ໃນທ້າຍເດືອນ ມິຖຸນານີ້ ປະຊາຊົນ ອິນໂດເນເຊຍ ກຳລັງຈະໄດ້ພັກຍາວຕິດຕໍ່ກັນເຖິງ 5 ມື້ ຫຼັງລັດຖະບານອິນໂດເນເຊຍ ພາຍໃຕ້ການນຳຂອງ ປະທານາທິບໍດີ ວິໂດໂດ ປະກາດວັນພັກພິເສດ ເພື່ອໃຫ້ປະຊາຊົນອອກມາ ເດີນທາງຈັບຈ່າຍໃຊ້ສອຍ ເພື່ອກະຕຸ້ນເສດຖະກິດ.
![](https://laox.la/wp-content/uploads/2023/06/image-416.png)
ປະທານາທິບໍດີ ໂຈໂກ ວິໂດໂດ ປະກາດໃຫ້ວັນພຸດທີ 28 ມິຖຸນາ ແລະ ວັນສຸກທີ 30 ມິຖຸນາ ໃຫ້ເປັນວັນພັກທາງລັດຖະການແບບພິເສດ ເພີ່ມເຕີມຈາກວັນພະຫັດທີ 29 ມິຖຸນາ ທີ່ກົງກັບວັນ “ອິດິວ ອັດຮາ” ເຊິ່ງເປັນວັນພັກທົ່ວໂລກຂອງ ສາສະໜາ ອິດສະລາມ ເຮັດໃຫ້ມີການພັກຍາວຕັ້ງແຕ່ວັນພຸດທີ 28 ມິຖຸນາ ໄປຈົນຮອດວັນທີ 2 ກໍລະກົດ ລວມກັນທັງໝົດ ເປັນ 5 ມື້ ພໍດີ.
ຂະນະທີ່ໃນພາກເອກະຊົນມັກຈະອະນຸຍາດໃຫ້ພະນັກງານພັກວຽກຕາມມື້ພັກຂອງລັດຖະການ ສ່ວນຕະຫຼາດຫຼັກຊັບກໍຈະພັກເປັນເວລາ 5 ມື້ເຊັ່ນດຽວກັນ. ໂດຍ ປະທານາທິບໍດີ ວິໂດໂດ ລະບຸວ່າ: “ການພັກວຽກດັ່ງກ່າວ ຈະຊ່ວຍກະຕຸ້ນເສດຖະກິດ ໂດຍສະເພາະຢ່າງຍິ່ງໃນພື້ນທີ່ທ່ອງທ່ຽວ ລັດຖະບານຈຶ່ງຕັດສິນໃຈປະກາດມື້ພັກດັ່ງກ່າວ”.
ເຊິ່ງຄັ້ງນີ້ ບໍ່ແມ່ນຄັ້ງທຳອິດທີ່ ປະທານາທິບໍດີ ໂຈໂກ ວິໂດໂດ ຫາທາງກະຕຸ້ນໃຫ້ປະຊາຊົນອອກມາຈັບຈ່າຍໃຊ້ສອຍ. ກ່ອນໜ້ານີ້ຫຼັງຈາກລັດຖະບານຍົກເລີກມາດຕະການຈຳກັດການລະບາດຂອງເຊື້ອພະຍາດ ໂຄວິດ 19 ໄດ້ບໍ່ດົນ ທ່ານຜູ້ນຳ ໄດ້ສັ່ງການໃຫ້ທາງການທ້ອງຖິ່ນອະນຸມັດໃຫ້ຈັດຄອນເສີດ ແລະ ຈັດການແຂ່ງຂັນກິລາ ເພື່ອໃຫ້ຄົນອອກໄປໃຊ້ຈ່າຍທາງນອກ.
![](https://laox.la/wp-content/uploads/2023/06/image-417.png)
ສ່ວນໃນໄລຍະຂອງການລະບາດເຊື້ອພະຍາດໂຄວິດ 19 ວິໂດໂດ ກໍໄດ້ຮຽກຮ້ອງໃຫ້ປະຊາຊົນຊື້ເຄື່ອງທາງອອນລາຍ. ເຊິ່ງການບໍລິໂພກ ເປັນກົນໄກສຳຄັນທີ່ຂັບເຄື່ອນເສດຖະກິດອິນໂດເນເຊຍ ທີ່ຄອງອັດຕາສ່ວນຫຼາຍກວ່າເຄິ່ງໜຶ່ງຂອງຜົນຜະລິດມວນລວມໃນປະເທດ.
ຂອບໃຈຂໍ້ມູນຈາກ: indiatimes, dailymail
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/