ມີຄວາມເປັນໄປໄດ້ສູງວ່າ Manchester City ຈະເອົາຊະນະ Paris Saint-Germain ຄືນນີ້


ການແຂ່ງຂັນຂອງ Manchester United ກັບ Liverpool ເກມທີ່ຫຼາຍຄົນທີ່ຕັ້ງໜ້າຕັ້ງຕາຖ້າເບິ່ງ ແຕ່ກໍເກີດມີເຫດການປະທ້ວງກ່ອນ ຈຶ່ງເຮັດໃຫ້ທັງສອງທີມນັ້ນໄດ້ເລື່ອນການແຂ່ງຂັນ ແລະ ບໍ່ຮູ້ວ່າຈະແຂ່ງໃນມື້ໃດ.

ແຕ່ຄືນນີ້ ເວລາ 02:00 ໂມງ Manchester City ກັບ Paris Saint-Germain ຈະແຂ່ງກັນໃນຮອບຮອງຊິງຊະນະເລີດ ຢູຟ່າ ແຊ້ມປ້ຽນລີກ ນັດທີສອງ, ຖ້ວຍຮາງວັນທີ່ໃຜກໍຢາກທີ່ຈະເອົາມາຄອບຄອງທີ່ສຸດ ໂດຍທາງທີມ ຊິຕີ້ ຈະເປີດບ້ານຮັບການມາຮອດມາເຖິງຂອງ PSG ທີມຮອງແຊ້ມເກົ່າ ມາເບິ່ງກັນວ່າທີມໃດຈະຊະນະ ເຊິ່ງທັງສອງທີມຕ່າງກໍມີຄວາມໝັ້ນໃຈພໍສົມຄວນ.

ຟອມຫຼ້າສຸດ ແມນຊິຕີ້ ບຸກໄປຊະນະ ຄຣິສຕັນ ພາເລດ 2-0 ເມື່ອວັນເສົາທີ່ຜ່ານມາ ເຮັດໃຫ້ພວກເຂົາໄດ້ຄວ້າແຊ້ມ ພີເມຍ ລີກ ໄວ້ແລ້ວ ແລະ ສະຖານະການໃນແຊ້ມປ້ຽນລີກກໍມີໂອກາດສູງ ທີ່ຈະໄດ້ເຂົ້າຊິງ ຫຼັງຈາກບຸກໄປຊະນະຫຼາຍທີມທີ່ຜ່ານມາ.         

ສະພາບການຜູ້ຫຼິ້ນໃນເກມນີ້ຂອງແມນຊິິຕີ້ ບໍ່ມີບັນຫານັກເຕະບາດເຈັບຈັກຄົນ, ເຮັດໃຫ້ສາມາດຈັດທັບຊຸດໃຫຍ່ໄດ້ເຕັມສູບ.

ສະພາບຄວາມພ້ອມຂອງ ປາຣີສ ຕ້ອງໄດ້ລຸ້ນຢ່າງໜັກທັງໃນເກມລີກ ເຊິ່ງໃນຂະນະນີ້ ບາງນັກເຕະກໍບາດເຈັບ ແລະ ນັກກິລາບາງຄົນກໍພັກບໍ່ເຕັມທີ່ເທົ່າທີ່ຄວນ. ເຖິງຢ່າງໃດກໍຕາມ ບໍ່ວ່າສະຖານະການຈະເປັນຢ່າງໃດ ຄືນນີ້ຮູ້ກັນຢ່າງແນ່ນອນ ເພາະທັງສອງທີມຈະເຮັດໃຫ້ເຕັມທີ່ ໂດຍສະເພາະນັກເຕະຢ່າງ Neymar ກໍຢ້ຳຄຳໄວ້ວ່າ: ຈະສູ້ຈົນກວ່າວິນາທີສຸດທ້າຍ.

ຂອບໃຈຂໍ້ມູນຈາກ:
https://sport.trueid.net/detail/R0wMkGe6JdX1?fbclid=IwAR0_t2Yo_S3GUgNMsMkrjzMb85fcmGkGpZYZiftXZPuOFYvRB1vSA6TU0pE
https://facebook.com/KNWorldFootball/photos/a.2045774695661336/2853639641541500/?type=3&_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/