢູຄາລິ ຮາຢາຊາກະ” ນັກຮຽນມັດທະຍົມມໍປາຍປີສຸດທ້າຍທີ່ອິດເມື່ອຍກັບການໃຊ້ຊີວິດໄປວັນໆ ຈົນໄດ້ພົບກັບ “ຈອສ” ໜຶ່ງໃນສະມາຊິກ “Paradise Kiss” ເຊິ່ງເຮັດໃຫ້ນາງເອກກ້າວສູ່ວົງການນາງແບບ ເພາະໄດ້ໃຫ້ນາງເອກມາເປັນໃນງານອອກແບບເສື້ອຜ້າຂອງລາວ ແລະ ໝູ່. ເຊິ່ງປະສົບການແປກໃຫມ່ນີ້ເອງ ເຮັດໃຫ້ນາງເອກໄດ້ຄົ້ນພົບມຸມມອງໃໝ່ຂອງຊີວິດ; ໜັງບໍ່ໄດ້ເວົ້າເຖິງແຕ່ຄວາມຮັກໜຸ່ມສາວ ເພາະມັນມີທັງເລື່ອງມິດຕະພາບ, ຄວາມຝັນ, ຂໍ້ຄິດຊີວິດ ແລະ ອື່ນໆທີ່ຢາກໃຫ້ທຸກຄົນລອງໄປເບິ່ງນໍາກັນ.

ໃຜທີ່ຍັງບໍ່ທັນເຂົ້າຮຽນ ຫຼື ວ່າມີເວລາວ່າງໆກໍສາມາດເບິ່ງໜັງຮັກໄວໜຸ່ມຍີ່ປຸ່ນແບບມາລາທອນໄດ້ເລີຍ. ແຕ່ລະເລື່ອງແມ່ນມ່ວນໆທັງນັ້ນທີ່ຄັດມາ, ບາງເລື່ອງກໍສະທ້ອນມຸມມອງມິດຕະພາບດີໆ, ບາງເລື່ອງກໍໃຫ້ຂໍ້ຄິດກ່ຽວກັບຊີວິດ; ເອົາເປັນວ່າບໍ່ເວົ້າຍາວ ຂໍຕົວໄປເບິ່ງໜັງອີກຮອບກ່ອນເດີ້!

ທີ່ມາ: https://today.line.me/th/v2/article/DZDnrW

ຮວບຮວມໂດຍ: Duck_Jipjip