ກຸ່ມ ບໍລິສັດ ພົງຊັບທະວີ ປະກອບສ່ວນຊ່ວຍເຫຼືອຫຼາຍແຂວງທີ່ໄດ້ຮັບຜົນກະທົບຈາກ Covid-19


ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ເປັນກຸ່ມບໍລິສັດເອກະຊົນໜຶ່ງທີ່ມີຄວາມເປັນຫ່ວງຕໍ່ກັບການໃຊ້ຊີວິດ ແລະ ຄວາມເປັນຢູ່ຂອງພໍ່ແມ່ປະຊາຊົນໃນນະຄອນຫຼວງວຽງຈັນ ພ້ອມທັງຕ່າງແຂວງ, ຈຶ່ງໄດ້ມີການປະກອບສ່ວນສະໜັບສະໜູນເງິນ ແລະ ອຸປະກອນເຄື່ອງໃຊ້ຕ່າງໆ ເພື່ອຮັບມືແລະປ້ອງກັນຕໍ່ການແຜ່ລະບາດຂອງພະຍາດ Covid-19 ນອກຈາກນີ້ທາງ ກຸ່ມບໍລິສັດ ພົງຊັບທະວີ ຍັງໄດ້ສະໜັບສະໜູນ ວັກຊີນ ຈຳນວນ 80,000 ໂດສ ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ອຸປະຖຳ ວັກຊີນປ້ອງກັນ Covid-19 ໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ສຳລັບ 40,000 ຄົນ (ຈໍານວນ 80,000 ໂດສ) ລວມມູນຄ່າ 2,000,000 ໂດລາສະຫະລັດ.

ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ແກ່ຄະນະສະເພາະກິດແຂວງ ຊຽງຂວາງ (ຜ້າປິດປາກ-ດັງ, ເຈວລ້າງມື) ລວມມູນຄ່າ 50,000,000 ກິບ ພ້ອມທັງມອບເງິນສົດຈໍານວນ 100,000,000 ກີບ ລວມມູນຄ່າທັງໝົດເປັນ 150,000,000 ກີບ.

ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ແກ່ແຂວງ ໄຊຍະບູລີ (ຜ້າປິດປາກ-ດັງ ຈຳນວນ 10ແກັດ, ເຈວລ້າງມື ຈຳນວນ 390 ກ່ອງ) ລວມມູນຄ່າ 30,000,000 ກີບ ພ້ອມທັງມອບເງິນສົດຈໍານວນ 50,000,000 ກີບ ລວມມູນຄ່າທັງໝົດເປັນ 80,000,000 ກີບ.

ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ແກ່ແຂວງ ອັດຕະປື (ຜ້າປິດປາກ-ດັງ ຈຳນວນ 10 ແກັດ, ເຈວລ້າງມື ຈໍານວນ 390 ກ່ອງ) ລວມມູນຄ່າ 30,000,000 ກີບ ພ້ອມທັງມອບເງິນສົດຈໍານວນ 50,000,000 ກີບ ລວມມູນຄ່າທັງໝົດເປັນ 80,000,000 ກີບ.

ມອບເຄື່ອງປ້ອງກັນ ໂຄວິດ-19 ໃຫ້ແກ່ແຂວງ ເຊກອງ (ຜ້າປິດປາກ-ດັງ ຈຳນວນ 10 ແກັດ, ເຈວລ້າງມື ຈຳນວນ 390 ກ່ອງ) ລວມມູນຄ່າ 30,000,000 ກີບ ພ້ອມທັງມອບເງິນສົດຈໍານວນ 50,000,000 ກີບ ລວມມູນຄ່າທັງໝົດເປັນ 80,000,000 ກີບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/